ວຽກງານສື່ມວນຊົນ ປກສ ເປັນເຄື່ອງມືອັນແຫຼມຄົມຂອງພັກ, ເປັນກະບອກສຽງທີ່ສໍາຄັນຂອງກຳລັງປ້ອງກັນຄວາມສະຫງົບ, ແມ່ນເຄື່ອງມືດ້ານການເມືອງແນວຄິດ, ເປັນຜູ້ຈັດຕັ້ງໂຄສະນາ, ປຸກລະດົມຂົນຂວາຍແບບຢ່າງດີເດັ່ນ, ວຽກຈິງຄົນແທ້ ແລະ ຕຳນິວິຈານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນແມ່ນການເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແຜນວຽກງານ, ຂໍ້ກຳນົດ, ກົດລະບຽບທີ່ພົວພັນເຖິງວຽກງານຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ໂຄສະນາບັນດາຜົນງານມູນເຊື້ອວິລະກຳຂອງຊາດ, ຂອງກຳລັງປະກອບອາວຸດ, ຜົນສຳເລັດຂອງການປະຕິບັດໜ້າທີ່ຕ້ານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ວຽກງານອື່ນໆ, ເຜີຍແຜ່ ແລະ ຕອບຕ້ານເລ່ລ່ຽມກົນ ອຸບາຍເຄື່ອນໄຫວມ້າງເພທຳລາຍຂອງອິດທິກຳລັງປໍລະປັກທີ່ມີຕໍ່ລະບອບໃໝ່, ເປີດເຜີຍໂສມໜ້າຂອງພວກຕ້ອງໂທດ ເພື່ອເຕືອນສະຕິສັງຄົມ ແລະ ປ້ອງກັນສະກັດກັ້ນປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ.

ພັອ ເພີນຄໍາ ແສງດາລາ ຫົວໜ້າກົມສື່ມວນຊົນ ປກສ ໄດ້ລາຍງານການຍົກສູງຄຸນນະພາບວຽກງານສື່ມວນຊົນ ຕໍ່ກອງປະຊຸມສະຫຼຸບວຽກງານ ປະຈຳປີ 2021 ແລະ ທິດທາງແຜນການ 2022 ຂອງກົມໃຫຍ່ການເມືອງ ປກສ ໃນວັນທີ 26 ມັງກອນ 2022 ວ່າ: ເພື່ອຍົກສູງຄຸນນະພາບ ວຽກງານສື່ມວນຊົນ ປກສ ໃນການສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ແກ່ກຳລັງ ປກສ ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ໄດ້ຮັບປະສິດທິຜົນພວກເຮົາຈະສຸມໃສ່ປັບປຸງຍົກສູງຄຸນນະພາບ ແລະ ປະສິດທິພາບ ໂດຍສຸມໃສ່ຫຼາຍໜ້າວຽກດັ່ງນີ້:

1. ເຜີຍແຜ່ບັນດາມະຕິ, ຄໍາສັ່ງ, ແຜນການ, ເອກະສານແນະນໍາຕ່າງໆ ແລະ ທິດຊີ້ນຳຂອງຂັ້ນເທິງ ເພື່ອສຶກສາອົບຮົມໃຫ້ພະນັກງານ-ນັກຮົບ ໄດ້ເຂົ້າໃຈເຖິງຄວາມໝາຍ-ຄວາມສຳຄັນ, ຄວາມຈຳເປັນ ແລະ ໜ້າທີ່ຮັບຜິດຊອບຂອງຕົນຕໍ່ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

  • 3. ເຜີຍແຜ່ຜົນງານການເຄື່ອນໄຫວຂອງເຈົ້າໜ້າທີ່ໃນການແກ້ໄຂບັນຫາຢາເສບຕິດ ເພື່ອເປັນການກະຕຸ້ນໃຫ້ກຳລັງ ປກສ ແຕ່ລະພາກສ່ວນມີຄວາມກະຕືລື່ລົ້ນມີການເເຂ່ງຂັນກັນທາງດ້ານວຽກງານວິຊາສະເພາະ ໂດຍຍຶດໜັ້ນຫຼັກການເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ.

3. ນໍາໃຊ້ລາຍການວິທະຍຸ, ໂທລະພາບ, ໜັງສືພິມ ປະຊາຮ່ວມໃຈຕ້ານໄພຢາເສບຕິດ” ໃນການເຜີຍແຜ່ໃຫ້ມີຫຼາຍສີສັນ, ຫຼາຍຮູບແບບ ແລະ ຜ່ານຫຼາຍຊ່ອງທາງ ເປັນຕົ້ນຜ່ານສື່ສັງຄົມອອນລາຍ.

4. ສ້າງສະປອດໂຄສະນາ, ສ້າງລະຄອນສັ້ນ, ສາລະຄະດີກ່ຽວກັບຢາເສບຕິດໃຫ້ຫຼາຍຂຶ້ນ.

5. ເຄື່ອນໄຫວສໍາພາດບັນດາກະຊວງ, ທະບວງ, ກົມ, ກອງບັນຊາການ ແລະ ພະນັກງານທີ່ມີຜົນງານດີເດັ່ນ ເພື່ອເປັນແບບຢ່າງໃຫ້ກັບພາກສ່ວນອື່ນໆ.

6. ໂຄສະນາຍ້ອງຍໍສັນລະເສີນພະນັກງານ-ນັກຮົບ ຜູ້ທີ່ເຮັດແທ້ທໍາຈິງ, ຜູ້ທີ່ມີຜົນງານ; ຕໍານິວິຈານຜູ້ທີ່ເຄື່ອນໄຫວບໍ່ຖືກຕ້ອງສວຍໃຊ້ໜ້າທີ່ຕໍາແໜ່ງພົວພັນກັບສິ່ງເສບຕິດ ເພື່ອເຕືອນສະຕິພະນັກງານ-ນັກຮົບ ໃຫ້ຮູ້ວ່າຖ້າເຮັດດີກໍ່ໄດ້ຮັບການຍ້ອງຍໍຖ້າເຮັດບໍ່ຖືກກໍ່ຈະຖືກປະຕິບັດວິໄນ, ປະຕິບັດຕາມລະບຽບກົດໝາຍ.

7. ສຳພາດນັກທຸລະກິດ, ຊາວຄ້າຂາຍ, ນັກ ຮຽນ-ນັກສຶກສາ, ປະຊາຊົນ ທີ່ປະກອບສ່ວນເຂົ້າໃນການແກ້ໄຂບັນຫາຢາເສບຕິດ.

8. ໂຄສົກ, ຜູ້ປະກາດຂ່າວສຸມໃສ່ໂຄສະນາ ຄໍາຂວັນ ແລະ ກິດຈະກຳ, ຂະບວນການຕ່າງໆກ່ຽວກັບການແກ້ໄຂບັນຫາຢາເສບຕິດໃຫ້ກວ້າງຂວາງ, ເປັນປົກກະຕິ ແລະ ຕໍ່ເນື່ອງ.

9. ໄດ້ສ້າງລາຍການພັດທະນາອົງການຈັດຕັ້ງມະຫາຊົນ ປກສ ອອກອາກາດທາງໂທລະພາບ ແລະ ວິທະຍຸ ປກສ ເປັນປົກກະຕິ.

10. ປະສານກັບສຳນັກສື່ຕ່າງໆຢູ່ສູນກາງ ແລະ ທ້ອງຖິ່ນໃນການເຜີຍແຜ່ບັນດາຜົນງານຕ່າງໆຂອງກຳລັງ ປກສ ໃຫ້ເປັນຂະບວນຟົດຟື້ນ.

ທ່ານ ຫົວໜ້າກົມສື່ມວນຊົນ ປກສ ກ່າວຕື່ມ ອີກວ່າ: ບັນດາແຜນການຂອງວຽກງານສື່ມວນຊົນ ປກສ ທີ່ໄດ້ກ່າວມານັ້ນ ອາດຈະເປັນສ່ວນໜຶ່ງໃນການໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ກຳລັງ ປກສ ຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ໄດ້ຮັບປະສິດທິຜົນ ແຕ່ພວກເຮົາກໍຍັງມີສິ່ງທ້າທາຍຫຼາຍຢ່າງທີ່ຫຼີກລ່ຽງບໍ່ໄດ້ ເປັນຕົ້ນພາຫະນະສື່ມວນຊົນ ພວກເຮົາປັດຈຸບັນບໍ່ສາມາດເຂົ້າເຖິງປະຊາຊົນ ຫຼື ຜູ້ຊົມໄດ້ເທົ່າທີ່ຄວນ ຍ້ອນວ່າພາຍຫຼັງໂທລະພາບ ປກສ ໄດ້ປ່ຽນລະບົບມາໃຊ້ສັນຍານດາວທຽມ ລາວແຊັດ 1 ເຮັດໃຫ້ປະຊາຊົນທີ່ໃຊ້ເຄື່ອງຮັບສັນ ຍານໄທຄົມ 5 ບໍ່ສາມາດຮັບຊົມໄດ້, ຖ້າຢາກຮັບ ຮົມໂທລະພາບ ປກສ ກໍຕ້ອງຊື້ກ່ອງຮັບສັນຍານ ໃໝ່ທີ່ເປັນຂອງລາວແຊັດ 1; ດັ່ງນັ້ນ, ຜູ້ທີ່ບໍ່ມີເສດ ຖະກິດກໍບໍ່ສາມາດປ່ຽນໄດ້; ວິທະຍຸ ປກສ ຢູ່ໃນໄລ ຍະທີ່ກຳລັງປັບປຸງ; ສະນັ້ນ, ບາງພື້ນທີ່ກໍບໍ່ສາມາດ ຮັບຟັງໄດ້; ສ່ວນໜັງສືພິມ ແລະ ວາລະ ສານການ ເຂົ້າເຖິງປະຊາຊົນບັນດາເຜົ່າ ຍັງເປັນບັນຫາຫຍຸ້ງ ຍາກພໍສົມຄວນ; ລະບົບພື້ນຖານໂຄງລ່າງຂອງ ສື່ມວນຊົນ ປກສ ກໍຍັງບໍ່ທັນສອດຄ່ອງ ແລະ ບໍ່ ໄດ້ມາດຕະຖານທາງດ້ານເຕັກນິກເຊັ່ນວ່າ: ມີສຽງ ລົບກວນຈາກພາຍນອກ, ພາບບໍ່ແຈ້ງ ແລະອື່ນໆ; ພາຫະນະ ແລະ ອຸປະກອນຮັບໃຊ້ຍັງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ; ງົບປະມານໃນການເຄື່ອນໄຫວແຕ່ລະທ້ອງຖິ່ນມີ ຈຳກັດ; ການປະສານງານກັບບາງພາກສ່ວນກ່ຽວຂ້ອງຍັງມີຄວາມຫຍຸ້ງຍາກ, ການສະໜອງຂໍ້ມູນ, ການໃຫ້ສຳພາດບໍ່ທັນກັບສະພາບ ແລະ ເຫດການ ເທົ່າທີ່ຄວນ; ສະພາບການແຜ່ລະບາດຂອງພະ ຍາດໂຄວິດ 19 ເຮັດໃຫ້ບໍ່ສາມາດເຄື່ອນໄຫວໄດ້ຕາມແຜນ.

ໃນໄລຍະຜ່ານມາ, ກົມສື່ມວນຊົນ ປກສ ໄດ້ຖືສໍາຄັນຕໍ່ກັບວຽກງານສື່ໂດຍໄດ້ສຸມໃສ່ສ້ອມ ແປງ, ຕິດຕັ້ງ ແລະ ຍົກລະດັບສະຖານີເຄືອຂ່າຍວິທະຍຸສູນກາງ ແລະ ທ້ອງຖິ່ນ 4 ແຂວງຄື: ຈໍາປາ ສັກ, ສະຫວັນນະເຂດ, ອຸດົມໄຊ ແລະ ຊຽງຂວາງ ເພື່ອກະຈາຍຂໍ້ມູນຂ່າວສານກ່ຽວກັບວາລະແຫ່ງ ຊາດໃຫ້ກະຈາຍທົ່ວເຖິງ; ສ້າງລາຍການປະຊາ ຮ່ວມໃຈຕ້ານໄພຢາເສບຕິດອອກອາກາດສະຖາ ນີວິທະຍຸ-ໂທລະພາບ ແລະ ໜັງສືພີມ, ລາຍການໂທລະພາບອອກອາກາດທຸກໆວັນເສົາ ແລະ ວັນ ອາທິດເວລາ 10:30-11:00 ໂມງ ແລະ ລາຍການ ວິທະຍຸແມ່ນທຸກໆວັນຈັນ ຫາ ວັນວັນສຸກ ເວລາ 9:00-10:00ໂມງ; ສ້າງສະປອດໂຄສະນາກ່ຽວ ກັບອັນຕະລາຍ ແລະ ຜົນຮ້າຍຂອງຢາເສບຕິດ ອອກອາກາດທາງລາຍການໂທລະພາບ ແລະ ວິ ທະຍຸເວລາຫວ່າງ ແລະ ທຸກໆຕົ້ນຊົ່ວໂມງຂອງສະ ຖານີ; ລົງເຄື່ອນໄຫວເກັບກໍາຂໍ້ມູນ, ສໍາພາດກ່ຽວກັບການແກ້ໄຂບັນຫາຢາເສບຕິດຢູ່ບັນດາກະ ຊວງ-ກົມ, ກອງບັນຊາການ ປກສ ແຂວງ, ປກສ ເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນ; ຈັດລາຍ ການ, ເປີດສະປອດໂຄສະນາ, ລະຄອນສັ້ນ, ເວົ້າຄໍາຂວັນກ່ຽວກັບຢາເສບຕິດ; ລົງຂ່າວໂຄສະນາຜົນ ງານການແກ້ໄຂບັນຫາຢາເສບຕິດຂອງເຈົ້າໜ້າທີ່ ທາງເວບໄຊ Facebook, youtube; ຕິດຕາມ ການນໍາກະ ຊວງເຄື່ອນໄຫວ, ເຜີຍແຜ່ວາລະແຫ່ງຊາດຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ; ສະໜອງຂ່າວ, ຂໍ້ມູນ, ພາບນີ້ງ, ພາບວີດີໂອທີ່ ກ່ຽວຂ້ອງກັບວາລະແຫ່ງຊາດໃຫ້ບັນດາສໍານັກສື່ ມວນຊົນເຊັ່ນ: ໜັງສືພິມວຽງຈັນໃໝ່, ວຽງຈັນ ທາມ, ຂ່າວສານປະເທດລາວ, ວິທະຍຸ ແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສໍານັກອື່ນໆ.