ບັນດາໄວໜຸ່ມສາວຫຼາຍຄົນມີອາການເຈັບຫຼັງ ບາງຄົນຄິດວ່າອາດເກີດຈາກການນັ່ງເປັນເວລາດົນເກີນໄປ,
ຫຼາຍຄົນທີ່ມີອາການປວດຫຼັງ ມັກຄິດວ່າເກີດບັນຫາກັບກະດູກສັນຫຼັງ ແລະ ເກີດມີຄຳຖາມຢູ່ໃນໃຈວ່າ ມີຄວາມສ່ຽງເປັນໄປໄດ້ບໍ່ທີ່ຈະເກີດຄວາມຜິດປົກກະຕິຂຶ້ນກັບກະດູກ ຫຼື ກ້າມຊີ້ນ, ເຊິ່ງຄວາມຈິງແລ້ວ ມັນກໍສາມາດເປັນໄປໄດ້ ແຕ່ໃນບາງຄົນກໍອາດຈະເປັນຍ້ອນສາເຫດອື່ນ.

ອາການປວດຫຼັງໂດຍທົ່ວໄປ ອາດເປັນອາການປວດຫຼັງຈາກການນັ່ງດົນເກີນໄປ, ຍົກເຄື່ອງໜັກ ຫຼື ອອກກຳລັງກາຍຫຼາຍເກີນໄປ ໂດຍອາການທີ່ຮູ້ສຶກໄດ້ ຄື: ປວດເມື່ອຍ, ເຈັບກ້າມຊິ້ນເຄັ່ງ ແຕ່ຖ້າຫາກເປັນໜັກຈົນຮູ້ສຶກວ່າ ຫຼັງເໜັງຕີງບໍ່ໄດ້ ຫຼື ເຈັບໄປຈົນເຖິງຂາຂ້າງໃດຂ້າງໜຶ່ງ ອາດເກີດຈາກໝອນຮອງກະດູກເຄື່ອນໄປກົດທັບເສັ້ນປະສາດ, ເຊິ່ງຈະຕ້ອງໄປກວດນຳແພດ ເພື່ອຮັບການປິ່ນປົວຢ່າງຖືກວິທີ.

ແຕ່ບາງເທື່ອອາການເຈັບທີ່ເຮົາຄິດວ່າ ເຈັບຫຼັງ ຫຼື ບາງອາການທີ່ປວດຫຼັງຊຳເຮື້ອ ກໍບໍ່ໄດ້ເປັນເພາະກ້າມຊິ້ນ ແລະ ກະດູກສະເໝີໄປ, ມີລັກສະນະອາການເຈັບຫຼັງບາງອາການທີ່ເປັນສັນຍານເຕືອນໄພຈາກພະຍາດທີ່ເກີດກັບອະໄວຍະວະພາຍໃນ ແລະ ຈຳເປັນຕ້ອງຮີບເຂົ້າຮັບການປິ່ນປົວໃຫ້ທັນເວລາ.

1. ອາການເຈັບຫຼັງຮ່ວມກັບແຂນຂາຊາ ບໍ່ມີແຮງກັ້ນຖ່າຍເບົາ ແລະ ຖ່າຍໜັກບໍ່ໄດ້
ລັກສະນະອາການດັ່ງກ່າວ ເປັນໄປໄດ້ວ່າ ໄຂກະດູກສັນຫຼັງໄດ້ຮັບບາດເຈັບ, ທາງທີ່ດີຄວນຮີບປຶກສາແພດໝໍຢ່າງຮີບດ່ວນ ເພື່ອມີການກວດເບິ່ງກະດູກສັນຫຼັງ ແລະ ຊອກຫາຕຳແໜ່ງທີ່ໄດ້ຮັບບາດເຈັບ ບາງຄົນພຽງແຕ່ນອນພັກປິ່ນປົວ ກໍຈະຫາຍດີຈາກອາການດັ່ງກ່າວໄດ້ ແຕ່ບາງຄົນອາດຈຳເປັນຕ້ອງເຂົ້າຮັບການຜ່າຕັດ.

2. ເຈັບຫຼັງບໍລິເວນແອວ ແລະ ເປັນໄຂ້ໜາວສັ່ນ
ສາເຫດຂອງອາການອາດເກີດຈາກການອັກເສບຂອງໝາກໄຂ່ຫຼັງ ຫຼື ອາດເປັນພະຍາດກວຍໝາກໄຂ່ຫຼັງອັກເສບ ໂດຍສາເຫດເຫຼົ່ານີ້ເກີດໄດ້ຈາກການກິນນ້ຳໃນແຕ່ລະມື້ໜ້ອຍເກີນໄປ ແລະ ການອົດຍ່ຽວເປັນຕົ້ນ; ສະນັ້ນ, ໃນແຕ່ລະມື້ຄວນກິນນ້ຳຫຼາຍໆ, ປ່ຽນພຶດຕິກຳການອົດຍ່ຽວ ແລະ ເມື່ອປິ່ນປົວໝາກໄຂ່ຫຼັງຈົນເປັນປົກກະຕິດີແລ້ວ ອາການເຈັບດັ່ງກ່າວກໍຈະຫາຍດີຂຶ້ນ.

3. ເຈັບເທິງບັ້ນແອວທັງສອງຂ້າງ
ຖ້າຫາກມີອາການເຈັບເທິງບັ້ນແອວທັງສອງຂ້າງ ລວມເຖິງມີເລືອດປົນໃນນ້ຳຍ່ຽວ, ມີຄວາມດັນເລືອດສູງ ແລະ ມີພາວະເລືອດຈາງຮ່ວມນໍາ; ໃນກໍລະນີນີ້ເປັນສັນຍານບອກເຖິງພະຍາດຖົງນ້ຳໃນໝາກໄຂ່ຫຼັງ, ເຊິ່ງພະຍາດນີ້ເປັນພະຍາດທີ່ສາມາດຖ່າຍທອດທາງກໍາມະພັນໄດ້.

ເມື່ອມີຖົງນ້ຳໃນໝາກໄຂ່ຫຼັງ ກໍຈະເຮັດໃຫ້ໝາກໄຂ່ຫຼັງເຮັດວຽກໄດ້ໜ້ອຍລົງ ເມື່ອໝາກໄຂ່ຫຼັງເຮັດວຽກໄດ້ໜ້ອຍລົງ ຈະສົ່ງຜົນເສຍຕໍ່ຮ່າງກາຍ ແລະ ເກີດພະຍາດຄວາມດັນເລືອດສູງ ໝາກໄຂ່ຫຼັງອາດຕິດເຊື້ອໄດ້ງ່າຍ ແລະ ໝາກໄຂ່ຫຼັງຊຳເຮື້ອ ຈົນຮອດໝາກໄຂ່ຫຼັງຢຸດເຮັດວຽກຖາວອນ. ນອກຈາກບັນຫາການເຮັດວຽກຂອງໝາກໄຂ່ຫຼັງແລ້ວ ຍັງເຮັດໃຫ້ເກີດຖົງນ້ຳບ່ອນອື່ນໄດ້ນໍາເຊັ່ນ: ຕັບ, ຕັບອ່ອນ, ຮວຍໄຂ່, ອັນທະ ແລະ ເກີດໃນຫຼອດເລືອດສະໝອງນຳອີກ.

4. ອາການເຈັບຫຼັງທີ່ເກີດໃນແມ່ຍິງຖືພາ
ອາດເປັນຜົນມາຈາກປັດໄຈຫຼາຍຢ່າງ ເຊັ່ນ: ຮໍໂມນໃນຮ່າງກາຍເກີດການປ່ຽນແປງ ເຮັດໃຫ້ເສັ້ນເອັນ ແລະ ກ້າມຊີ້ນຢຶດ, ກະດູກຢ່ອນຍານ, ການແບກຮັບນ້ຳໜັກທີ່ເພີ່ມຂຶ້ນຂອງເດັກນ້ອຍ ຫຼື ມົດລູກ ທີ່ໃຫຍ່ຂຶ້ນກົດທັບເສັ້ນປະສາດ ເຮັດໃຫ້ເຈັບຫຼັງຈົນໄປຮອດຂາໄດ້.

5. ເຈັບຫຼັງຊຳເຮື້ອດົນເປັນເດືອນ ແລະ ປວດຫຼາຍຂຶ້ນເລື້ອຍໆ
ຖ້າຫາກເກີດຂຶ້ນກັບຄົນຕຸ້ຍ ຫຼື ຜູ້ທີ່ມີອາຍຸຫຼາຍກວ່າ 45 ປີ, ອາດເກີດຂຶ້ນໄດ້ເນື່ອງຈາກພະຍາດໄຂຂໍ້ອັກເສບ ຫຼື ກະດູກສັນຫຼັງ. ການປິ່ນປົວໃນກໍລະນີນີ້, ແພດຈະໃຫ້ຢາແກ້ປວດມາກິນ ໃຫ້ຮັບການເຮັດກາຍຍະພາບບຳບັດ ແລະ ແນະນຳໃຫ້ຮັບປະທານອາຫານທີ່ມີແຄວຊຽມເພີ່ມຂຶ້ນ ຖ້າເປັນຄົນຕຸ້ຍຫຼາຍກໍຈະຕ້ອງໃຫ້ຫຼຸດນ້ຳໜັກລົງ.