ການເປີດຂະບວນການວຽກງານກໍ່ສ້າງຮາກຖານການເມືອງ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ສ້າງຄອບຄົວ, ບ້ານປ້ອງກັນຄວາມສະຫງົບດີ ຢູ່ບ້ານນາຊາ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ເລີ່ມຂຶ້ນໃນວັນທີ 27 ເມສາ 2022 ໂດຍການເຂົ້າ ຮ່ວມເປັນປະທານ ໂດຍ ພັທ ສິງຄຳ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ເມືອງປາກງື່ມ, ມີຄະນະຮັບຜິດຊອບລົງກໍ່ສ້າງຮາກຖານ, ອຳນາດການປົກຄອງບ້ານ, ພໍ່-ແມ່ປະຊາຊົນເຂົ້າຮ່ວມ.

ພັທ ສົມພານ ປະເສີດ ຫົວໜ້າ ປກສ ກຸ່ມ 4 ນາຝາຍ ໄດ້ຜ່ານເອກະສານແຈ້ງການຕ່າງໆ ແລະ ຜ່ານວຽກງານທີ່ຈະປະຕິບັດໃນແຕ່ລະວັນໃນການລົງກໍ່ສ້າງຮາກຖານໃນຄັ້ງນີ້, ເປັນຕົ້ນແມ່ນແຈ້ງການໃຫ້ເກັບຂໍ້ມູນ, ຂຶ້ນບັນຊີ ແລະ ທ້ອນໂຮມ, ອາວຸດລ່າເນື້ອ, ໝໍ້ຊ໊ອດ, ເຄື່ອງມືຫາປາ, ຈັກສະຕິນ ແລະ ອື່ນໆ ທີ່ຜິດຕໍ່ລະບຽບກົດໝາຍ; ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດ; ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການກວດກາ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນການແກ້ໄຂບັນຫາຢາເສບຕິດຢູ່ 53 ບ້ານ ທົ່ວເມືອງປາກງື່ມ; ເຊິ່ງການລົງກໍ່ສ້າງຮາກຖານຢູ່ບ້ານນາຊາແມ່ນຄາດກະປະຕິບັດໜ້າວຽກຕ່າງໆໃຫ້ສຳເລັດ 4 ວັນ ໂດຍໃນວຽກທຳອິດແມ່ນເຕົ້າໂຮມພໍ່-ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມຮັບຟັງແຈ້ງການຕ່າງໆ, ເກັບກຳສະຖິຕິຄອບຄົວ, ບຳລຸງສິດໜ້າທີ່ຂອງ ປກສ ບ້ານຄືນໃໝ່, ຂຶ້ນບັນຊີເປົ້າໝາຍທີ່ມີການພົວພັນກັບຢາ ເສບ ຕິດແລ້ວນຳມາສຶກສາອົບຮົມໃຫ້ເຫັນໄດ້ເຖິງໄພອັນຕະລາຍຂອງຢາເສບຕິດ, ປະເມີນຜົນຄອບຄົວປອດຢາເສບຕິດ, ບ້ານປ້ອງກັນຄວາມສະຫງົບດີ.

ພ້ອມດຽວກັນນີ້, ທ່ານ ຊອບ ປະທຸມມີ ນາຍບ້ານນາຊາ ໃຫ້ຮູ້ເຖິງສະພາບຈຸດພິເສດຂອງບ້ານວ່າ: ບ້ານນາຊາ ແມ່ນບ້ານໜຶ່ງໃນຈຳນວນ 53 ບ້ານ ຂອງເມືອງປາກງື່ມ ຂຶ້ນກັບກຸ່ມ 4 ນາຝາຍ ທິດເໜືອຕິດກັບບ້ານດອນໄຮ່, ທິດໃຕ້ຕິດກັບບ້ານໝາກນາວ, ທິດຕາເວັນອອກຕິດກັບບ້ານໂນນສູງ, ທິດຕາເວັນຕົກຕິດກັບບ້ານນາຝາຍ, ມີພົນລະເມືອງ 768 ຄົນ ຍິງ 361 ຄົນ, ມີ 168 ຄອບຄົວ, ມີ 178 ຫຼັງຄາເຮືອນ.