ການແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດ ຈາກທະນາຄານແຫ່ງ ສປປ ລາວ ຈະເປັນປະກົດການຫຍໍ້ທໍ້ໃນສັງຄົມທີ່ສ້າງຜົນກະທົບຕໍ່ເສດຖະກິດ, ສະຖຽນລະພາບທາງດ້ານເງິນຕາ ແລະ ເປັນບໍ່ເກີດຂອງການປັນປ່ວນອັດຕາແລກປ່ຽນທີ່ເປັນສາເຫດໜຶ່ງ ເຮັດໃຫ້ສະພາບອັດຕາແລກປ່ຽນບໍ່ມີຄວາມສະຫງົບ. ສະນັ້ນ, ເພື່ອຕີຖອຍປະກົດການຫຍໍ້ທໍ້ດັ່ງກ່າວ ທະນາຄານແຫ່ງ ສປປ ລາວ ໄດ້ຫັນຮ້ານແລກປ່ຽນເງິນຕາທີ່ໄດ້ຮັບອະນຸຍາດ ໂດຍທະນາຄານແຫ່ງ ສປປ ລາວ ໃນໄລຍະຜ່ານມາ ໃຫ້ເປັນຕົວແທນຂອງທະນາຄານທຸລະກິດຕາມແຈ້ງການກ່ຽວກັບ ການຫັນຮ້ານແລກປ່ຽນເງິນຕາ ໄປເປັນ ຮ້ານຕົວແທນຂອງທະນາຄານທຸລະກິດ; ປັດຈຸບັນ, ມີຮ້ານແລກປ່ຽນເງິນຕາຕົວແທນດັ່ງກ່າວ ຈຳນວນ 419 ຮ້ານ ທົ່ວປະເທດ ຢູ່ພາຍໃຕ້ການຄຸ້ມຄອງໂດຍກົງຂອງ ທະນາຄານທຸລະກິດ.

ແນວໃດກໍຕາມ, ໃນປັດຈຸບັນຍັງພົບເຫັນມີການແລກປ່ຽນເງິນຕາແບບບໍ່ຖືກຕ້ອງ ເປັນຕົ້ນແມ່ນ ຍັງມີຮ້ານແລກປ່ຽນເງິນຕາທີ່ບໍ່ແມ່ນຕົວແທນທະນາຄານທຸລະກິດ, ມີການດຳເນີນທຸລະກິດແລກປ່ຽນເງິນຕາ ແບບມີໜ້າຮ້ານ ແລະ ບໍ່ມີໜ້າຮ້ານ, ມີການປະກາດໂຄສະນາອັດຕາແລກປ່ຽນ ທັງເປັນບ່ອນຕິດຕໍ່ຊື້-ຂາຍເງິນຕາຢ່າງເປີດແປນຜ່ານສື່ຕ່າງໆ ໂດຍບໍ່ຢ້ານກົວຕໍ່ລະບຽບກົດໝາຍ ເປັນຕົ້ນແມ່ນ: Facebook, Whatsapp ແລະອື່ນໆ.

ຕໍ່ກັບສະພາບດັ່ງກ່າວ ໄລຍະຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ສົມທົບກັບ ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລົງຕິດຕາມກວດກາຮ້ານແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດ ໃນຂອບເຂດນະຄອນຫຼວງວຽງຈັນ ໂດຍສະເພາະຢູ່ເຂດຕະຫຼາດຊັງຈຽງ, ສູນການຄ້າເຂດໜອງຈັນ, ເຂດໜອງດ້ວງ ແລະ ການໂຄສະນາຜ່ານສື່ຕ່າງໆ, ເຊິ່ງສາມາດກວດກາໄດ້ຈໍານວນ 33 ຮ້ານ, ພົບຜູ້ທີ່ຍັງດຳເນີນທຸລະກິດແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດ ຈຳນວນ 16 ຮ້ານ.

ຜ່ານການລົງຕິດຕາມກວດກາ ເຫັນວ່າ: ຜູ້ໃຫ້ບໍລິການແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດ ໄດ້ອາໄສຊ່ອງທາງສື່ສັງຄົມອອນລາຍ ປະກາດໂຄສະນາຊື້-ຂາຍເງິນຕາ ແລະ ອັດຕາແລກປ່ຽນແບບໂຈ່ງແຈ້ງ ໂດຍນຳໃຊ້ບັນຊີສ່ວນຕົວຂອງຕົນ ຫຼື ບັນຊີທຸລະກິດອື່ນທີ່ບໍ່ແມ່ນທຸລະກິດແລກປ່ຽນເງິນຕາ ດຳເນີນການແລກປ່ຽນເງິນຕາໂດຍຮູບແບບການໂອນຜ່ານບັນຊີເງິນຝາກ ແລະ ເງິນສົດ.

ຍິ່ງໄປກວ່ານັ້ນ, ຍັງມີການແອບອ້າງວ່າຕົນແມ່ນຕາງໜ້າໃຫ້ກັບ ຮ້ານແລກປ່ຽນເງິນຕາຕົວແທນທະນາຄານທຸລະກິດ ທີ່ໄດ້ຮັບອະນຸຍາດ ເພື່ອບໍລິການແລກປ່ຽນເງິນຕາ; ຕໍ່ປະກົດການດັ່ງກ່າວ ເຈົ້າໜ້າທີ່ຕຳຫຼວດ ແລະ ພະນັກງານຈາກທະນາຄານ ແຫ່ງ ສປປ ລາວ ໄດ້ສຶກສາອົບຮົມພວກກ່ຽວໃຫ້ຮັບຮູ້, ເຂົ້າໃຈຕໍ່ກັບລະບຽບກົດໝາຍ ແລະ ເຮັດບົດບັນທຶກກ່າວເຕືອນໃຫ້ຜູ້ລະເມີດຢຸດດຳເນີນທຸລະກິດແລກປ່ຽນເງິນຕາໂດຍທັນທີ, ກໍລະນີຫາກພົບເຫັນຍັງສືບຕໍ່ເຄື່ອນໄຫວທຸລະກິດແລກປ່ຽນເງິນຕາອີກ ຈະຖືກດຳເນີນມາດຕະການຕ່າງໆທີ່ໜັກກວ່າເກົ່າ ຕາມທີ່ກຳນົດໄວ້ໃນລະບຽບກົດໝາຍກ່ຽວຂ້ອງ.

ຕາມຄວາມເປັນຈິງແລ້ວ ການໃຫ້ບໍລິການແລກປ່ຽນເງິນຕາ ລວມທັງການກຳນົດ ແລະ ຕິດປະກາດອັດຕາແລກປ່ຽນ ຕ້ອງໄດ້ຮັບອະນຸຍາດຈາກ ທະນາຄານແຫ່ງ ສປປ ລາວ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 55/ສພຊ ລົງວັນທີ 22 ທັນວາ 2014 ແລະ ຂໍ້ຕົກລົງວ່າດ້ວຍ ທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 393/ທຫລ ລົງວັນທີ 2 ກໍລະກົດ 2020.

ຖ້າຫາກມີການເຄື່ອນໄຫວວຽກງານດັ່ງກ່າວ ໂດຍບໍ່ໄດ້ຮັບອະນຸຍາດ ຈະເປັນການລະເມີດຂໍ້ຫ້າມໃນມາດຕາ 28 ຂອງກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ, ເຊິ່ງຈະຖືກດຳເນີນມາດຕະການສຶກສາອົບຮົມ ແລະ ມາດຕະການປັບໃໝ ຕາມມາດຕາ 47 ແລະ ມາດຕາ 49 ຂອງກົດໝາຍສະບັບດັ່ງກ່າວ ຄື: ການດຳເນີນທຸລະກິດເງິນຕາຕ່າງປະເທດ ຫຼື ແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 30 ລ້ານກີບ; ການກຳນົດ, ຕິດປະກາດ ຫຼື ປະຕິບັດອັດຕາແລກປ່ຽນຂອງທະນາຄານທຸລະກິດ, ຮ້ານແລກປ່ຽນເງິນຕາ ຫຼື ສະຖານທີ່ບໍລິການທີ່ກ່ຽວຂ້ອງທີ່ບໍ່ຖືກຕ້ອງຕາມລະບຽບການ ຈະຖືກປັບໃໝ 50 ລ້ານກີບຕໍ່ຄັ້ງ, ກໍລະນີຫາກຍັງສືບຕໍ່ລະເມີດເປັນອາຈີນ ຈະຖືກປະຕິບັດຕາມທີ່ໄດ້ກຳນົດໃນປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ ລົງວັນທີ 17 ພຶດສະພາ 2017.

ສະນັ້ນ, ໃນນາມເຈົ້າໜ້າທີ່ຮັກສາຄວາມສະຫງົບ, ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ຈຶ່ງຮຽກຮ້ອງເຖິງບັນດາພໍ່-ແມ່ປະຊາຊົນທົ່ວສັງຄົມ ກໍລະນີຫາກມີຄວາມຕ້ອງການແລກປ່ຽນເງິນຕາ ທ່ານຄວນເຂົ້າໃຊ້ບໍລິການແລກປ່ຽນເງິນຕາກັບທະນາຄານທຸລະກິດ ຫຼື ຮ້ານແລກປ່ຽນເງິນຕາຕົວແທນທະນາຄານທຸລະກິດເທົ່ານັ້ນ. ທັງນີ້, ກໍເພື່ອຄວາມປອດໄພບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ ແລະ ບໍ່ເປັນການສົ່ງເສີມທຸລະກິດແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດ ກໍຄື ສົ່ງເສີມການຝ່າຝືນລະບຽບກົດໝາຍ.

ພ້ອມດຽວກັນນີ້, ເພື່ອເປັນການສະກັດກັ້ນບໍ່ໃຫ້ເກີດປະກົດການຫຍໍ້ທໍ້ ຫາກທ່ານພົບເຫັນຂໍ້ມູນການໃຫ້ບໍລິການແລກປ່ຽນເງິນຕາ ໂດຍບໍ່ໄດ້ຮັບອະນຸຍາດໂດຍມີລັກສະນະ ຄື: ບໍ່ມີທີ່ຕັ້ງຮ້ານທີ່ຊັດເຈນ, ບໍ່ມີປ້າຍຮ້ານແລກປ່ຽນເງິນຕາຕົວແທນທະນາຄານທຸລະກິດ, ນຳໃຊ້ບັນຊີສ່ວນບຸກຄົນ ຫຼື ບັນຊີທຸລະກິດອື່ນເຂົ້າໃນການແລກປ່ຽນເງິນຕາ ທ່ານສາມາດແຈ້ງ ຫຼື ສະໜອງຂໍ້ມູນດັ່ງກ່າວ ໃຫ້ກັບເຈົ້າໜ້າທີ່ຕຳຫຼວດ ເບີໂທ: 020 312401 ຫຼື ທະນາຄານແຫ່ງ ສປປ ລາວ ເບີໂທ 021 264590 ໃນໂມງລັດຖະການ ເພື່ອເປັນຂໍ້ມູນດໍາເນີນການຕິດຕາມກວດກາ ແລະ ດໍາເນີນມາດຕະການຕໍ່ພາກສ່ວນດັ່ງກ່າວຕາມກົດໝາຍ.