ວິທະຍາໄລຄູສະຫວັນນະເຂດ ໄດ້ປະກາດເປັນວິທະຍາໄລຄູປອດຢາເສບຕິດ ໃນວັນທີ 22 ເມສາຜ່ານມາ, ເຂົ້າຮ່ວມໂດຍ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີທ່ານ ລັດສະໝີ ພະໄຊສີ ຜູ້ອຳໜວຍການໂຮງຮຽນວິທະຍາໄລຄູສະຫວັນນະເຂດ, ມີຄູອາ ຈານ, ນັກສຶກສາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ໂພໄຊ ພິລາວົງ ຫົວໜ້າຫ້ອງການກິດຈະກຳການນັກສຶກສາວິທະຍາໄລຄູສະຫວັນນະເຂດໄດ້ລາຍງານໃຫ້ຮູ້ວ່າ: ວິທະຍາໄລຄູສະຫວັນນະເຂດ ຕັ້ງຢູ່ເຂດເທດສະບານ ນະຄອນໄກສອນພົມວິຫານ, ຖະໜົນເລກ 9, (ສະຫວັນນະເຂດ-ເຊໂນ) ທີ່ເຮັດໜ້າທີ່ສ້າງຄູໃຫ້ສອງແຂວງຄື: ຄຳມ່ວນ ແລະ ສະຫວັນນະເຂດ, ລະບົບການຈັດຕັ້ງປະກອບມີ ຄະນະອຳນວຍການ 4 ທ່ານ, ມີ 10 ຫ້ອງການ ແລະ 33 ໜ່ວຍງານ, ມີຄູອາຈານ-ພະນັກງານທັງ ໝົດ 176 ຄົນ ຍິງ 93 ຄົນ ແລະ ນັກສຶກສາ 365 ຄົນ ຍິງ 255 ຄົນ, ເຊິ່ງໃນໄລຍະຜ່ານມາ, ຄະນະຮັບຜິດຊອບແຕ່ລະຂັ້ນກໍໄດ້ມີແຜນການເຄື່ອນ ໄຫວໃນການຕ້ານ ແລະ ສະກັດກັ້ນສິ່ງເສບຕິດຕ່າງໆດ້ວຍຫຼາຍຮູບການ, ໂດຍການສຶກສາອົບຮົມດ້ານການເມືອງ-ແນວຄິດເປັນປົກກະຕິ, ເຜີຍແຜ່ ຜົນຮ້າຍຂອງຢາເສບຕິດ, ຈັດຕັ້ງເຜີຍແຜ່ລະບຽບຈະລາຈອນຕາມທ້ອງຖະໜົນຫຼວງ, ກິດຈະກຳຕ້ານ ແລະ ສະກັດກັ້ນສິ່ງເສບຕິດ, ກິດຈະກຳກວດກາ, ປະເມີນຜົນ ແລະ ສະຫຼຸບລາຍງານ, ກິດຈະກຳກວດກາ ແລະ ຮັບຮອງການປອດຢາເສບຕິດ, ກິດຈະກຳສະແດງຜົນຕໍ່ຄະນະກວດກາ ແລະອື່ນໆ ໂດຍຖືເອົາວຽກງານການສະກັດກັ້ນບັນຫາຢາເສບຕິດເປັນບັນຫາສໍາຄັນ, ແຕ່ລະພາກສ່ວນທີ່ກ່ຽວຂ້ອງກໍໄດ້ລົງຊຸກຍູ້ຕິດຕາມຢ່າງເປັນປົກກະຕິຕໍ່ເນື່ອງ.

ໃນໂອກາດດັ່ງກ່າວ, ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ເນັ້ນໃຫ້ບັນດາຄູ-ອາຈານ, ນັກສຶກສາ ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງຈົ່ງພ້ອມກັນຮັກສາມູນເຊື້ອອັນດີໃຫ້ຄຽງຄູ່ກັບສັງຄົມກໍຄືວິທະຍາໄລຕະຫຼອດໄປ. ນອກນີ້, ຕ້ອງໄດ້ຊຸກຍູ້ສົ່ງເສີມໃຫ້ນັກສຶກສາປະ ກອບສ່ວນໃນກິດຈະກຳຕ່າງໆໃຫ້ຫຼາກຫຼາຍສີສັນ ເພື່ອເຮັດໃຫ້ນັກສຶກສາຫ່າງໄກຈາກຢາເສບຕິດຕ່າງໆ. ຈາກນັ້ນ, ທ່ານກໍໄດ້ມອບໄບຢັ້ງຢືນວິທະ ຍາໄລຄູສະຫວັນນະເຂດ ເປັນວິທະຍາໄລຄູປອດຢາເສບຕິດ ຕ່າງໜ້າຮັບໂດຍ ທ່ານ ລັດສະໜີ ພະໄຊສີ ຜູ້ອຳນວນການວິທະຍາໄລຄູສະຫວັນນະເຂດ.