ເມື່ອບໍ່ດົນມານີ້, ນັກວິໄຈຈາກມະຫາວິທະຍາໄລ ກາລິຟໍເນຍ ໃນເມືອງຊານຟຣານຊິດສະໂກ ລັດກາລິຟໍເນຍ ສະຫະລັດ ອາເມລິກາ ໄດ້ເຜີຍແຜ່ເຖິງການສຶກສາໃໝ່ວ່າ ຫຼັງຈາກອາຍຸ 13 ປີ ແລ້ວສະໝອງຂອງມະນຸດອາດ ຈະຢຸດການສ້າງເແຊນປະສາດ; ເຊິ່ງຂັດແຍ່ງກັບຜົນວິໄຈກ່ອນໜ້ານີ້ທີ່ວ່າ ຮິບໂປແຄມປັດ (Hippocampus), ເຊິ່ງເປັນສ່ວນປະກອບສຳຄັນໃນການສ້າງຄວາມຊົງຈຳ ແລະ ການຮຽນຮູ້ຂອງສະໝອງມະນຸດ ລວມເຖິງສັດລ້ຽງ ລູກດ້ວຍນົມອື່ນໆ ຍັງສ້າງແຊນປະສາດດ້ວຍການສົ່ງຂໍ້ມູນຜ່ານສັນຍານເຄມີ ແລະ ໄຟຟ້າຈົນເຖິງໄວຜູ້ໃຫຍ່.

ການວິໄຈຄັ້ງໃໝ່ໄດ້ສຶກສາຈາກຕົວຢ່າງສະໝອງຂອງຜູ້ໃຫຍ່ ແລະ ເດັກໃນໄວ 13 ປີ ຂຶ້ນໄປ ຈຳນວນ 59 ຄົນ ບໍ່ພົບແຊນປະສາດທີ່ເກີດໃໝ່ໃນສະໝອງ, ສ່ວນຮິບໂປແຄມປັດຂອງຄົນທີ່ມີອາຍຸຫຼາຍກວ່າ 18 ປີ, ບໍ່ວ່າຈະ ເປັນແຊນປະສາດຂະໜາດນ້ອຍ ຫຼື ເຊວໂປຣເຈນິເຕີ (Progenitors), ເຊິ່ງເປັນແຊນທີ່ພັດທະນາມາຈາກແຊນ ຕົ້ນກຳເນີດໃນໄລຍະທຳອິດ ທີມນັກວິໄຈອະທິບາຍວ່າຮິບໂປແຄມປັດໃນສະໝອງມະນຸດ ສ່ວນໃຫຍ່ແລ້ວຈະສ້າງ ຂຶ້ນລະຫວ່າງມີການພັດທະນາສະໝອງຂອງເດັກນ້ອຍໃນທ້ອງແມ່ຖືພາ ໂດຍພົບວ່າແຊນປະສາດທີ່ມີການສ້າງຂຶ້ນ ໃໝ່ ໃນໂພງສະໝອງ ແຕ່ໃນສ່ວນອື່ນຂອງສະໝອງກໍຍັງບໍ່ມີການກວດສອບວ່າຈະມີຂະບວນການສ້າງແຊນປະ ສາດ (Neurogenesis) ຫຼື ບໍ່.

ແນວໃດກໍຕາມ, ການຄົ້ນພົບວ່າສະໝອງ ຂອງມະນຸດຈະຢຸດການສ້າງແຊນປະສາດ  ຫຼັງຈາກອາຍຸ 13 ປີນັ້ນ ມັນ ຂັດແຍ່ງກັບຜົນການວິໄຈທີ່ໄດ້ການຢືນຢັນຈາກນັກວິໄຈອື່ນໆ ທີ່ວ່າມີແຊນປະສາດຫຼາຍກວ່າຮ້ອຍແຊນ  ຖືກສ້າງ ຂຶ້ນທີ່ຮິບໂປແຄມປັດຂອງສະໝອງມະນຸດໃນທຸກໆວັນ   ລວມເຖິງມີຄວາມພະຍາຍາມຄົ້ນຄິດວິທີຈະຊ່ວຍເພີ່ມ ຂະບວນການສ້າງແຊນປະສາດ, ເຊິ່ງເຊື່ອວ່າຈະຊ່ວຍແກ້ບັນຫາການເຊື່ອມສະພາບຂອງສະໝອງໄປຕາມອາຍຸ ເຊັ່ນ: ອາຍຸຫຼາຍຂຶ້ນສະໝອງກໍຈະເຊື່ອມໄປນຳເທື່ອລະໜ້ອຍ.