ພະແນກຍຸຕິທຳແຂວງຜົ້ງສາລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2017 ແລະ ວາງທິດທາງປະຈຳປີ 2018 ຂຶ້ນຢູ່ສະໂມສອນກອງບັນຊາການ ປກສ ແຂວງຜົ້ງສາລີ ເພື່ອສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຂະແໜງຍຸຕິທຳໃນທົ່ວແຂວງ, ໃນກາງເດືອນມີນາ 2018 ຜ່ານມານີ້; ເຂົ້າຮ່ວມໂດຍ ທ່ານ ບົວທອງ ອຸແສງຄຳ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງທັງເປັນຜູ້ຊີ້ນຳຂົງເຂດປົກປ້ອງກົດໝາຍຂັ້ນແຂວງ, ມີບັນດາທ່ານຮອງເລຂາພັກເມືອງ, ຫົວໜ້າພະແນກ-ຮອງພະແນກ, ພະນັກງານ-ລັດຖະກອນພະແນກຍຸຕິທຳ ແລະ ພາກສ່ວນກ່ຽວຂ້ອງ.
ໃນກອງປະຊຸມ, ທ່ານ ພອນ ໄຊ ອ່ອນສາ ຫົວໜ້າພະແນກຍຸຕິທຳແຂວງປະທານກອງປະຊຸມ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຍຸຕິທຳແຂວງ ປະຈຳປີ 2017 ແລະ ວາງທິດທາງປະຈຳປີ 2018 ເຊິ່ງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວວຽກງານຂອງພະແນກຍຸຕິທຳໃນຕະຫຼອດໄລຍະທີ່ຜ່ານມາ, ຄະນະພະແນກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນສ່ວນຫຼາຍມີຄວາມຮັບຮູ້, ເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ເອົາໃຈໃສ່ຢ່າງຕັ້ງໜ້າໂດຍການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງປະຕິບັດຕາມພາລະບາດໜ້າທີ່ເປັນເສນາທິການໃຫ້ຄະນະພັກ ແລະ ອົງການປົກຄອງແຂວງ ກໍຄືຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍສູງຂຶ້ນກວ່າເກົ່າສະແດງ ອອກ: ໄດ້ໂຄສະນາເຜີຍແຜ່ກົດໝາຍ 145 ຄັ້ງ ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 16.416 ຄົນ ຍິງ 7.570 ຄົນ, ໂຄສະນາເຜີຍແຜ່ທາງວິທະຍຸ-ໂທລະໂຄ່ງ 56 ຄັ້ງ, ອອກຂ່າວທາງໂທລະພາບ ປກສ ລາຍການເພື່ອສັງຄົມຍຸຕິທຳມີ 6 ຂ່າວ, ເປີດຮຽນກົດໝາຍຊັ້ນຕົ້ນຢູ່ເມືອງຜົ້ງສາລີ, ເມືອງຍອດອູ, ເມືອງຂວາ ແລະ ເມືອງສຳພັນສຳເລັດມີນັກສຳມະນາກອນເຂົ້າຮຽນທັງໝົດ 187 ຄົນ ຍິງ 52 ຄົນ.
ນອກນັ້ນ, ຍັງໄດ້ເອົາໃຈໃສ່ວຽກງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານຜ່ານມາມີຄຳຕັດສິນທີ່ຄ້າງມີ 40 ເລື່ອງ, ມອບຂອງກາງອາວຸດ ( ປືນ ) ປະເພດຕ່າງໆ ໃຫ້ເຈົ້າໜ້າທີ່ກອງຄະດີ ປກສ ແຂວງມີ ຈຳນວນ 24 ກະບອກ ໃນນີ້, ປືນແກ໋ບ 19 ກະບອກ, ປືນເບີ 4 ກະບອກ, ປືນແຟດ 1 ກະບອກ, ມອບຢາເສບຕິດປະເພດຕ່າງໆໃຫ້ພະ ແນກສະກັດກັ້ນ ແລະ ຕ້ານຢາເສບຕິດເພື່ອທຳລາຍ ເນື່ອງໃນໂອກາດວັນສະເຫຼີມສະຫຼອງວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 16 ປີ ມີຢາບ້າຈຳນວນ 7.301 ເມັດ, ເຮໂຣອິນ 15 ກ້ອນນ້ອຍ ແລະ ຢາຝິ່ນປອມຄ້າງມາແຕ່ປີ 2011-2012 ຈຳນວນ 10,2 ກິໂລກຼາມ.
ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງຄຳໂອ້ລົມຈາກ ທ່ານ ບົວ ທອງ ອຸແສງຄຳ, ເຊິ່ງກ່ອນອື່ນທ່ານ ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະນຳຂອງຂະແໜງຍຸຕິທຳຕະຫຼອດເຖິງບັນດາສະຫາຍສະມາຊິກພັກ, ພະນັກງານທີ່ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມແນວທາງ ແລະ ລະບຽບກົດໝາຍກຳນົດໄວ້ພ້ອມທັງຮຽກຮ້ອງໃຫ້ຄະນະນຳຂອງຂະແໜງຍຸຕິທຳເອົາໃຈໃສ່ໃນການສຶກສາອົບຮົມດ້ານເມືອງ- ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງພ້ອມທັງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ເປັນເສນາທິການໃຫ້ແກ່ອົງການປົກຄອງແຕ່ລະຂັ້ນກ່ຽວກັບການສ້າງ ແລະ ປັບປຸງນິຕິກຳລຸ່ມກົດໝາຍ, ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍໃຫ້ຖັນແຖວພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ທົ່ວເຖິງ.