ຖ້າບັນດາໜຸ່ມສາວ ຢາກໄດ້ຮູບຮ່າງງາມ  ນອກຈາກຈະຕ້ອງອອກກຳລັງກາຍຢ່າງຈິງຈັງ ແລ້ວ ຍັງຕ້ອງມີວິທີຫຼຸດນ້ຳ ໜັກໃຫ້ຖືກຕ້ອງຄວນຄູ່ກັນໄປນໍາອີກ ໂດຍສະເພາະການກິນອາຫານ.

  1. ຢຸດກິນອາຫານທີ່ມີໄຂມັນຢ່າງເດັດຂາດ: ວິທີນີ້ຈະຊ່ວຍໃຫ້ໜ້າທ້ອງຫຼຸດລົງໄດ້ດີທີ່ສຸດເພາະໜ້າທ້ອງຂອງເຮົາຈະ ເປັນບ່ອນທໍາອິດທີ່ຮ່າງກາຍຈະເອົາໄຂມັນສ່ວນເກີນມາສະສົມໄວ້.
  2. ຈຳກັດປະລິມານອາຫານໃນແຕ່ລະຄາບ: ກິນອາຫານຕອນເຊົ້າໃຫ້ຫຼາຍທີ່ສຸດ ຕອນສວາຍ ຮອງລົງມາ ສ່ວນ ຕອນຄໍ່າຄວນເປັນກິນໜ້ອຍ ທີ່ສຸດ ຫຼື ກິນພຽງແຕ່ໝາກໄມ້ ຫຼື ອາຫານປະ ເພດເບົາໆກໍ່ພໍແລ້ວ.
  3. ອອກກຳລັງກາຍ: ການອອກກຳລັງກາຍ ຢ່າງໜ້ອຍ 3 ຄັ້ງຕໍ່ອາທິດ ແຕ່ລະເທື່ອບໍ່ຕ່ຳກວ່າ 30 ນາທີ ເພື່ອໃຫ້ມີ ການເຜົາຜານໄຂມັນສ່ວນ ເກີນເປັນໄປຢ່າງຕໍ່ເນື່ອງ ແລະ ເມື່ອສະຫຼາຍໄຂ ມັນໄດ້ແລ້ວ ການອອກກຳລັງກາຍ ຕໍ່ໄປກໍຈະເຮັດ ໃຫ້ກ້າມຊີ້ນກະຊັບ ແລະ ປ້ອງກັນບໍ່ໃຫ້ໄຂມັນ ກັບມາອີກ.
  4. ສຳລັບການອອກກຳລັງກາຍເພື່ອຫຼຸດນ້ຳ ໜັກ: ຈະຕ້ອງເນັ້ນທີ່ການເຄື່ອນໄຫວເປັນຈັງ ຫວະ ຈຶ່ງຈະໄດ້ຜົນດີີ ເຊັ່ນ: ເຕັ້ນແອໂຣບິກ, ແລ່ນ, ຍ່າງ ແລະ ລອຍນ້ຳ ເປັນຕົ້ນ.
  5. ການອອກກຳລັງກາຍເພື່ອຫຼຸດໜ້າທ້ອງ: ທ່ານຄວນຈະອອກກຳລັງກາຍໃນຕອນເຊົ້າ, ເຊິ່ງ ມັນຈະໄດ້ຜົນດີີທີ່ສຸດ ເພາະໃນຕອນເຊົ້າເປັນ ເວລາທີ່ລະບົບຕ່າງໆ ໃນລຳໄສ້ກຳລັງເຮັດວຽກ ຖ້າໄດ້ອອກກຳລັງກາຍກໍຈະຍິ່ງເພີ່ມການ ເຜົາຜານໄຂມັນບໍລິເວນໜ້າທ້ອງໄດ້ດີຫຼາຍຂຶ້ນ.
  6. ສຳລັບທ່າບໍລິຫານຫຼຸດໜ້າທ້ອງ: ບໍ່ວ່າ ຈະເລືອກເຮັດທ່າໃດກໍຕາມ, ທ່ານຄວນຈະເຮັດ ບໍ່ຕ່ຳກວ່າຄັ້ງລະ 15 ນາທີ. ຈາກນັ້ນ, ທ່ານກໍ ຄ່ອຍໆເພີ່ມຈຳນວນຄັ້ງຂຶ້ນໄປເລື່ອຍໆ ຈົນເຖິງ 3 ຄັ້ງ ຂຶ້ນໄປ.
  7. ສຳລັບການຫຼຸດໜ້າທ້ອງໃຫ້ໄດ້ຜົນ: ສິ່ງສຳ ຄັນຢູ່ທີ່ການເຮັດໃຫ້ກ້າມຊີ້ນໜ້າທ້ອງໄດ້ເຄື່ອນ ໄຫວຢ່າງຕໍ່ເນື່ອງ ຖ້າທ່ານເລືອກວິທີອອກກຳລັງ ຫຼຸດໜ້າທ້ອງແລ້ວ ແຕ່ທ່ານເຮັດບໍ່ໄດ້ຕາມນີ້ ກໍສະແດງວ່າທ່າອອກກຳລັງກາຍ ນັ້ນເປັນທ່າທີ່ບໍ່ໄດ້ ຜົນ ຫຼື ໃຫ້ອອກກຳລັງກາຍຢ່າງໜັກ ແຕ່ໜ້າທ້ອງ ບໍ່ໄດ້ເຄື່ອນໄຫວເລີຍ ກໍເທົ່າກັບວ່າເສຍ ແຮງໄປ. ສະນັ້ນ, ທ່ານຄວນເລືອກທ່າທີ່ເໝາະສົມ ແລະ ຈະເຮັດໃຫ້ໜ້າທ້ອງຂອງທ່ານສວຍງາມຂຶ້ນ.