ຖ້າທ່ານຢາກມີສຸຂະພາບແຂງແຮງ ເຮັດໃຫ້ ຊີວິດຍືນຍາວ ແລະ ໄດ້ຢູ່ກັບຄົນທີ່ເຮົາຮັກໄປ ດົນໆ, ເຮົາຕ້ອງເອົາໃຈໃສ່ ຮັກສາສຸຂະພາບໃຫ້ດີ, ກິນອາຫານໃຫ້ຄົບ 5 ໝູ່ ພ້ອມທັງອອກກຳລັງກາຍຢ່າງສະໝ່ຳສະເໝີ. ນອກນັ້ນ, ການ ນອນຫຼັບພັກຜ່ອນໃຫ້ພຽງພໍກໍເປັນອີກໜຶ່ງປັດໄຈສຳຄັນທີ່ສົ່ງເສີມໃຫ້ມີສຸຂະພາບແຂງແຮງ. ເຊຶ່ອວ່າ ຫຼາຍຄົນຍັງ ບໍ່ຮູ້ວ່າສິ່ງທີ່ບໍ່ຄວນເຮັດກ່ອນນອນ ເພາະມັນອາດລົບກວນການນອນຂອງຜ່ານ ດັ່ງ 4 ປັດໄຈ ລຸ່ມນີ້ ທີ່ບໍ່ຄວນເຮັດ ກ່ອນນອນ.

  1. ບໍ່ຄວນໃສ່ໂມງໃນເວລາເຂົ້ານອນ: ເພາະ ຂະນະທີ່ໂມງກຳລັງເຄື່ອນໄຫວຢູ່ນັ້ນ ມັນກໍຈະປ່ອຍພະລັງງານບາງຢ່າງ ອອກມາ ໂດຍມີຜົນຕໍ່ສຸຂະພາບໄລຍະຍາວ.
  2. ຢ່າລົມໂທລະສັບຈົນຫຼັບຄາຫູ: ເຊິ່ງລວມທັງການເອົາໂທລະສັບມືຖືວາງໄວ້ໃກ້ໆຕົວ ເພາະຕາມຫຼັກວິທະຍາສາດ ໄດ້ລະບຸວ່າ ໂທລະສັບມືຖືຈະປ່ອຍຄື່ນແມ່ເຫຼັກໄຟຟ້າ ທີ່ຈະສົ່ງຜົນຕໍ່ລະບົບປະສາດໂດຍກົງຕໍ່ຕົວເຮົາ.
  3. ຢ່ານອນຫຼັບພ້ອມໆກັບເຄື່ອງສຳອາງທີ່ຍັງຕິດຢູ່ໃບໜ້າ: ເຖິງແມ່ນວ່າຈະເມື່ອຍຈາກການເຮັດວຽກ ຫຼື ໄປຮ່ວມ ງານມາດໜາຢູ່ໃບໜ້າກໍຕາມ, ສິ່ງສຳຄັນຕ້ອງລ້າງເຄື່ອງສຳອາງອອກໃຫ້ໝົດ ເພາະການຫຼັບທັງໆທີ່ຍັງມີເຄື່ອງ ສຳອາງຄາຢູ່ນັ້ນ ຈະພາໃຫ້ເກີດບັນຫາດ້ານຜິວໜັງໃນໄລຍະຍາວໄດ້.
  4. ສຳລັບແມ່ຍິງຢ່ານອນຫຼັບໃນຂະນະທີ່ຍັງໃສ່ເສື້ອຊ້ອນໃນຍົກຊົງ: ການໃສ່ເສື້ອຊ້ອນໃນ ຍົກຊົງເກີນ 12 ຊົ່ວໂມງ ຈະເປັນການເພີ່ມອັດຕາສ່ຽງຕໍ່ການເປັນພະຍາດມະເຮັງເຕົານົມ. ດັ່ງນັ້ນ, ກ່ອນນອນຄວນຖອດຍົກຊົງອອກ ເພື່ອເປັນການປ້ອງກັນພະຍາດທີ່ອາດຈະເກີດຂຶ້ນ ຖ້າຫາກຍັງບໍ່ປ່ຽນພືດຕິກຳອັນເກົ່າ.