ໃນຕອນເຊົ້າວັນທີ 18 ພຶດສະພາ 2022, ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີໄດ້ມີການພົບປະແລກປ່ຽນບົດຮຽນ ກ່ຽວກັບວຽກງານເສນາ ທິການ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ແລະ ແຂວງສາລະວັນ, ເຊິ່ງ ຫສນຍ ນໍາໂດຍທ່ານ ຮສ.ປອ. ສົມກຽດ ພະສີ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ແລະ ແຂວງສາລະວັນ ນຳໂດຍທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງໆສາລະວັນ; ມີທ່ານຫົວໜ້າຫ້ອງວ່າການແຂວງ, ເຈົ້າເມືອງ ແລະ ຫົວໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງສາລະວັນ, ບັນດາທ່ານຄະນະກົມ ແລະ ຄະນະພະແນກທີ່ກ່ຽວຂ້ອງພາຍ ໃນ ຫສນຍ ເຂົ້າຮ່ວມ ຢ່າງພ້ອມພຽງ.

ໃນໂອກາດນີ້, ທ່ານ ຮສ.ປອ. ສົມກຽດ ພະສີ ຕາງໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາພົບປະແລກປ່ຽນບົດຮຽນ ກ່ຽວກັບວຽກງານເປັນເສນາທິການໃຫ້ການນຳຮ່ວມກັບ ຫສນຍ ໃນຄັ້ງນີ້, ລວມທັງ ບັນດາຜົນສຳເລັດທີ່ທາງແຂວງ ສາມາດປະຕິບັດໄດ້ໃນໄລຍະຜ່ານມາ, ເຊິ່ງການມາເຮັດວຽກດັ່ງກ່າວ ຍັງໄດ້ນຳເອົາວຽກງານສຳຄັນ ທີ່ຢູ່ໃນຄວາມຮັບຜິດຊອບຂອງທ້ອງຖິ່ນຕົນ ໂດຍສະເພາະ ວຽກງານທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ແລະ ພັດທະນາໃຫ້ດີຂຶ້ນ ນຳມາສະເໜີປຶກສາຫາລືແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນ ເພື່ອຄົ້ນຄວ້າວິທີການແກ້ໄຂທີ່ເໝາະສົມ ແລະ ເກີດປະໂຫຍດສູງສຸດ ແກ່ປະເທດຊາດ ແລະ ປະຊາຊົນ ເວົ້າລວມ, ເວົ້າສະເພາະ ແມ່ນຄວາມພະຍາຍາມ ໃນການປັບປຸງ ແລະ ພັດທະນາ ວຽກງານເສນາທິການ ແລະ ການບໍລິການຮັບໃຊ້ຂັ້ນເທິງ ແລະ ປະຊາຊົນ ພາຍໃນແຂວງ ສາລະວັນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ ເປັນກ້າວໆ.

ໃນໂອກາດດຽວກັນ, ທ່ານ ພູທົງ ຄຳມະນີວົງ ຕາງໜ້າອົງການປົກຄອງແຂວງສາລະວັນ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະ ກິດ-ສັງຄົມ ຂອງແຂວງ ເວົ້າລວມ, ເວົ້າສະເພາະແມ່ນການປະຕິບັດພາລະບົດບາດ ການເປັນເສນາທິການ ໃຫ້ແກ່ຂັ້ນເທິງ ໃນດ້ານຕ່າງໆ ເປັນຕົ້ນ ການຄົ້ນຄວ້າ, ການລາຍງານ, ການປະສານງານ, ການປະຕິບັດແຜນງານ, ແຜນການ, ໂຄງການ ແລະ ອື່ນໆ ທີ່ອົງການປົກຄອງແຂວງ ຈັດຕັ້ງປະຕິບັດຕົວຈິງ ແລ້ວພົບຄວາມຫຍຸ້ງຍາກ, ລວມທັງ ສະພາບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາດ້ານຕ່າງໆ ເພື່ອເປັນພື້ນຖານອັນສຳຄັນ ແລະ ເອື້ອອຳນວຍ ໃຫ້ແກ່ພັດທະນາເສດຖະກິດ-ສັງຄົມຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໜັກແໜ້ນ ເປັນກ້າວໆ. ນອກຈາກນັ້ນ, ບັນດາທ່ານຫົວ ໜ້າພະແນກການຂອງແຂວງ ກໍ່ໄດ້ມີຄຳເຫັນແລກປ່ຽນ ຕໍ່ຂົງເຂດວຽກງານ ທີ່ຕິດພັນກັບຂະແໜງການຂອງຕົນຮັບຜິດຊອບ ຕື່ມອີກ.

ການພົບປະແລກປ່ຽນຄຳຄິດເຫັນ ເຊິ່ງກັນ ແລະ ກັນ ລະຫວ່າງ ຫສນຍ ກັບ ແຂວງສາລະວັນ ໃນຄັ້ງນີ້ ແມ່ນ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົນໄກການພົວພັນ ລະຫວ່າງ ກະຊວງ ແລະ ອົງການທຽບເທົ່າຂັ້ນສູນກາງ ກັບອົງການປົກຄອງທ້ອງຖິ່ນຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 8 ຂອງຂໍ້ຕົກລົງ ສະບັບເລກທີ 41/ນຍ, ລົງວັນທີ 30 ເມສາ 2021 ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ IX ເພື່ອແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້, ຕິດຕາມຄວາມຄືບໜ້າ ການຈັດຕັ້ງປະຕິບັດ ແຜນງານ, ແຜນການ ແລະ ນິຕິກຳ ຂອງລັດຖະບານ ແລະ ນາຍົກລັດຖະມົນຕີ ທີ່ປະກາດໃຊ້ແລ້ວ ໃຫ້ໄດ້ຮັບຜົນສຳເລັດ ຕາມຄາດໝາຍທີ່ກຳນົດໄວ້.