ໃນວັນທີ 13 ພຶດສະພາ 2022, ພົຈວ ສົມໄຊ ພູລະຄຳມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ພ້ອມດ້ວຍຄະນະນຳ ໄດ້ລົງຕິດຕາມຊຸກຍູ້-ຊີ້ນຳການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ 2021-2023 ຢູ່ເມືອງກະລືມ, ເຊິ່ງໃຫ້ການຕ້ອນຮັບໂດຍ ພັທ ພູຄຳ ແກ້ວວີນຕານ ຫົວໜ້າກອງບັນຊາການ ປກສ ເມືອງກະລຶມ, ມີອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ພັທ ພູຄຳ ແກ້ວວີນຕານ ໄດ້ລາຍງານການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນໄລຍະຜ່ານມາ ວ່າ:

ໄດ້ຈັດຕັ້ງປະຕິບັດມີ 9 ໝູ່ບ້ານ, ມີ 888 ຫຼັງຄາເຮືອນ, ມີ 1.020 ຄອບຄົວ, ມີພົນລະເມືອງທັງໝົດ 5.585 ຄົນ ຍິງ 2.755 ຄົນ. ໃນນັ້ນ, ມີໝູ່ບ້ານທີ່ໄດ້ຮັບຜົນກະທົບຈາກບັນຫາຢາເສບຕິດຫຼາຍພໍສົມຄວນ ເນື່ອງຈາກວ່າມີເສັ້ນທາງເຊື່ອມໂຍງກັບເມືອງລະມາມ, ເມືອງສາລະວັນ, ເມືອງຕະໂອ້ຍ ແລະ ເສັ້ນທາງອອກໄປປະເທດຫວຽດນາມ ຈຶ່ງເຮັດໃຫ້ພວກກຸ່ມຄົນບໍ່ດີຈຳນວນໜຶ່ງລັກລອບນຳເອົາຢາເສບຕິດທຸກປະເພດ ມາຂາຍໃຫ້ກັບກຸ່ມໄວລຸ້ນ, ນັກຮຽນ, ນັກສຶກສາ, ກຳມະກອນ, ລູກຈ້າງ, ພະນັກງານຕາມສະຖາບັນສຶກສາອື່ນໆ.

ເຊິ່ງມັນໄດ້ເຮັດໃຫ້ຫຼາຍຄົນຕ້ອງຕົກເປັນທາດຂອງຢາເສບຕິດ ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ຂີ້ລັກ, ງັດແງະ, ປຸ້ນຈິີ້ຊິງຊັບ, ທຳຮ້າຍຮ່າງກາຍ, ຂົ່ມຂືນ, ຄາດຕະກຳ ແລະ ແຂ່ງລົດຕາມທ້ອງຖະໜົນຫົນທາງ ພາໃຫ້ເກີດອຸບັດຕິເຫດ, ເຮັດໃຫ້ສັງຄົມມີຄວາມວຸ້ນວາຍ, ບໍ່ມີຄວາມສະຫງົບ, ບໍ່ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເຮັດໃຫ້ຄອບຄົວບໍ່ມີຄວາມສະຫງົບ, ແຕກແຍກບໍ່ມີຄວາມສະມັກຄີ, ຂາດຄວາມອົບອຸ່ນ, ເສຍຊື່ສຽງຄອບຄົວ, ໂດຍບັນຫາດັ່ງກ່າວ ໄດ້ກາຍເປັນໄພຂົ່ມຂູ່ອັນຮ້າຍແຮງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງກຸ່ມບ້ານ ແລະ ເມືອງ.

ພົຈວ ສົມໄຊ ພູລະຄຳມະນີ ໄດ້ຊີ້ນໍາໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ເມືອງກະລືມ ເອົາໃຈໃສ່ສືບຕໍ່ຊີ້ນໍາ-ນໍາພາພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃຫ້ເຂັ້ມງວດ ແລະ ໄດ້ຮັບຜົນດີທີ່ສຸດ, ເອົາໃຈໃສ່ແກ້ໄຂ, ປາບປາມບັນດາເປົ້າໝາຍທີ່ເປັນເຄືອຂາຍຄ້າຂາຍຢາເສບຕິດໃຫ້ໝົດໄປ, ສືບຕໍ່ປຸກລະດົມພໍ່-ແມ່ປະຊາຊົນທຸກຊັ້ນຄົນ ໃຫ້ຊ່ວຍເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ໃນການຕິດຕາມ ແລະ ສົ່ງຂ່າວໃຫ້ຢ່າງທັນການ.