ໃນວັນທີ 17 ພຶດສະພາ 2022, ກອງບັນຊາການ ປກສ ເມືອງປະທຸມພອນ ແຂວງຈໍາປາສັກໄດ້ຈັດພິທີເປີດການສຶກສາອົບຮົມກຸ່ມເປົ້າໝາຍທີ່ມີ ຄວາມສ່ຽງພົວພັນກັບບັນຫາຢາເສບຕິດໃນທົ່ວກຸ່ມ VI ສະໂນດ ໂດຍການເປັນປະທານຂອງ ພັທ ບຸນຖອງ ວົງສະກຸນ ຫົວໜ້າກອງບັນຊາການ ປກສ ເມືອງ, ມີ ພັຕ ປະຖົມ ສຸກກວ້າງ ຄະນະກອງກໍ່ສ້າງຮາກຖານ ປກສ ແຂວງ, ມີບັນດາສະຫາຍຄະນະກຳມະການທີ່ມາຈາກຫ້ອງການອ້ອມຂ້າງເມືອງ, ປກສ ກຸ່ມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັທ ບຸນຖອງ ວົງສະກຸນ ກ່າວວ່າ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023 ໃຫ້ກາຍ ເປັນບູລິມະສິດທີ່ຮີບດ່ວນ-ເຄັ່ງຮ້ອນ ແລະ ໄດ້ຮັບປະສິດທິຜົນຕາມຄາດໝາຍທີ່ວາງໄວ້ນັ້ນ, ຄະນະພັກ-ຄະນະນໍາກອງ ບັນຊາການ ປກສ ເມືອງປະທຸມພອນ ໄດ້ນໍາພາກໍາລັງວິຊາສະເພາະ ແລະ ຄະນະຮັບຜິດຊອບເຄື່ອນໄຫວຕິດຕາມ-ກວດກາບັນດາເປົ້າໝາຍທີ່ເຫັນວ່າ ມີສ່ວນພົວພັນຢາເສບຕິດ ໂດຍສະເພາະແມ່ນບັນດາເປົ້າໝາຍທີ່ຂຶ້ນກັບກຸ່ມ VI ສະໂນດ ເຊັ່ນວ່າ: ຂຶ້ນເປົ້າໝາຍເພື່ອກວດກາ-ຕິດຕາມບັນດາແຫຼ່ງມົ້ວສຸມ, ເສບ ແລະ ຄ້າຂາຍຢາບ້າທີ່ຢູ່ໃນຄວາມຮັບຜິດຊອບຢ່າງເຂັ້ມງວດ ຄຽງຄູ່ກັບການກວດກາຄົນເຂົ້າ-ອອກເມືອງ-ບ້ານ, ຄົນພັກເຊົາຊົ່ວຄາວ ຕະຫຼອດຮອດການເຄື່ອນ ໄຫວຂອງສະມາຊິກແຕ່ລະຄອບຄົວທີ່ເຫັນວ່າມີຄວາມສ່ຽງ. ທັງນີ້, ກໍເພື່ອເຮັດໃຫ້ການຈັດຕັ້ງຜັນຂະຫຍາຍວາລະດັ່ງກ່າວໄດ້ຮັບປະສິດທິຜົນສູງ ແລະ ເປັນການສະກັດກັ້ນບັນຫາປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ແລະ ຍາວນານ, ສ້າງໃຫ້ໄດ້ຄວາມສະຫງົບ-ປອດໄພ ແລະ ເປັນລະບຽບຮຽບຮ້ອຍ.

ໃນໂອກາດດັ່ງກ່າວນີ້, ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ເອກະສານທີ່ສໍາຄັນ; ເຊິ່ງປະກອບມີ: ເອກະສານຜົນຮ້າຍຂອງຢາເສບຕິດ ແລະ ການຈັດຕັ້ງປະຕິບັດກ່ຽວກັບກົດໝາຍເສບຕິດ, ເອກະສານກົດໝາຍວ່າດ້ວຍຊາວໜຸ່ມລາວ, ເອກະສານການກໍ່ອາຊະຍາກຳວ່າດ້ວຍການລັກລົດ, ເອກະສານປະຕິບັດກົດໝາຍອາຍາ, ເອກະສານກ່ຽວກັບການສັນຈອນທາງບົກ, ເອກະສານປະຕິບັດຄຳຕັດສິນຂອງສານ, ເອກະສານກົດໝາຍວ່າດ້ວຍການປົກປ້ອງສິດ-ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ.

ຕອນທ້າຍ, ສະຫາຍ ພັທ ບຸນຖອງ ວົງສະກຸນ ກໍໄດ້ມີຄຳເຫັນໂອ້ລົມ ພ້ອມທັງເນັ້ນໜັກໃຫ້ເຈົ້າໜ້າທີ່ ປກສ ກຸ່ມເອົາໃຈໃສ່ຕິດຕາມ, ໂຄສະນາ ແລະ ເຜີຍແຜ່ບັນດາເອກະສານທີ່ພົວພັນກ່ຽວກັບບັນຫາຢາເສບຕິດໃຫ້ພໍ່-ແມ່ປະຊາຊົນ ໂດຍສະເພາະແມ່ນຊາວໜຸ່ມ-ໄວໜຸ່ມໃນແຕ່ລະບ້ານທີ່ຂຶ້ນກັບກຸ່ມໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ຄຽງຄູ່ກັບການແນະນໍາໃຫ້ບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງຈໍານວນດັ່ງກ່າວໃຫ້ເປັນເຈົ້າການຫຼີກເວັ້ນຕໍ່ບັນຫາຢາເສບຕິດ ເພື່ອເຮັດໃຫ້ບ້ານເມືອງມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຕື່ມອີກ.