ໃນວັນທີ 2 ມິຖຸນາ 2022 ຜ່ານມາ, ທ່ານ ວົງຈິດ ພັນທະວົງ ຕ່າງໜ້າບໍລິສັດ ລີຊິງ 12 ປັນນາ ປະຈໍາເມືອງສິງ ແຂວງຫຼວງນໍ້າທາ ໄດ້ນໍາເອົາເງິນ ຈໍານວນ 5 ລ້ານ ກີບ ມອບໃຫ້ກອງບັນຊາການ ປກສ ເມືອງສິງ, ຕາງໜ້າກ່າວຮັບ ໂດຍ ພັທ ພຸດທະສອນ ວົງແຝງຄໍາ ຫົວໜ້າກອງບັນຊາການ ປກສ ເມືອງ, ມີພາກສ່ວນກຽ່ວຂ້ອງສອງຝ່າຍເຂົ້າຮ່ວມ.

ທ່ານ ວົງຈິດ ພັນທະວົງ ກ່າວ ວ່າ:ຈຸດປະສົງ ໃນການນຳເອົາເງິນ ຈໍານວນດັ່ງກ່າວ ມາມອບໃນຄັ້ງນີ້ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄື: ວາລະແຫ່ງຊາດວ່າດ້ວຍການແກ້ໄຂເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບເພື່ອຮັບປະ ກັນໃຫ້ທົ່ວເມືອງມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ໃນພິທີ, ພັທ ພຸດທະສອນ ວົງແຝງຄໍາ ໄດ້ກ່າວສະແດງຄວາມຂອບໃຈນໍາ ທ່ານ ວົງຈິດ ພັນທະວົງ ທີ່ໄດ້ຕ່າງໜ້າໃຫ້ບໍລິສັດ ລີຊິງ 12 ປັນນາ ທີ່ໃຫ້ການປະກອບສ່ວນຊ່ວຍເຫຼືອດ້ານງົບປະມານ ເພື່ອປະກອບເຂົ້າໃນການແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ. ພ້ອມທັງໃຫ້ສັນຍາວ່າ ຈະໝູນໃຊ້ເງິນຈໍານວນດັ່ງກ່າວເຂົ້າໃນວຽກງານວິຊາສະເພາະໃຫ້ໄດ້ຮັບໝາກຜົນສູງສຸດ.