ພາຍຫຼັງມີວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຫຼາຍພາກສ່ວນກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນຂົງເຂດວຽກງານຕົວຈິງດ້ວຍຄວາມເອົາໃຈໃສ ໂດຍສະເພາະແມ່ນກໍາລັງປ້ອງກັນຄວາມສະຫງົບເປັນພາກສ່ວນຫຼັກ, ນັບແຕ່ສູນກາງລົງຮອດທ້ອງຖິ່ນ ກໍໄດ້ເອົາໃຈໃສ່ປະຕິບັດ ແລະ ຜັນຂະຫາຍເຂົ້າໃນວຽກງານມີຜົນ

ພັທ ພົມມາລາ ຄານລະຫວັນ ຫົວໜ້າກອງບັນຊາການ ປກສ ເມືອງຄູນຄໍາ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 1 ຂອງ ປກສ ເມືອງຄູນຄຳ ໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ແຂວງຄໍາມ່ວນ (2021-2023), ໂດຍມີ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີຄະນະພັກ-ຄະນະກອງບັນຊາການ ປກສ ເມືອງ, ປກສ ກຸ່ມບ້ານ, ພະນັກງານ-ນັກຮົບເຂົ້າຮ່ວມ ໃຫ້ຮູ້ວ່າ: ໃນໄລຍະ 3 ເດືອນ ປີ 2022, ພາຍຫຼັງໄດ້ຮັບການຈັດຕັ້ງປະຕິບັດການເຊື່ອມຊຶມບັນດານິຕິກໍາ, ເອກະສານຕ່າງໆກ່ຽວກັບວາລະແຫ່ງຊາດທາງຄະນະກອງບັນຊາການ ປກສ ເມືອງ ໄດ້ເອົາໃຈໃສ່ຊີ້ນໍາເຫຼົ່າຮົບວິຊາສະເພາະຢ່າງໃກ້ຊິດໃນການຈັດຕັ້ງປະຕິບັດແກ້ໄຂບັນຫາຢາເສບຕິດພາຍໃນຂອບເຂດ ໃນທົ່ວເມືອງຄູນຄຳເຫັນວ່າບັນຫາປະກົດການຫຍໍ້ທໍ້ໃນສັງຄົມຍັງ ເກີດຂຶ້ນຢ່າງຕໍ່ເນື່ອງ,.ໃນນັ້ນ, ໄດ້ ລົງເຄື່ອນໄຫວໂຄສະນາເຜີຍແຜ່ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023 ຢູ່ຂັ້ນຮາກຖານບ້ານ ແມ່ນສຳເລັດ ຈຳນວນ 23 ຈຸດທົ່ວເມືອງ, ມີຜູ້ເຂົ້າຮ່ວມ 1.372 ຄົນ ຍິງ 593 ຄົນ; ລົງເຜີຍແຜ່ຢູ່ບັນດາໂຮງຮຽນມັດທະຍົມຕອນຕົ້ນ,ມັດທະຍົມຕອນປ້າຍ ແລະ ມັດທະຍົມສົມບູນ ຈຳນວນ 11 ແຫ່ງ ທົ່ວເມືອງ ມີຜູ້ເຂົ້າຮ່ວມທັ້ງໝົດ 1.587 ຄົນ ຍິງ 850 ຄົນ, ໃນນີ້ມີ ພະນັກງານຄູ-ອາຈານ 136 ຄົນ ຍິງ 71 ຄົນ, ເຊິ່ງເອກະສານທີ່ນຳໄປເຜີຍແຜ່ແມ່ນມີເອກະສານກົດໝາຍວ່າດ້ວຍຢາເສບຕິດ ສະບັບເລກທີ 02/ສພຊ, ລົງວັນທີ 9 ສິງຫາ 2021 ແລະ ເອກະສານຜົນຮ້າຍຂອງຢາເສບຕິດ.

ຄຽງຄູ່ກັບວຽກງານດັ່ງກ່າວ, ກອງບັນຊາການ ປກສ ເມືອງຂອງພວກເຮົາຍັງໄດ້ເຄື່ອນໄຫວວຽກງານວິຊາສະເພາະສາມາດມ້າງລາຍຄະດີຢາເສບຕິດ ໄດ້ທັງໝົດ 13 ເລື່ອງ, ຜູ້ຖືກຫາ 19 ຄົນ ຍິງ 2 ຄົນ, ຢຶດວັດຖຸຂອງກາງໄດ້ຢາບ້າ ຈຳນວນ 501 ເມັດ, ເງິນສົດ 80.000 ກີບ, ປືນແກັບຈຳນວນ 7 ກະບອກ, ປືນສັ້ນປະດິດ 1 ກະ ບອກ, ລູກປືນແວ໋ງ 3 ລູກ, ລູກປືນ AK 3 ລູກ, ຍັງໄດ້ຂຶ້ນບັນຊີ້ເປົ້າ ໝາຍເສບຢາເສບຕິດໄດ້ທັງໝົດ 260 ຄົນ ຍິງ 1 ຄົນ, ເປົ້າໝາຍຄ້າ-ຂາຍຍ່ອຍຈຳນວນ 49 ຄົນ ຍິງ 1 ຄົນ, ພ້ອມນັ້ນ, ກໍໄດ້ສຶກສາອົບຮົມ ຂັ້ນກອງບັນຊາການ ປກສ ເມືອງ 6 ເລື່ອງ, ຜູ້ຖືກດັດສ້າງ 9 ຄົນ, ສຶກສາອົບຮົມດັດສ້າງຂັ້ນໄອຍາ ການເຂດ 1 ຈຳນວນ 1 ເລື່ອງ, ຜູ້ຖືກ ຫາ 1 ຄົນ, ສົ່ງກອງບັນຊາການ ປກສ ແຂວງດໍາເນີນ 5 ລາຍ, ຜູ້ ຖືກຫາ 7 ຄົນ ຍິງ 2 ຄົນ, ພວມດຳເນີນໃນປັດຈຸບັນ 1 ເລື່ອງ ແລະ ຜູ້ຖືກຫາ 2 ຄົນ.