ໃນວັນທີ 22 ມິຖຸນາ 2022, ເມືອງສະໜາມໄຊ ແຂວງອັດຕະປື ຈັດຝຶກອົບຮົມຫຼັກສູດການສ້າງຕັ້ງລະບົບບູລະນະຮັກສາເສັ້ນທາງແບບມີສ່ວນຮ່ວມຈາກຊຸມຊົນ ໂດຍການເຂົ້າເປັນປະທານຂອງທ່ານ ນາງ ພູດອນ ຈູມມະລີ ຮອງເຈົ້າເມືອງ, ມີທ່ານ ເສີມຄຳ ຈັນທະວົງ ຜູ້ປະສານງານບູລະນະຮັກສາເສັ້ນທາງແບບມີສ່ວນຮ່ວມ, ມີນັກວິທະຍາກອນ, ສໍາມະນາກອນອ້ອມຂ້າງເມືອງ ແລະ ອຳນາດການປົກຄອງບ້ານ, ກຸ່ມບ້ານເຂົ້າຮ່ວມ.

ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້, ກໍເພື່ອຍົກລະດັບຂີດຄວາມສາມາດ, ຄວາມເຂົ້າໃຈກ່ຽວກັບການນໍາໃຊ້ເສັ້ນທາງແບບມີສ່ວນຮ່ວມ ເພື່ອຫຼຸດຜ່ອນການເປ່ເພເສຍຫາຍ ແລະ ຫຼຸດຜ່ອນງົບປະມານການສ້ອມແປງທາງຊົນນະບົດດ້ວຍກົນຈັກ ເພື່ອໃຫ້ເສັ້ນທາງຊົນນະບົດໃຫ້ມີຄວາມສະອາດ, ຜູ້ຂັບຂີ່ປອດໄພ, ປະຊາຊົນເປັນເຈົ້າຂອງເສັ້ນທາງ ແລະ ເປັນຜູ້ນຳໃຊ້ໃຫ້ມີອາຍຸການທີ່ຍາວນານ.

ໃນໂອກາດດຽວກັນນີ້, ທ່ານ ເສີມຄຳ ຈັນທະວົງ ໄດ້ມອບອຸປະກອນທີ່ຈຳເປັນຈຳນວນໜຶ່ງໃຫ້ແກ່ເມືອງເຊັ່ນ: ຈົກ, ຊວ້ານ, ລໍ້ຍູ້, ຄາດອີປີກ,ເຫຼັກຕຳດິນຕີນຊ້າງ ລວມມູນຄ່າທັງໝົດ 68 ລ້ານກວ່າກີບ. ເພື່ອມອບໃຫ້ອຳນາດການປົກຄອງເມືອງ ແລະ ບ້ານນໍາໃຊ້ເຂົ້າໃນການຮັກສາບູລະນະເສັ້ນທາງໃຫ້ໄດ້ 4 ຄັ້ງຕໍ່ປີ.