ກອງບັນຊາການ ປກສ ແຂວງຜົ້ງສາລີ ຈັດກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ບັນຊາ ຂັ້ນກອງບັນຊາການ ປກສ ແຂວງ ຄຸ້ມຄອງ ຂອງຫ້ອງການ ກອງບັນຊາການ, ຫ້ອງ 509 ແລະ ຫ້ອງ 504 ໃນວັນທີ 15 ມິຖຸນາ ຜ່ານມາ, ເປັນປະທານໂດຍ ພັອ ຢີນວັນນະສຸກ ບຸດຕະນະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຫົວໜ້າຫ້ອງ-ຄະນະຫ້ອງ 3 ຫ້ອງ, ຄະນະຮັບຜິດຊອບຂັ້ນກອງບັນຊາການ ປກສ ແຂວງ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ໃນກອງປະຊຸມ, ພັອ ຢີນວັນນະສຸກ ບຸດຕະນະວົງ ກ່າວວ່າ:

ແຜນກໍານົດພະນັກງານນໍາພາ-ບັນຊາ ແມ່ນຂະບວນວິວັດແຫ່ງການສ້າງແຫຼ່ງພະນັກງານ ໃນປະຈຸບັນ ແລະ ອານາຄົດ ເພື່ອຊອກເຫັນບໍາລຸງສ້າງຈັດວາງສັບຊ້ອນ ແລະ ນໍາໃຊ້ຜູ້ທີ່ມີຄວາມຮູ້-ຄວາມສາມາດຄົບມາດຖານເງື່ອນໄຂ ເຂົ້າໃນຕໍາແໜ່ງງານຂັ້ນພາ-ບັນຊາ ຕາມເປົ້າໝາຍແຜນຍຸດທະສາດໃນໄລຍະຍາວ; ພ້ອມນີ້ ຍັງເປັນໜ້າທີ່ຄວາມຮັບຜິດຊອບໂດຍກົງ ເປັນວຽກປົກກະຕິໃນຊີວິດການເມືອງຂອງ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ. ແຜນກໍານົດພະນັກງານ ແມ່ນມີບົດບາດສໍາຄັນເປັນປັດໄຈຕັດສິນໄຊຊະນະ ຫຼື ປະລາໄຊຂອງການຈັດຕັ້ງ ລວມເຖິງການຄົງຕົວ ແລະ ຂະຫຍາຍຕົວຂອງລະບອບປະຊາທິປະໄຕ  ທີ່ພັກປະຊາຊົນ ປະຕິວັດລາວ ເປັນຜູ້ນໍາພາເພື່ອກ້າວໄປສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວ.

ພັອ ຢີນວັນນະສຸກ ບຸດຕະນະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ

ຈາກນັ້ນ, ພັທ ສານແສງ ເສົາສຸລິພົມ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງ, ຄຳແນະນຳ ແລະ ແຈ້ງການຕ່າງໆ ເຊັ່ນ:

  • ຂໍ້ຕົກລົງຂອງ ກອງບັນຊາການ ປກສ ແຂວງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບ ປກສ ແຂວງ ລົງຈັດຕັ້ງປະຕິບັດສ້າງແຜນກໍານົດພະນັກງານນໍາພາ-ບັນຊາຂອງຫ້ອງ ແລະ ກອງພັນ ອ້ອມຂ້າງ ປກສ ແຂວງ
  • ຄໍາແນະນໍາຂອງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ວ່າດ້ວຍ ການຈັດຕັ້ງປະຕິບັດມະຕິຕົກລົງຂອງ ຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການຂຶ້ນແຜນກໍານົດພະນັກງານນໍາພາ-ບັນຊາ ໃນກໍາລັງປ້ອງກັນຄວາມສະຫງົບ
  • ແຈ້ງການແນະນໍາຂອງ ກົມໃຫ່ຍການເມືອງ ປ້ອງກັນຄວາມສະຫງົບ ກ່ຽວກັບ ການກະກຽມດໍາເນີນກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ບັນຊາ ຂັ້ນກະຊວງປ້ອງກັນຄວາມສະຫງົບຄຸ້ມຄອງ
  • ຜ່ານມາດຖານເງື່ອນໄຂຜູ້ຈະເປັນ ຫົວໜ້າຫ້ອງ-ຮອງຫ້ອງ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງ
ປ່ອນບັດທາບທາມເອົາພະນັກງານນໍາພາ-ບັນຊາ ຮອບທີ 1, ຮອບທີ 2 ແລະ ຮອບທີ 3

ທັງນີ້, ກໍເພື່ອເຮັດໃຫ້ການສ້າງແຜນກໍານົດພະນັກງານໍາພາ-ບັນຊາ ໃນກໍາລັງປ້ອງກັນຄວາມສະຫງົບ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ກາຍເປັນໂຄງການ, ແຜນວຽກລະອຽດ ແລະ ມີຄວາມເປັນເອກະພາບໃນທົ່ວກໍາລັງ, ແນໃສ່ເຮັດໃຫ້ການຄາດຄະເນເປົ້າໝາຍທີ່ຈະສັບຊ້ອນ, ຈັດວາງເຂົ້າໃນຕໍາແໜ່ງນໍາພາ-ບັນຊາ ຂັ້ນກອງບັນຊາການ ປກສ ແຂວງ ຄຸ້ມຄອງ ສາມາດຮັບປະກັນ ແລະ ຕອບສະໜອງໜ້າທີ່ການເມືອງຂອງພັກ-ລັດ ໃນສະເພາະໜ້າ ແລະ ຍາວນານ.

ພ້ອມທັງ ເປັນການຍົກສູງຄຸນນະພາບຂອງວຽກງານພະນັກງານ ແລະ ຖັນແຖວພະນັກງານນໍາພາ-ບັນຊາ, ປະກອບສວນອັນສໍາຄັນເຂົ້າໃນການປັບປຸງການເຄື່ອນໄຫວຂອງ ກົງຈັກການຈັດຕັ້ງພາຍໃນຫ້ອງ ໃຫ້ມີປະສິດທິພາບ ແລະ ປະສິດທິພົນສູງຂຶ້ນກວ່າເກົ່າ. ຈາກນັ້ນ, ພະນັກງານຫຼັກແຫຼ່ງ ກໍໄດ້ພ້ອມກັນປ່ອນບັດທາບທາມເອົາພະນັກງານນໍາພາ-ບັນຊາ ຮອບທີ 1, ຮອບທີ 2 ແລະ ຮອບທີ 3 ໄດ້ສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.