ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດມ້າງ ແລະ ແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດໄດ້ທັງໝົດ 144 ເລື່ອງ, ຈັບຕົວຜູ້ຖືກຫາ ມາດໍາເນີນຄະດີໄດ້ 205 ຄົນ ຍິງ 29 ຄົນ ໃນ 6 ເດືອນຕົ້ນປີນີ້.

ພັທ ຈັນເພັງ ແກ້ວປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໃຫ້ສໍາພາດຕໍ່ນັກຂ່າວ ປກສ ໃນວັນທີ 22 ມິຖຸນາ ວ່າ:

ໃນ 6 ເດືອນຕົ້ນປີ 2022, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊທານີ ສາມາດມ້າງ ແລະ ແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດທັງເກົ່າ ແລະ ໃໝ່ໄດ້ທັງໝົດ 144 ເລື່ອງ, ຈັບຕົວຜູ້ຖືກຫາມາດໍາເນີນຄະດີໄດ້ 205 ຄົນ ຍິງ 29 ຄົນ; ໃນນີ້, ແກ້ໄຂເປົ້າໝາຍລາຍໃຫຍ່ໄດ້ 3 ຄົນ, ລາຍກາງໄດ້ 13 ຄົນ ຍິງ 4 ຄົນ, ລາຍຍ່ອຍໄດ້ 142 ຄົນ ຍິງ 13 ຄົນ ແລະ ແກ້ຈຸດມົ້ວສຸມໄດ້ທັງໝົດ 34 ຈຸດ, ມີຜູ້ຖືກຫາ 47 ຄົນ ຍິງ 12 ຄົນ.

ຈາກການແກ້ໄຂຄະດີ ພວກເຮົາສາມາດຢຶດຂອງກາງຢາເສບຕິດໄດ້ຫຼາຍລາຍການ ຄື: ຢາບ້າຢຶດໄດ້ 1.605.687 ເມັດ, ຢາໄອສ໌ 6 ກິໂລ ກັບ 596 ກຼາມ, ລົດໃຫຍ່ ຈຳນວນ 7 ຄັນ, ລົດຈັກ 7 ຄັນ, ອາວຸດເສິກ 4 ກະບອກ, ປືນສັ້ນ 3 ກະບອກ, ປືນຍາວ AK ຈໍານວນ 1 ກະບອກ.

ອັນພົ້ນເດັ່ນ ແມ່ນສາມາດແກ້ໄຂຄະດີລາຍໃຫຍ່ໄດ້ 2 ເລື່ອງ, ຈັບຕົວຜູ້ຖືກຫາໄດ້ 10 ຄົນ ຍິງ 1 ຄົນ, ຢຶດຢາເສບຕິດປະເພດຢາບ້າໄດ້ 502.875 ແມັດ, ຢາໄອສ໌ 6 ກິໂລ ກັບ 21 ກຼາມ, ລົດໃຫຍ່ ຈຳນວນ 5 ຄັນ, ລົດຈັກ ຈຳນວນ 2 ຄັນ, ເງິນກີບ ຈໍານວນ 156.400.000 ກີບ, ເງິນບາດ 3.866.000 ບາດ, ເງິນໂດລາ 25.800 ໂດລາ, ຄຳຮູບປະພັນລວມ 24 ລາຍການ, ໂທລະສັບ 9 ໜ່ວຍ, ໃບຕາດິນ 8 ໃບ, ເຮືອນ 2 ຫຼັງ; ຈໍານວນເງິນທີ່ອາຍັດໄວ້ທະນາຄານ ມີເງິນບາດ 5.202.300 ບາດ, ກີບ 237.183.000 ກວ່າກີບ ແລະ ເງິນໂດລາ 3.225 ໂດລາສະຫະລັດ.