ປີຜ່ານມາ, ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງສະຫວັນນະເຂດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນດ້ວຍຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງສະແດງອອກສາມາດຂຶ້ນທະບຽນສໍາມະໂນຄົວໄດ້ທັງໝົດ 1.553 ຄອບຄົວ ມີ 20.920 ຄົນ ຍິງ 13.461 ຄົນ ໃນຈໍານວນທັງໝົດ 91.633 ຄອບຄົວ.


ພັຕ ສີຫາລາດ ວໍລະທໍານຽນ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໄດ້ສະຫຼຸບຜົນງານໃນປີ 2017 ຜ່ານມາໃນກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບປະຈຳປີ 2017 ແລະ ທິດທາງແຜນການປະຈຳປີ 2018, ໃນວັນທີ 23 ມີນາ 2018, ເປັນປະທານໂດຍ ພັທ ວຽງທອງ ຫຼ້າບົວພອນ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ເຂົ້າຮ່ວມໂດຍ ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ວ່າ: ຄະນະພັກ-ຄະນະບັນຊາທົ່ວຫ້ອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໂດຍຖືເອົາວັນສ່ອງແສງປະຈຳທິດ, ປະຈຳເດືອນ, ນຳເອົາມະຕິ-ຄຳສັ່ງ, ລະບຽບການຕ່າງໆທີ່ຂັ້ນເທິງວາງອອກມາຈັດຕັ້ງເຜີຍແຜ່ຢ່າງເປັນປົກກະຕິເຮັດໃຫ້ຖັນແຖວພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງ, ເຮັດສໍາເລັດໜ້າທີ່- ທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້ພ້ອມກັນປະຕິບັດແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນແມ່ນການລັກຊັບ, ຊິງຊັບ, ຂີ້ລັກ-ງັດແງະ, ອາລະວາດຕີກັນ, ຄ້າຂາຍຢາເສບຕິດ ແລະ ອື່ນໆ ເຊິ່ງສະແດງອອກໃນທົ່ວແຂວງໄດ້ປະກາດສ້າງບ້ານ ປກສ ດີແລ້ວ 695 ບ້ານ ໃນຈໍານວນທັງໝົດ 1.022 ບ້ານ, ໃນນີ້ ຮັບຮອງເປັນບ້ານປ້ອງກັນຄວາມສະຫງົບດີແລ້ວ 473 ບ້ານ, ໄດ້ເກັບກູ້ອາວຸດລ່າເນື້ອ ແລະ ທຳລາຍມີ 3.917 ກະບອກ, ໄດ້ຂຶ້ນທະບຽນສຳມະໂນຄົວໄດ້ 1.553 ຄອບຄົວມີ 20.920 ຄົນ ຍິງ 13.461 ຄົນ ໃນຈໍານວນຄອບຄົວທັງໝົດ 91.633 ຄອບ ຄົວ, ມີຄົນລາວໄປອອກແຮງງານຢູ່ຕ່າງປະເທດ ທົ່ວແຂວງ ມີ 45.033 ຄົນ ຍິງ 24.456 ຄົນ, ອອກບັດປະຈຳຕົວໄດ້ ທັງໝົດ 37.442 ຄົນ ຍິງ 19.666 ຄົນ, ໃນນັ້ນ ປ່ຽນບັດໄດ້ 7.285 ຄົນ ຍິງ 4.091 ຄົນ ແລະ ບັນດາວຽກທີ່ສຳຄັນອື່ນໆອີກຈຳນວນໜຶ່ງ.