ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນແຕ່ເມືອງປາກທາ ຫາ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ເລີ່ມລົງມືກໍ່ສ້າງມາ ແຕ່ເດືອນຕຸລາ 2017 ເປັນຕົ້ນມາ ໂດຍແມ່ນບໍລິສັດທະວີໂຊກພັດທະນາຈໍາກັດ ເປັນຜູ້ຮັບເໝົາ ແລະ ລົງທຶນ ກ່ອນ 100% ເຊິ່ງມີຄວາມຍາວທັງໝົດ 30.20 ກິໂລແມັດ, ໜ້າທາງກວ້າງ 8 ແມັດ ແບ່ງເປັນ 2 ຊ່ອງ ທາງການ ສັນຈອນ. ຜ່ານການຈັດຕັ້ງປະຕິບັດຕົວຈິງສໍາເລັດແລ້ວທັງໝົດ 5,41%  ແລະ ຄາດຄະເນວ່າຈະໃຫ້ສໍາເລັດ ແລະ ເປີດນໍາໃຊ້ໃນທ້າຍປີ 2020 ນີ້.

ທ່ານ ຄໍາປາໃສ ສາລິວັນ ຫົວໜ້າໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ເມືອງປາກທາ ຫາ ເມືອງຜາອຸດົມ ໃຫ້ສໍາພາດຕໍ່ນັກຂ່າວ ປກສ ວ່າ: ໂຄງການດັ່ງກ່າວເປັນໂຄງການບຸລິມະສິດຂອງລັດຖະບານໃນແຜນການ 5 ປີ ຄັ້ງທີ VIII (2015-2020) ແລະ ກໍເປັນໂຄງການພັດທະນາໂຄງລ່າງຂອງແຂວງ ເພື່ອແກ້ໄຂຄວາມທຸກຍາກໃຫ້ ແກ່ປະຊາຊົນຢູ່ລຽບຕາມເສັ້ນທາງ ທັງເປັນເສັ້ນທາງເຊື່ອມຕໍ່ລະຫວ່າງເມືອງປາກທາ ແລະ ເມືອງຜາອຸດົມໃຫ້ສາ ມາດເຊື່ອມຕໍ່ກັບເສັ້ນທາງ 2 W ( ເມືອງ ປາກແບ່ງ ແຂວງອຸດົມໄຊ); ປັດຈຸບັນໂຄງການດັ່ງກ່າວນີ້ກໍາລັງດໍາເນີນ ການກໍ່ສ້າງເສັ້ນທາງຢ່າງເປັນປົກກະຕິ ເປັນຕົ້ນແມ່ນໄດ້ປຸກສ້າງແຄມທີ່ພັກອາໄສ 2 ຫຼັງ, ຫ້ອງການ, ຫ້ອງທົດລອງ ວັດສະດຸ ແລະ ຫ້ອງອາຫານ ລວມທັງໝົດ 6 ຫຼັງ ສໍາເລັດໄດ້ 50%; ວຽກສໍາຫຼວດແລວທາງເກັບກໍາຂໍ້ມູນພາກສະ ໜາມສໍາເລັດ 100%, ອອກແບບກໍ່ສ້າງເສັ້ນທາງໄດ້ 70% ແລະ ຄາດຄະເນວ່າຈະໃຫ້ສໍາເລັດ 100% ໃນຕົ້ນ ເດືອນເມສານີ້; ໃນນີ້, ຄວາມຄືບໜ້າທັງ 2 ໜ້າວຽກເທົ່າກັບ 5,41% ຕາມແຜນການ 10,95% ຫຼຸດແຜນການ 5,55% ຖ້າທຽບໃສ່ສັນຍາ; ໃນການອອກແບບດ້ານເຕັກນິກຂອງເສັ້ນທາງນີ້ແມ່ນນອນໃນທາງປະເພດ IV ເຂດ ພູດອຍ ລວມຄວາມຍາວທັງໝົດ 30,25 ກິໂລແມັດ, ຄວາມກວ້າງໜ້າທາງ 8 ແມັດ ສະເພາະໜ້າທາງປູຢາງ 2 ຊັ້ນ ແມ່ນ 7 ແມັດ, ມີ 2 ຊ່ອງທາງການສັນຈອນເບື້ອງລະ 3,5 ແມັດ; ເສັ້ນທາງດັ່ງກ່າວປະກອບມີ ຄື: ໂຄງ ສ້າງທໍ່ຫຼ່ຽມ 8 ແທ່ງ, ທໍ່ກົມ 72 ແທ່ງ  ແລະ ຮ່ອງລະບາຍນໍ້າຕາມສອງຟາກທາງ; ນອກນີ້, ຍັງມີຫຼາຍໜ້າວຽກທີ່ ຕິດພັນກັບຄວາມປອດໄພໃນການສັນຈອນຕາມທ້ອງຖະໜົນ ເຊັ່ນ: ເສັ້ນແບ່ງກາງ, ຫຼັກກິໂລແມັດ, ຫຼັກປະກັນໄພ, ຮາວເຫຼັກ ແລະ ປ້າຍບໍລິການຕ່າງໆ; ໄລຍະກໍ່ສ້າງຕາມສັນຍາແມ່ນ 36 ເດືອນ ຫຼື 3 ປີ, ມູນຄ່າໃນການກໍ່ສ້າງ ແລະ ຄ່າສໍາຫຼວດອອກແບບຕາມສັນຍາທັງໝົດໃຫ້ແກ່ຜູ້ຮັບເໝົາແມ່ນນໍາໃຊ້ງົບປະມານລົງທຶນລັດ 100% ລວມມູນ ຄ່າທັງໝົດ 321.053.901.008 ກີບ ສ່ວນວ່າຄ່າຈ້າງທີ່ປຶກສາ, ເງິນບໍລິຫານຂອງຄະນະຄຸ້ມຄອງໂຄງ ການ ແລະ ຍົກຍ້າຍສິ່ງກີດຂວາງ ຕ່າງໆແມ່ນ 7.320.519.636 ກີບ ແມ່ນເຈົ້າຂອງໂຄງການຈະເປັນຜູ້ຮັບຜິດຊອບ, ໂຄງ ການດັ່ງກ່າວນີ້ຄາດວ່າຈະໃຫ້ສໍາເລັດໃນ ທ້າຍເດືອນສິງຫາ 2020 ນີ້.

ທ່ານຫົວໜ້າໂຄງການຍັງໃຫ້ ຮູ້ອີກວ່າ: ເມື່ອໂຄງການນີ້ສໍາເລັດ ຈະເຮັດໃຫ້ການຄົມມະນາຄົມຂົນ ສົ່ງໄປມາຫາສູ່ກັນ ລະຫວ່າງແຂວງບໍ່ແກ້ວ, ຫຼວງນໍ້າທາ, ອຸດົມໄຊ ແລະ ໄຊຍະບູລີ ຈະມີຄວາມສະດວກສະບາຍຂຶ້ນຕື່ມ, ທັງເປັນການ ກະຕຸກຊຸກຍູ້ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງ ຄົມຢູ່ບັນດາແຂວງເຫຼົ່ານີ້ໃຫ້ນັບມື້ນັບຂະຫຍາຍ ຕົວຂຶ້ນເປັນກ້າວໆ.