ໃນວັນທີ 2-3 ພະຈິກ 2022 ຜ່ານມານີ້, ສະຫາຍ ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ, ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການ ປກສ ແຂວງສາລະວັນ ໃຫ້ກຽດຕ້ອນຮັບໂດຍ ພົຈວ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ.

ໃນການລົງເຄື່ອນໄຫວ ແລະ ເຮັດວຽກຂອງຮອງລັດຖະມົນຕີ ກະຊວງ ປກສ ໃນຄັ້ງນີ້, ສະຫາຍ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດຂອງແຂວງໂດຍຫຍໍ້ໃນໄລຍະຊຸມປີຜ່ານມາ, ຈາກຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ ໂດຍຍົກໃຫ້ເຫັນດ້ານດີຜົນງານ ແລະ ດ້ານອ່ອນຂໍ້ ຄົງຄ້າງທີ່ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ; ໃນນັ້ນ, ວຽກງານວິຊາສະເພາະໄດ້ສຸມໃສ່ແກ້ໄ ບັນຫາປະກົດການຫຍໍ້ທໍ້ຕ່າງໆ, ແກ້ແຕ່ລະເປົ້າໝາຍ, ແກ້ໄຂດຳເນີນຄະດີຢາເສບຕິດໄດ້ຫຼາຍພໍສົມຄວນ. ປັດຈຸບັນ, ແມ່ນໄດ້ສຳເລັດການຂຶ້ນບັນຊີເປົ້າໝາຍທົ່ວແຂວງ 9.772 ຄົນ ຍິງ 95 ຄົນ, ເປົ້າ ໝາຍຢາເສບຕິດ 8.802 ຄົນ ຍິງ 62 ຄົນ, ເປົ້າໝາຍຄ້າ-ຂາຍຢາເສບຕິດ 970 ຄົນ ຍິງ 33 ຄົນ; ໃນນັ້ນ, ມີເປົ້າໝາຍຄ້າ-ຂ້າຍຢາເສບຕິດລາຍໃຫຍ່ຈຳນວນ 61 ຄົນ ຍິງ 5 ຄົນ, ລາຍກາງ 109 ຄົນ ຍິງ 11 ຄົນ, ລາຍຍ່ອຍ 800 ຄົນ ຍິງ 17 ຄົນ.

ໃນຄັ້ງທີ 28 ຕຸລາ 2022, ເຈົ້າໜ້າທີ່ປະຈຳຢູ່ຈຸດກວດກາປ້ອມຖ້ຳພວງ ໄດ້ກວດຄົ້ນລົດອີຊຸ ຊຸສີຂຽວ ປ້າຍທະບຽນ ບຄ 1849 ກຳແພງນະຄອນ ໄດ້ພົບເຫັນແກັດສີເຫຼືອງ ຈຳນວນ 2 ແກັດ, ກວດກາພົບເຫັນຢາບ້າຢູ່ໃນແກັດດັ່ງກ່າວຈຳນວນ 240 ມັດ, ເທົ່າກັບ 480.000 ເມັດ, ພ້ອມດ້ວຍເງິນກີບຈຳນວນ 39.961.000 ກີບ, ເງິນບາດ ຈຳນວນ 8.280 ບາດ ແລະ ໄດ້ກັກຕົວຜູ້ທີ່ມານຳລົດຈຳນວນ 4 ຄົນ ແລະ ວຽກງານອື່ນໆ ກໍມີຜົນສຳ ເລັດ.

ໂອກາດດຽວກັນນີ້, ພົຕ ວັນທອງ ກອງມະນີ ໄດ້ກ່າວຍ້ອງຍໍຊົມເຊີຍຜົນງານທີ່ກຳລັງ ປກສ ແຂວງສາລະວັນ ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ, ໜ້າທີ່ດ້ວຍຄວາມຮັບຜິດຊອບສູງມີຄວາມຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດ, ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງຢ່າງມີຈຸດສຸມຕິດພັນກັບການສ້າງບ້ານ-ກຸ່ມບ້ານພັດທະນາຕາມທິດ 3 ສ້າງຢູ່ພື້ນທີ່ຫຼ່ໍແຫຼມ, ບໍລິເວນຊາຍ ແດນ; ເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະໃຫ້ແຂງແຮງ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ, ປັບປຸງກໍ່ສ້າງພັກ, ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ, ສືບຕໍ່ຕິດຕາມ, ເກັບກໍາສະພາບການເມືອງ-ແນວຄິດຂອງນາຍ ແລະ ພົນຕຳຫຼວດໃນທົ່ວກໍາລັງເປັນປົກກະຕິ ແລະ ສືບຕໍ່ປະ ຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ສຳເລັດຕາມຄາດໜາຍທີ່ວາງໄວ້.