ໃນກອງປະຊຸມ ປະຈຳປີ 2017 ແລະ ທິດທາງແຜນການ 2018 ໃນວັນທີ 22 ມີນາ 2018 ຂອງຫ້ອງພະລາທິການ ປກສ ແຂວງຜົ້ງສາລີ ເປັນປະທານໂດຍ ພັທ ໄຊ ຕານ ອ່ອນຍະສານ ຮັກສາການຫົວໜ້າຫ້ອງພະລາທິການ ແລະ ເຂົ້າຮ່ວມໂດຍ ພັທ ຄຳ ສີ ບົວລະພາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຜູ້ຊີ້ນຳຫ້ອງພະລາທິການ ປກສ ແຂວງ ໃຫ້ຮູ້ວ່າ: ຫ້ອງພະລາທິການ ປກສ ແຂວງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບປະຕິບັດແຜນລາຍຮັບວິຊາການເຂົ້າລວມສູນໄດ້ທັງໝົດ 4 ຕື້ກວ່າກີບ; ໃນນັ້ນ, ມອບພັນທະໃຫ້ແຂວງ 2 ຕື້ກ່ວາກີບ, ຄ່າບໍລິການທັງໝົດ 2 ຕື້ກ່ວາກີບ, ລາຍຈ່າຍວິຊາການ 2 ຕື້ກວ່າກີບ.
ພັຕ ບຸນປະເສີດ ໄຊຍະເທດ ຄະນະຫ້ອງພະລາທິການ ໄດ້ສະຫຼຸບການເຄື່ອນໄຫວວຽກງານຂອງຫ້ອງພະລາໃນຕະຫຼອດໄລຍະ 1 ປີ ທີ່ຜ່ານມາວ່າ: ຄະນະພັກ-ຄະນະບັນຊາທຸກ ຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ- ແນວຄິດໃຫ້ແກ່ພະນັກງານ-ນັກຮົບຢ່າງເປັນປົກກະຕິຕໍ່ເນືອງ ໂດຍນຳເອົາບັນດາແນວທາງຂອງພັກ-ລະບຽບກົດໝາຍຂອງລັດມາສຶກສາອົບຮົມພະນັກງານ-ນັກຮົບມີທັດສະນະຫຼັກໝັ້ນ, ການເມືອງມີຄວາມໜັກແໜ້ນ, ມີອຸດົມຄະຕິໃນໜ້າທີ່ການເມືອງຂອງຕົນມີຜົນສໍາເລັດສະແດງອອກຄື: ປະຕິບັດແຜນລາຍຮັບວິຊາການເຂົ້າລວມສູນທັງໝົດ 4 ຕື້ກ່ວາ ກີບ; ໃນນັ້ນ, ມອບພັນທະໃຫ້ແຂວງ 2 ຕື້ ກ່ວາກີບ, ຄ່າບໍລິການທັງໝົດ 2 ຕື້ກ່ວາກີບ, ລາຍຈ່າຍວິຊາການ 2 ຕື້ກ່ວາກີບ, ໄດ້ເຂົ້າຮ່ວມກວດນ້ຳປັດສະວະມີ 1 ຄັ້ງ 37 ຄົນ ຍິງ 15 ຄົນ, ໄດ້ເອົາໃຈໃສ່ຄຸ້ມຄອງ, ຈັດຕັ້ງປະຕິບັດໃນການພົວພັນກັບຫຼາຍພາກສ່ວນເພື່ອເກັບຊື້ເຂົ້າກິນໃຫ້ກຳລັງໄດ້ຢ່າງພຽງພໍກັບຄວາມຕ້ອງການ, ກວດກາ ແລະ ຈັດຕັ້ງປະຕິບັດໂຄງການກໍ່ສ້າງຕາມແຜນໄດ້ຮັບອະນຸມັດຢ່າງຖືກຕ້ອງຕາມລະບຽບຫຼັກການ, ປະຕິບັດໄດ້ 2 ໂຄງການຄື: ໂຄງການກໍ່ສ້າງຫ້ອງການ ປກສ ເມືອງຂວາ ແລະ ໂຄງການກໍ່ສ້າງສູນບຳບັດ- ປິ່ນປົວຜູ້ຕິດຢາເສບຕິດເມືອງບຸນໃຕ້ ພ້ອມ ທັງເອົາໃຈໃສ່ສ້ອມແປງ ແລະ ຍົກສູງຄວາມຮັບຜິດຊອບຕໍ່ພາຫະນະ, ອຸປະກອນຮັບໃຊ້ທີ່ມີຢູ່ໃນກຳລັງ ແລະ ສ້ອມແປງຕາມທິດຊີ້ນຳຂອງກອງບັນຊາການສາມາດຕອບສະໜອງໄດ້ພາຫະນະທົ່ວກຳລັງ ປກສ ແຂວງ ມີ 145 ຄັນ, ໄດ້ເຄື່ອນໄຫວກວດກາ, ປິ່ນປົວສຸຂະພາບໃຫ້ແກ່ພະນັກງານ-ນັກຮົບຢ່າງເປັນປົກກະຕິຕໍ່ເນື່ອງ ໂດຍການໂຄສະນາເຜີຍແຜ່ເອກະສານປ້ອງກັນພະຍາດຢູ່ບັນດາເມືອງ ແລະ ດ່ານ; ເຊິ່ງໃນນີ້, ໄດ້ກວດ ແລະ ຈ່າຍຢາໃຫ້ພະນັກງານ-ນັກຮົບມີ 1.287 ຄົນ, ແທກ ຕັງຊົງ 1.388 ຄົນ, ສັກຢາ 1.500 ຄົນ, ຂຶ້ນແຜນງົບປະມານຊື້ຢາປົວພະຍາດ 3 ຄັ້ງ ມີ 88 ລາຍການ, ສົ່ງຄົນເຈັບໄປປິ່ນປົວຢູ່ໂຮງໝໍ 5 ເມສາ 11 ສະຫາຍ, ສົ່ງປິ່ນປົວຢູ່ຕ່າງປະເທດ 3 ຄົນ, ສົ່ງໄປປິ່ນປົວຢູ່ໂຮງໝໍທົ່ງປົ່ງ 2 ຄົນ.


ສໍາລັບທິດທາງແຜນການໃນຕໍ່ໜ້າ, ຫ້ອງພະລາທິການ ປກສ ແຂວງ ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ-ນັກຮົບໂດຍເຊີດຊູຄວາມເປັນເຈົ້າການຕໍ່ພະນັກງານ-ນັກຮົບຫ້ອງພະລາທິການໃຫ້ສູງຂຶ້ນ, ເຄື່ອນໄຫວຮັບໃຊ້ໜ້າທີ່ການເມືອງ, ປັບປຸງວຽກງານພາະລາທິການໃຫ້ເຂັ້ມແຂງຮອບດ້ານ, ນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຄຸ້ມຄອງວຽກງານໃນຂົງເຂດຄວາມຮັບຜິດຊອບຂອງຕົນເປັນຕົ້ນແມ່ນວຽກງານການເງິນ, ກໍ່ສ້າງຊັບສິນ, ການຜະລິດທຸລະກິດ, ຄຸ້ມຄອງພະນັກງານພະລາທິການໃນກຳລັງປ້ອງກັນຄວາມສະຫງົບທົ່ວກຳລັງໃຫ້ໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ການຈັດຕັ້ງ, ເອົາໃຈໃສ່ຕາມຄວາມຮຽກຮ້ອງຕ້ອງການອັນຈຳເປັນໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ ໂດຍແນໃສ່ຮັບປະກັນໃຫ້ວຽກງານວິຊາສະເພາະ ແລະ ວຽກງານກຽມພ້ອມສູ້ຮົບດີຂຶ້ນເທື່ອລະກ້າວ.