ທຸກໆການສູນເສຍ ໂດຍສະ ເພາະການສູນເສຍຜູ້ເປັນທີ່ຮັກ ນໍາມາເຊິ່ງຄວາມໂສກເສົ້າ ແລະ  ຫຼາຍໆຄົນທີ່ບອກວ່າ ເວລາຈະ ຊ່ວຍຮັກສາຈິດໃຈທີ່ໂສກເສົ້າ ໃຫ້ກັບມາມີຊີວິດຊີວາໄດ້ອີກຄັ້ງ,  ແຕ່ວ່າເມື່ອໂລກໜ່ວຍນີ້ຍັງໝູນຢູ່  ແນ່ ນອນວ່າວັນຄົບຮອບການສູນເສຍຈະໝູນວຽນຄົບຮອບມາອີກຄັ້ງ ພ້ອມກັບຄວາມຮູ້ສຶກໂສກເສົ້າ ເສຍໃຈເດີມໆ ເຊິ່ງທາງຈິດຕະວິ ທະຍາຈະຮຽກພາວະນີ້ວ່າ Anniversary Grief ຫຼື ຄວາມ ໂສກເສົ້າໃນໄລຍະຄົບຮອບການສູນເສຍ ແລະ ໃຜທີ່ກໍາລັງມີອາລົມ ຈິດທີ່ໂສກເສົ້າກັບວັນຄົບຮອບ ແຫ່ງການສູນເສຍ ມື້ນີ້ໜັງສືພິມຄວາມສະຫງົບ ຈະນຳວິ ທີຮັກສາ ຈິດໃຈເພື່ອບັນເທົາຄວາມໂສກ ເສົ້າຂອງທ່ານມາໃຫ້ອ່ານ.

  1. ກຽມໃຈກັບຄວາມໂສກ ເສົ້າ.

ເພື່ອບໍ່ໃຫ້ຄວາມຮູ້ສຶກໂສກເສົ້າຝັງຢູ່ໃນໃຈເຮົາເອງຄວນກຽມໃຈຮັບມືກັບຄວາມໂສກເສົ້າໄວ້  ເພາະວ່າແນວໃດ ກໍຕາມເຮົາກໍຮູ້ຕົວດີແລ້ວວ່າຮອດມື້ນັ້ນ ເວລານັ້ນຈະຕ້ອງເກີດຄວາມຮູ້ສຶກໂສກເສົ້າເສຍໃຈແນ່ນອນ ດັ່ງນັ້ນ, ກໍຕ້ອງກຽມຈິດກຽມໃຈໄວ້ກ່ອນ ເມື່ອເວລາຜ່ານໄປເຮົາຈະຮູ້ສຶກຄ່ອຍໆດີຂຶ້ນເອງ.

  1. ຮູ້ເຖິງຄວາມໂສກເສົ້າ.

ຄວາມໂສກເສົ້າເກີດຂຶ້ນໄດ້ແຕ່ ເຮົາເອງຕ້ອງຮູ້ທັນຄວາມໂສກເສົ້າໃນໃຈທີ່ເປັນຢູ່ຕື່ມວ່າ ນີ້ຄືຄວາມຮູ້ສຶກທໍາມະດາ, ເປັນທໍາມະຊາດ  ຢ່າງໜຶ່ງຂອງຊີວິດທີ່ໄດ້ພົບກັບການສູນເສຍ ແລະ ຄວາມໂສກເສົ້າກໍເປັນປະຕິກິລິຍາປົກກະຕິ ໃນສະຖານະການທີ່ບໍ່ປົກກະຕິແບບບີ້ ດັ່ງນັ້ນ, ເຮົາຕ້ອງຕັ້ງໃຈ ແລະ ບໍ່ຄິດຫາຈົນເຮັດໃຫ້ຈິດໃຈຂອງເຮົາໄປກັບ ອາລົມໂສກເສົ້າທີ່ ເກີດຂຶ້ນ.

  1. ພະຍາຍາມຢູ່ຫ່າງຈາກສິ່ງທີ່ຈະເຮັດໃຫ້ເຮົາຮູ້ສຶກອ່ອນໄຫວ.

ເພາະວ່າອາລົມເປັນສິ່ງທີ່ອ່ອນໄຫວງ່າຍ ໂດຍສະເພາະໃນໄລຍະເວລາທີ່ຈິດໃຈເຮົາບໍ່ແຂງແຮງຄືກັນກັບເວລາປົກ ກະຕິ, ການຢ້ອນກັບໄປຄິດຮອດແຕ່ເລື່ອງເກົ່າໆເດີມໆ ຍິ່ງເຮັດໃຫ້ເຮົາຮູ້ສຶກເສົ້າໃຈ ສິ່ງທີ່ເຮັດໃຫ້ອ່ອນໄຫວເຫຼົ່າ ນີ້ອາດເປັນສາເຫດໃຫ້ເຮົາຈົມຢູ່ກັບຄວາມໂສກເສົ້າ, ດັ່ງນັ້ນ, ພະຍາຍາມມີສະຕິໃຫ້ຫຼາຍຂຶ້ນ, ຕົວຢ່າງວ່າອາລົມ ເສົ້າຍ້ອນສຽງເພງທີ່ໄດ້ຍິນ, ໄດ້ເຫັນຮູບພາບ ຫຼື ເຫັນພາບເຄື່ອນໄຫວໃນໂທລະພາບ  ໃຫ້ພະຍາຍາມຢູ່ຫ່າງຈາກສິ່ງ ເຫຼົ່ານັ້ນໄລຍະໜຶ່ງ ເພື່ອປ້ອງກັນບໍ່ໃຫ້ຈິດໃຈຫົດຫູ່ກວ່າເກົ່າ.

  1. ຫາກິດຈະກໍາອື່ນເຮັດ.

ຫາກຮູ້ສຶກໂສກເສົ້າແບບເອົາບໍ່ຢູ່, ຮ້ອງໄຫ້ເສຍໃຈ, ເຮົາຄວນອອກໄປຫາກິດຈະກໍາທີ່ເຮົາມັກເຮັດ, ຖ້າເປັນກິດຈະກໍາ ອາສາຍິ່ງເປັນການດີ, ເພາະເຮົາຈະເຫັນຄວາມຮູ້ສຶກຂອງຄົນອ້ອມຂ້າງ ເຊິ່ງມີທັງຄວາມເດືອດຮ້ອນອາດເປັນທຸກຄືໆ ກັນ ຫຼື ຫາກບໍ່ໄຫວ ທີ່ຈະພົບປະກັບສັງຄົມລອງຫຼິ້ນກັບສັດລ້ຽງ ຫຼື ປູກຕົ້ນໄມ້, ອ່ານໜັງສື, ຫາກິດຈະກໍາຫຍັງກໍໄດ້ທີ່ ຄິດວ່າຈະຊ່ວຍຫັນປ່ຽນຄວາມຮູ້ສຶກຂອງເຮົາບໍ່ໃຫ້ຈົມຢູ່ກັບຄວາມໂສກເສົ້າຢ່າງດຽວ.

  1. ໃຫ້ກໍາລັງໃຈເຊິ່ງກັນແລະ ກັນ.

ຫາກຄົນອ້ອມຂ້າງມີຄວາມໂສກເສົ້າ, ເວົ້າໜ້ອຍລົງ, ຊຶມເສົ້າ ພ້ອມກັບຮູ້ສຶກໄດ້ເຖິງຄວາມເສົ້າ ຮອບໆກາຍຢາກ ໃຫ້ສົ່ງຮ່ອຍຍິ້ມໃຫ້ກັນແລະກັນ ເຖິງແມ່ນວ່າຈະບໍ່ຮູ້ຈັກກັນກໍຕາມ, ແຕ່ບາງກິລິຍາ ເຮັດໃຫ້ເຮົາຮັບຮູ້ໄດ້ວ່າ ເຂົາເສົ້າ, ເຮົາເອງກໍເສົ້າ ແຕ່ເຖິງແນວໃດກໍຕາມເຮົາຈະຜ່ານຄວາມຮູ້ສຶກເສົ້ານີ້ໄປນໍາກັນ.

  1. ບອກຕໍ່ຄວາມຮູ້ສຶກກັບຄົນອ້ອມຂ້າງ.

ໃນກໍລະນີທີ່ຮູ້ວ່າຕົນເອງແບກຮັບຄວາມໂສກເສົ້າບໍ່ໄຫວ, ເຮັດແນວໃດກໍບໍ່ຫາຍໂສກເສົ້າ ແນະນໍາໃຫ້ບອກຄວາມ ຮູ້ສຶກນັ້ນກັບຄົນອ້ອມຂ້າງ, ເລົ່າໃຫ້ເຂົາຟັງວ່າ ເຮົາຮູ້ສຶກແນວໃດ, ເສົ້າແນວໃດ, ທົນບໍ່ໄຫວແນວໃດ, ການທີ່ໄດ້ ລະບາຍອອກໄປ ບາງເທື່ອຈະຊ່ວຍບັນເທົາຄວາມຮູ້ສຶກອັນໜັກໜ່ວງ ທີ່ຢູ່ໃນໃຈຂອງເຮົາໄດ້ແລ້ວ ເມື່ອເຮົາເວົ້າຈົນ ເມື່ອຍ, ຮ້ອງໄຫ້ຈົນໝົດແຮງເຊື່ອແນ່ວ່າຕອນນັ້ນເຮົາຈະຮູ້ສຶກດີຂຶ້ນ.

  1. ປຶກສາແພດ.

ສໍາລັບກໍລະນີທີ່ມີອາການຊຶມເສົ້າມາກ່ອນໜ້ານັ້ນ ຫຼື ມີຄວາມກົດດັນບາງຢ່າງ, ມີເລື່ອງຮອບຕົວທີ່ເຮັດໃຫ້ເຮົາ ບໍ່ສະບາຍໃຈ ຫຼື ຮູ້ສຶກວ່າທຸກສິ່ງມັນທັບຖົມເຂົ້າມາ ຈົນທົນບໍ່ໄຫວ ຈົນມີຜົນກະທົບ ຕໍ່ການດໍາລົງຊີວິດປະຈໍາວັນ ຂອງເຮົາລອງໄປປຶກສາແພດສະເພາະທາງຈິດ ເພື່ອເປັນທາງອອກອີກຢ່າງໜຶ່ງ.

7 ວິທີຮັກສາຈິດໃຈເບື້ອງຕົ້ນເປັນພຽງແນວທາງການຮັກສາຈິດໃຈໃນໄລຍະເວລາທີ່ຕ້ອງ ວົນວຽນມາພົບກັບຄວາມ ໂສກເສົ້າເສຍໃຈອີກຄັ້ງ ເຊິ່ງທຸກຄົນຕ່າງກໍຢາກໃຫ້ທຸກຄົນກ້າວຜ່ານ ຄວາມໂສກເສົ້ານີ້ໃຫ້ປອດໄພບໍ່ກະທົບຕໍ່ສຸຂະ ພາບກາຍ ຫຼື ສຸຂະພາບໃຈ.