ການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 3 ດີ (ດ້ານພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ) ຂອງສູນກາງສະຫະພັນແມ່ຍິງລາວ ແມ່ນເນື້ອໃນສໍາຄັນທີ່ກໍານົດໄວ້ໃນກົດລະບຽບສະຫະພັນແມ່ຍິງລາວ ທັງເປັນມາດຖານໃນການຝຶກຝົນຫຼ່ໍຫຼອມ, ການພັດທະນາແມ່ຍິງທຸກດ້ານ ລວມທັງການພັດທະນາການຈັດຕັ້ງສະຫະພັນແມ່ຍິງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ດັ່ງນັ້ນ, ສິ່ງທີ່ຂາດບໍ່ໄດ້ແມ່ນ ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກແມ່ຍິງແຕ່ລະສະຫາຍ ມີຄວາມໜັກແໜ້ນດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ.

ນາງ ເມດຕາ ຈັນທະວີ ຫົວໜ້າໜ່ວຍສະຫະພັນແມ່ຍິງ ລບຄ ກ່າວໃນກອງປະຊຸມສະຫຼຸບການເຄື່ອນໄຫວຂອງ ໜ່ວຍສະຫະພັນແມ່ຍິງ ລັດວິສະຫະກິດບໍລິການຄວາມປອດໄພ (ລບຄ) ໃນໄລຍະ 3 ປີ 2020-2022 ແລະ ທິດທາງແຜນການ 5 ປີຕໍ່ໜ້າ 2023-2027 ໃຫ້ຮູ້ວ່າ:

ໜ່ວຍສະຫະພັນແມ່ຍິງ ລບຄ ສະຫະພັນແມ່ຍິງ ກົມໃຫຍ່ພະລາທິການ ກະຊວງ ປກສ ຈະສຸມໃສ່ປຸກລະດົມແມ່ຍິງທົ່ວ ລບຄ ຈັດຕັ້ງໜ້າຜັນຂະຫຍາຍບົດແນະນຳຂອງ ສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະພັນແມ່ຍິງ ກົມໃຫຍ່ພະລາທິການ ໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ໃຫ້ເປັນຂະບວນການຟົດຟື້ນ, ຄຽງຄູ່ກັັບການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວສະມາຊິກເອື້ອຍ-ນ້ອງແມ່ຍິງ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສັດຊື່ຕໍ່ພັກ-ລັດ ແລະ ການຈັດຕັ້ງ, ມີຄວາມສາມັກຄີ, ມີລະບຽບວິໄນ, ສູ້ຊົນປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ຕີຖອຍບັນດາປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນຕໍ່ສະມາຊິກແມ່ຍິງ.

ໄປຄຽງຄູ່ກັບການເອົາໃຈໃສ່ປັບປຸງແບບແຜນວິທີການເຮັດວຽກ, ການຊີ້ນຳ-ນຳພາເປັນໝູ່ຄະນະ, ແບ່ງງານໃຫ້ລະອຽດຊັດເຈນ ເພື່ອໃຫ້ແຕ່ລະສະຫາຍນຳໃຊ້ຄວາມສາມາດຂອງຕົນ ເຂົ້າໃນໜ້າທີ່ວຽກງານ ພ້ອມທັງມີການກວດກາສະຫຼຸບຖອດບົດຮຽນ ແລະ ລາຍງານຂັ້ນເທິງເປັນປົກກະຕິ, ສັງລວມການຊີ້ນຳໃກ້ສິດຕິດແທດ, ການປະຕິບັດນະໂຍບາຍດ້ານຕ່າງຂອງ ຄະນະພັກ-ຄະນະອຳນວຍການ ຕໍ່ອົງການຈັດຕັ້ງສະຫະພັນແມ່ຍິງ, ຮັບປະກັນບັນດາໜ້າທີ່ວິຊາສະເພາະ ຕິດພັນກັບໜ້າທີ່ວຽກລວມຂອງບໍລິສັດວາງອອກ ເພື່ອຊຸກຍູ້ຕິດຕາມກວດກາບັນດາເອື້ອຍ-ນ້ອງແມ່ຍິງ ໃນການກຳໃຫ້ໄດ້ດ້ານການຂະຫຍາຍຕົວ, ດ້ານຫຍໍ້ທໍ້ ເພື່ອຮັບປະກັນໄດ້ຄວາມປອດໄພໃຫ້ແກ່ລູກຄ້າທາງດ້ານຊິວິດ ແລະ ຊັບສິນຂອງລູກຄ້າໄດ້ດີໂດຍພື້ນຖານ.

ໃນໄລະຍະ 5 ປີຜ່ານມາ, ຄະນະໜ່ວຍສະຫະພັນແມ່ຍິງ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກແມ່ຍິງ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສັດຊື່ຕໍ່ພັກລັດ ແລະ ການຈັດຕັ້ງ, ມີຄວາມສາມັກຄີ, ມີລະບຽບວິໄນ, ປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ຕີຖອຍໄດ້ບັນດາປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນຕໍ່ສະມາຊິກເອື້ອຍນ້ອງແມ່ຍິງ, ໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງ ສະຫະພັນແມ່ຍິງ ຖືກຕ້ອງຕາມກົດໝາຍ, ກົດລະບຽບຂອງ ສະຫະພັນແມ່ຍິງລາວ ແລະ ສອດຄ່ອງກັບວຽກງານບໍລິສັດ, ປັບປຸງແບບແຜນວິທີເຮັດວຽກຂອງ ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ເປັນລະບົບ.

ຄຽງຄູ່ກັນນີ້, ໜ່ວຍສະຫະພັນແມ່ຍິງ ລບຄ ໄດ້ນໍາພາສະມາຊິກເອື້ອຍ-ນ້ອງແມ່ຍິງ ຈັດຕັ້ງຜັນຂະຫຍາຍຂໍ້ແຂ່ງຂັນ 3 ດີ, ເຊິ່ງໄດ້ເປີດຂະບວນການແຂ່ງຂັນ ແລະ ສໍາຫຼວດຕີລາຄັດເລືອກປະເພດ ໂດຍມີຜູ້ເຂົ້າຮ່ວມທັງໝົດ 17 ສະຫາຍ, ຄັດເລືອກພົນລະເມືອງດີ 17 ສະຫາຍ, ພັດທະນາດີ 17 ສະຫາຍ, ສ້າງຄອບຄົວດີ 17 ສະຫາຍ, ມີແມ່ຍິງ 3 ດີ ປະເພດ I ກວມເອົາ 100%.

ສັງລວມແລ້ວ, ການປຸກລະດົມແມ່ຍິງ ລບຄ ປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບການສຶກສາອົບຮົມການເມືອງ-ແນວຄິດ ແມ່ນວຽກງານໜຶ່ງທີ່ສໍາຄັນທີ່ຕ້ອງສຸມໃສ່ຊີ້ນໍາ-ນໍາພາຢ່າງໃກ້ສິດຕິດແທດ ເພື່ອໃຫ້ສະມາຊິກແມ່ຍິງສາມາດຈັດຕັ້ງປະຕິບັດວຽກງານຕ່າງໆທີ່ໄດ້ຮັບມອບໝາຍ ມີຜົນສໍາເລັດ ແລະ ກາຍເປັນແບບຢ່າງທີ່ດີໃຫ້ກັບມະຫາຊົນ.