ວຽກງານຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023 ) ແມ່ນປະກອບມີຫຼາຍວຽກທີ່ຈະຕ້ອງໄດ້ພ້ອມກັນສຸມໃສ່; ໜຶ່ງໃນວຽກງານທີ່ສໍາຄັນອີກຢ່າງໜຶ່ງ ກໍຄືການສ້າງຄວາມຮັບຮູ້ໃນທົ່ວສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ; ໃນນີ້, ການຜະລິດສື່ໂຄສະນາ ແລະ ອຸປະກອນຮັບໃຊ້ການສຶກສາອົບຮົມ ໂດຍການຈັດພິມປຶ້ມກົດໝາຍ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບວຽກງານການໂຄສະນາຕ້ານຢາເສບຕິດ. ສ້າງຫຼັກສູດຕໍາລາການຮຽນການສອນກ່ຽວກັບການປ້ອງກັນ, ສະກັດກັ້ນບັນຫາຢາເສບຕິດ, ສ້າງແຜ່ນພັບ, ລະຄອນ, ສາລະຄະດີຕ່າງໆກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ; ພ້ອມນີ້, ກໍຕ້ອງໄດ້ລົງສຶກສາອົບຮົມບັນດາກຸ່ມສ່ຽງ, ເປົ້າໝາຍຮອດຂັ້ນບ້ານ, ໂດຍສະເພາະກຸ່ມຄົນທີ່ມີການເຄື່ອນໄຫວພົວພັນມົ້ວສຸມຢາເສບຕິດ ເພື່ອເປັນການປູກຈິດສໍານຶກໃຫ້ເຂົາ ເຈົ້າຮັບຮູ້ໄດ້ເຖິງໄພອັນຕະລາຍຂອງຢາເສບຕິດ.

ໃນວັນທີ 23 ພະຈິກ 2022, ກອງບັນຊາການ ປກສ ເມືອງຄູນຄຳ ແຂວງຄຳມ່ວນ ອານຸໂຄສະນາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດຂັ້ນກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ລົງເຄື່ອນໄຫວຕິດຕາມຊູກຍູ້ວຽກງານໂຄສະນາກ່ຽວກັບຜົນຮ້າຍຂອງຢາເສບຕິດຢູ່ກອງບັນຊາ ການ ປກສ ເມືອງຄູນຄຳ, ນຳໂດຍ ພັທ ຄູນຄຳ ຈອນບຸນຕາ ຫົວໜ້າຄ້າຍຄຸ້ມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງພ້ອມຄະນະ, ມີຄະນະກອງບັນຊາການ ປກສ ເມືອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັທ ເປີ້ນ ພົມມະເດືອນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຄູນຄຳ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ. ຜ່ານການຈັດຕັ້ງປະຕິບັດໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ກົດໝາຍ ວ່າດ້ວຍຢາເສບຕິດຢູ່ພາຍໃນ 22 ບ້ານ ແລະ ໂຮງຮຽນ 11 ແຫ່ງ ເຫັນວ່າ ພໍ່-ແມ່ປະຊາຊົນ, ນັກຮຽນ-ນັກສຶກສາ ແລະ ກຸ່ມເປົ້າໝາຍ ສາມາດຮັບຮູ້ ແລະ ເຫັນໄດ້ເຖິງຜົນຮ້າຍ ແລະ ໄພອັນ ຕະລາຍຂອງຢາເສບຕິດ; ເຊິ່ງມັນໄດ້ສ້າງຄວາມບໍ່ສະຫງົບ ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ ແລະ ເປັນສາເຫດໜຶ່ງທີ່ພາໃຫ້ເກີດປະກົດ ການຫຍໍ້ທໍ້ໃນສັງຄົມເປັນຕົ້ນ: ປຸ້ນຈີ້ຊີງຊັບ, ຂ້າເຈົ້າເອົາຂອງ, ກໍ່ ອາລະວາດຕີກັນ ແລະ ບັນຫາ ອື່ນໆ ທີ່ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມຢ່າງຕໍ່ ເນື່ອງ; ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງການເຜີຍແຜ່ເຊືອມຊຶມທັງໝົດ 2.878 ຄົນ ຍິງ 1.339 ຄົນ. ນອກນັ້ນ, ກອງບັນຊາການ ປກສ ເມືອງຄູນຄຳ ຍັງໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃຫ້ຜູ້ຖືກເຄາະຮ້າຍຈາກຢາເສບຕິດໄດ້ 4 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 502 ຄົນ ຍິງ 2 ຄົນ.

ໂອກາດດັ່ງກ່າວ, ພັທ ຄູນຄຳ ຈອນບຸນຕາ ຍັງໄດ້ເນັ້ນໜັກມາຍັງຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັງກງານທຸກຂັ້ນຕ້ອງໄດ້ເປັນເຈົ້າການນຳກັນໃນການເຜີຍແຜ່ໂຄສະນາກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດໃຫ້ທົ່ວເຖິງທຸກຊັ້ນຄົນໃນສັງຄົມ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບສຸກ, ປອດໄພ ແລະ ສັງຄົມປອດຢາເສບຕິດ.

ສໍາລັບການປະຕິບັດວາລະແຫ່ງຊາດນີ້ ກໍເປັນອັນໜຶ່ງທີ່ເຮັດໃຫ້ສັງຄົມ ແລະ ທຸກຄົນທົ່ວປວງຊົນລາວ ຈະໄດ້ອອກແຮງກັນຈັດຕັ້ງປະຕິບັດເຂົ້າສູ່ຊີວິດຕົວຈິງຂອງຂະແໜງການຈັດຕັ້ງ ເພື່ອເຮັດໃຫ້ວາລະແຫ່ງຊາດໄດ້ຮັບຜົນສໍາເລັດນັ້ນ ສິ່ງທີ່ສໍາຄັນທີ່ສຸດແມ່ນບັນດາອົງການຈັດຕັ້ງພັກ-ລັດ ກໍຄືປະຊາ ຊົນລາວທັງຊາດ ຈະໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍ ແລະ ມີສ່ວນຮ່ວມ. ໃນນັ້ນ, ຈະໄດ້ຖືສໍາຄັນທີ່ສຸດແມ່ນຖືເອົາການສຶກສາອົບຮົມເປັນອັນສໍາຄັນໃນການຕ້ານສະກັດກັ້ນບັນຫາຢາເສບຕິດ ໂດຍສະເພາະແມ່ນໃນກຸ່ມຊາວໜຸ່ມຂອງພວກເຮົາຈະໄດ້ພ້ອມກັນອອກແຮງໃນການໂຄສະນາປູກຈິດສໍາ ນຶກຂອງຜົນຮ້າຍ-ໄພອັນຕະລາຍ ເພື່ອສ້າງໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈ, ມີສ່ວນຮ່ວມໃຫ້ແກ່ການປະກອບສ່ວນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດນີ້ໃຫ້ໄດ້ຮັບໝາກຜົນສໍາເລັດ, ເປັນຂະບວນການກວ້າງຂວາງຟົດຟື້ນໃນທົ່ວສັງຄົມ ເພື່ອເຮັດໃຫ້ບັນຫາຢາເສບຕິດໝົດໄປຈາກສັງຄົມລາວ.