ໃນວັນທີ 8 ທັນວາ 2022, ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມລະນຶກວັນສາກົນເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ 25 ພະຈິກ ພາຍໃຕ້ຫົວຂໍ້ ຮ່ວມກັນເຄື່ອນໄຫວເພື່ອຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ເປັນປະທານໂດຍທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ, ມີບັນດາຄະນະກົມ, ຮອງກົມ, ພະແນກ, ຜູ້ພິພາກສາ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ບຸນຂວາງ ທະວີສັກ ກ່າວວ່າ: ວັນທີ 25 ພະຈິກ, ເປັນວັນສາກົນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ເຊິ່ງໄດ້ຖືກຍົກຂຶ້ນທຳອິດໃນອາເມລິກາລາຕິນ ແລະ ໄດ້ຄ່ອຍໆແຜ່ຂະຫຍາຍອອກໄປສູ່ປະເທດຕ່າງໆໃນທົ່ວໂລກ ເວົ້າສະເພາະ ກໍຄືໃນ ສປປ ລາວ; ຄຽງຄູດຽວກັນ, ເອກະສານກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ ປີ 1975 ຍັງໄດ້ກໍານົດລະອຽດຕື່ມກ່ຽວກັບນະໂຍບາຍຕໍ່ແມ່ຍິງ ຄື: ” ປະຕິບັດນະໂຍບາຍທຸກຢ່າງ ເພື່ອປົດປ່ອຍແມ່ຍິງຢ່າງແທ້ຈິງ, ເຮັດໃຫ້ແມ່ຍິງມີຖານະບົດບາດອັນເໝາະສົມຂອງຕົນໃນສັງຄົມ, ປະຕິບັດສິດສະເໝີພາບຍິງ-ຊາຍ ໃນທຸກດ້ານ, ດ້ານແນວຄິດໝິ່ນປະໝາດ ແລະ ຂົ່ມເຫັງແມ່ຍິງ. ພ້ອມກັນນັ້ນ, ຕ້ອງສ້າງທຸກເງື່ອນໄຂໃຫ້ແມ່ຍິງໄດ້ເຂົ້າຮ່ວມເຄື່ອນໄຫວໃນຊີວິດສັງຄົມ ແລະ ຍົກລະດັບຄວາມຮູ້ ຄວາມສາມາດໃນທຸກດ້ານ “. ນອກນັ້ນ, ລັດຖະທໍາມະນູນສະບັບປັບປຸງປີ 2003 ຍັງໄດ້ກໍານົດຈະແຈ້ງໃຫ້ລັດ, ສັງຄົມ ແລະ ຄອບຄົວເອົາໃຈໃສ່ປະຕິ ບັດນະໂຍບາຍພັດທະນາ ແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິໆ ແລະ ເດັກ, ຍິງ-ຊາຍມີຄວາມສະເໝີ ພາບຕໍ່ໜ້າກົດໝາຍໂດຍບໍ່ຈຳແນກ, ຍິງ-ຊາຍມີສີເທົ່າທຽມກັນດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ.

ທ່ານຍັງກ່າວອີກວ່າ: ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແມ່ນພຶດຕິກຳທີ່ເຮັດໃຫ້ເກີດອັນຕະລາຍ, ຄວາມເສຍຫາຍຕໍ່ແມ່ຍິງ ແລະ ເດັກທາງດ້ານຮ່າງກາຍ, ຈິດໃຈ, ທາງເພດ, ທາງຊັບສິນ ຫຼື ເສດຖະກິດ, ເຊິ່ງຮູບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກມີສອງຮູບການ ຄື: ການໃຊ້ຄວາມຮຸນແຮງ ແລະ ເດັກ ໂດຍສະມາຊິກໃນຄອບຄົວ ແລະ ການໃຊ້ຄວາມຮຸນແຮງໂດຍບຸກຄົນອື່ນ. ໃນນັ້ນ, ມາດຕະການທາງແພ່ງໄດ້ລະບຸວ່າ: ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຫຼື ເດັກ, ເຊິ່ງກໍ່ຄວາມເສຍຫາຍຕໍ່ຮ່າງກາຍ, ສຸຂະພາບ, ຊີວິດ ຫຼື ຊັບສິນ ເປັນຕົ້ນແມ່ນການ ທຳຮ້າຍຮ່າງກາຍ, ການກີດກັ້ນການປະຕິບັດສິດ ແລະ ພັນທະ, ການໃຫ້ອອກວຽກ ໂດຍບໍ່ຖືກຕ້ອງ, ການບັງຄັບທາງເພດຈະຕ້ອງໃຊ້ແທນຄ່າເສຍ ຫາຍທີ່ຕົນໄດ້ກໍ່ຂຶ້ນ ເຊັ່ນ: ຄ່າປິ່ນປົວ, ຄ່າປົວແປງຈິດໃຈ ແລະ ຄ່າປ່ວຍການ.