ຫຼາຍຄົນສົນໃຈເລື່ອງບັນຫາການກິນແປ້ງນົວຫຼາຍຜົມຫຼົ່ນແທ້ ຫຼື ບໍ່ ? ຄຳຕອບຄືບໍ່ແມ່ນຄວາມຈິງ, ການກິນແປ້ງ ນົວຫຼາຍໆ ບໍ່ໄດ້ເຮັດໃຫ້ຜົມຫຼົ່ນແຕ່ຢ່າງໃດ, ບໍ່ມີປະກົດໃນວາລະສານທາງການແພດ ຫຼື ຜົນງານວິໄຈໃດໆທັງນັ້ນ, ເຊິ່ງຫຼາຍຄົນນຳອາການຜົມຫຼົ່ນມາກ່ຽວຂ້ອງກັບຫາສາເຫດທີ່ອາດຈະເກີດຂຶ້ນໄດ້ຈາກອາຫານການກິນ. ດັ່ງນັ້ນ, ແປ້ງນົວ ຈຶ່ງຖືກສົງໄສຕາມຄວາມເຊື່ອທີ່ໄດ້ຮັບມາຕັ້ງແຕ່ຮຸ່ນພໍ່ – ແມ່. ແຕ່ຄວາມຈິງແລ້ວສາເຫດຫຼັກໆຂອງຜົມ ຫຼົ່ນ ເກີດຈາກຄວາມຜິດປົກກະຕິຂອງຮູຂຸມຂົນເທິງໜັງຫົວ ແລະ ເສັ້ນຜົມເອງ. ສະນັ້ນ, ຄວາມເຊື່ອທີ່ວ່າກິນແປ້ງ ນົວແລ້ວຜົມຫຼົ່ນນັ້ນ ຈຶ່ງບໍ່ເປັນຈິງ, ແຕ່ການກິນແປງນົວຫຼາຍນັ້ນເປັນອັນຕະລາຍຕໍ່ສຸຂະພາບຂອງຄົນເຮົາຢ່າງ ແທ້ຈິງ.

ຄວາມອັນຕະລາຍຈາກແປ້ງນົວ:

ເຖິງແມ່ນວ່າກິນແປ້ງນົວ ຈະບໍ່ໄດ້ເຮັດໃຫ້ຜົມຫຼົ່ນ ແຕ່ທີ່ເຮົາຖືກຫ້າມຕັ້ງແຕ່ຍັງນ້ອຍບໍ່ໃຫ້ກິນ ແປ້ງນົວຫຼາຍເກີນ ໄປ ເພາະຈາກວາລະສານທາງການແພດ ມີການລາຍງານເຖິງອາການຜິດປົກກະຕິຂອງຄົນທີ່ກິນອາຫານທີ່ມີແປ້ງ ນົວເປັນສ່ວນປະກອບເອົາໄວ້ຫຼາຍ ຕັ້ງແຕ່ອາການຜິດປົກກະຕິເລັກນ້ອຍໄປຈົນເຖິງອາການຮ້າຍແຮງຕ່າງໆດັ່ງ ລຸ່ມນີ້.

– ຄໍແຫ້ງ, ຫິວນ້ຳ.

– ເຮັດໃຫ້ເກີດມີອາການແພ້ແປ້ງນົວ ແລະ ມີອາການປາກແຫ້ງ, ລີ້ນມຶນຊາ, ແຂນ, ຫຼັງ ແລະ ຄໍ ມີອາການມຶນກ້າມຊີ້ນອ່ອນແຮງ, ໃຈສັ່ນ, ແໜ້ນໜ້າເອິກ, ໜ້າແດງຈົນເຖິງຂັ້ນເປັນລົມ.

– ກະຕຸ້ນໃຫ້ເກີດອາການຫອບຫືດ ແລະ  ໄມເກຣນ

ແຕ່ບັນຫາດັ່ງກ່າວນີ້, ກໍ່ຍັງບໍ່ສາມາດສະຫຼຸບໄດ້ວ່າມາຈາກແປ້ງນົວພຽງຢ່າງດຽວ ເພາະຈາກເຫດການທີ່ເກີດຂຶ້ນ ແລະ ຈາກການທົດລອງນັ້ນມັນຍັງມີປັດໄຈອື່ນເຂົ້າມາກ່ຽວຂ້ອງອີກຫຼາຍເຊັ່ນ: ສ່ວນປະກອບຕ່າງໆຂອງອາຫານ ໃນຈານນັ້ນໆ ທີ່ອາດສົ່ງຜົນຕໍ່ອາການເຫຼົ່ານັ້ນໄດ້ເຊັ່ນກັນ. ແຕ່ຄວາມອັນຕະລາຍຈາກແປ້ງນົວທີ່ເກີດຂຶ້ນຈາກ ເກືອໂຊດຽມ ໃນແປ້ງນົວມີດັ່ງນີ້.

– ພູມຕ້ານທານຮ່າງກາຍຫຼຸດລົງ.

– ເກີດການສັບສົນໃນສະໝອງຂອງເດັກ ເຮັດໃຫ້ເດັກໃຫຍ່ຂຶ້ນມາມີອາການຮ້າຍແຮງກວ່ານັ້ນ ອາດເຮັດໃຫ້ເດັກ ມີອາການຊັກ ຫຼື ສະໝອງຮັບຮູ້ຊ້າ, ພັດທະນາການທາງສະໝອງບໍ່ດີ.

– ເປັນອັນຕະລາຍຕໍ່ຜູ້ປ່ວຍໝາກໄຂ່ຫຼັງ, ພະຍາດຄວາມດັນສູງ, ພະຍາດຫົວໃຈ ແລະ ພະຍາດ ອື່ນໆ ທີ່ແພດສັ່ງ ຫ້າມກິນອາຫານເຄັມ.

ນອກນັ້ນ, ແປ້ງນົວຍັງມີຄວາມອັນຕະລາຍຕໍ່ ຄົນເຮົາດັ່ງນີ້.

– ທຳລາຍສະໝອງສ່ວນທີ່ຄວບຄຸມການຈະເລີນເຕີບໂຕ.

– ທຳລາຍລະບົບສືບພັນ ແລະ ລະບົບປະສາດຕາ.

–  ອາດເປັນຕົ້ນເຫດຂອງພະຍາດມະເຮັງ.

– ເປັນອັນຕະລາຍຕໍ່ແມ່ຍິງຖືພາ, ເຊິ່ງອາດສົ່ງຜົນກະທົບຕໍ່ການຈະເລີນເຕີບໂຕຂອງເດັກອ່ອນ ໃນທ້ອງ.