ການກໍ່ສ້າງພັດທະນາຄົນໃຫ້ມີລະດັບຄວາມຮູ້-ຄວາມສາມາດ ແມ່ນມີຄວາມຈຳເປັນ, ເຊິ່ງຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂຢ່າງເຄັ່ງຮ້ອນ. “ພັກເຮົາ ເວລາໃດກໍຮັບຮູ້ວ່າ ຄົນເປັນປັດໄຈຕັດສິນແຫ່ງການພັດທະນາ ແລະ ຖືຄົນເປັນເປົ້າໝາຍບູລິມະສິດຂອງການພັດທະນາ, ການພັດທະນາ ຈະໄດ້ຜົນດີ ຫຼື ບໍ່ໄດ້ໜ້ອຍຫຼາຍພຽງໃດນັ້ນ ລ້ວນແຕ່ຂຶ້ນກັບປັດໄຈຄົນ”.

ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ເນັ້ນວ່າ: “ການປະກອບດ້ານວັດຖຸເຕັກນິກ ກໍ່ສ້າງໂຮງຮຽນ ແລະ ສູນຝຶກວິຊາຊີບ ຈົນເຖິງການປັບປຸງ ແລະ ຂະຫຍາຍສາທາລະນຸປະໂພກໃນເຂດຊານເມືອງ ແລະ ຊົນນະບົດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ຍົກລະດັບຕື່ມອີກບາດກ້າວໜຶ່ງ. ໃນນັ້ນ, ພວກເຮົາສາມາດບັນລຸດັດສະນີການພັດທະນາຊັບພະຍາກອນມະນຸດ ຂອງບັນດາປະເທດທີ່ພົ້ນສະຖານະພາບດ້ອຍພັດທະນາ”.

ເພື່ອເຮັດໃຫ້ການພັດທະນາຊັບພະຍາກອນມະນຸດ ຢູ່ປະເທດເຮົາ ມີການພັດທະນາ ໃນຕໍ່ໜ້າຄວນສຸມໃສ່ບາງບັນຫາ ດັ່ງນີ້:

+ ເພີ່ມທະວີການໂຄສະນາສຶກສາອົບຮົມແນວທາງ, ມະຕິຕ່າງໆຂອງສຸນກາງພັກ ໃຫ້ທົ່ວປວງຊົນເຊື່ອມຊຶມຢ່າງເປັນລະບົບຄົບຊຸດ, ຖືກຕ້ອງເລິກເຊິ່ງ ພ້ອມທັງປຸກລະດົມເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິພາບສູງ.

+ ປັບປຸງຄຸນນະພາບການສຶກສາໃນທຸກລະດັບໃຫ້ສູງຂຶ້ນ ພ້ອມທັງສ້າງເງື່ອນໄຂການເຂົ້າເຖິງການສຶກສາ ເພື່ອໃຫ້ມີຄວາມພ້ອມໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ທັງເປັນການຮອງຮັບອຸດສາຫະກຳຍຸກ 4.0 ພັດທະນາການສຶກສາໃຫ້ມີຄຸນນະພາບສູງຂຶ້ນ ດ້ວຍການສຸມທຶນຮອນໃສ່ການພັດທະນາຊັບພະຍາກອນມະນຸດ ຢ່າງມີຈຸດສຸມ ເພື່ອສ້າງຊັບພະຍາກອນມະນຸດ, ເພື່ອສ້າງຊັບພະຍາກອນມະນຸດທີ່ມີທັກສະສູງ, ມີຄວາມຮູ້-ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ ແລະ ມີຄ່ານິຍົມທີ່ຖືກຕ້ອງ ເພື່ອໃຫ້ກາຍເປັນກຳລັງແຮງງານທີ່ມີຄຸນນະພາບ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງການຂະຫຍາຍຕົວທາງດ້ານເສດຖະກິດຂອງຊາດທີ່ຍືນຍົງ.

+ ພັດທະນາຖານຂໍ້ມູນ-ຂ່າວສານຕະຫຼາດແຮງງານ ໃຫ້ມີຄວາມເຂັ້ມແຂງ ແລະ ເປັນລະບົບ ເພື່ອໃຫ້ສາມາດສະໜອງຂໍ້ມູນໃນການດຸ່ນດ່ຽງໂຄງປະກອບກຳລັງແຮງງານ, ການດັດສົມກຳລັງແຮງງານ ໃຫ້ສົມສ່ວນກັບ ຄວາມຕ້ອງການຂອງຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ເພື່ອເປັນພື້ນຖານໃຫ້ແກ່ການສ້າງແຜນພັດທະນາສີມືແຮງງານ ຂະແໜງເສດຖະກິດ ໃຫ້ໄດ້ຄຸນນະພາບ ແລະ ຄ່ອງຕົວຍິ່ງຂຶ້ນ.

+ ເພີ່ມທຶນເຂົ້າໃນວຽກງານພັດທະນາຊັບພະຍາກອນມະນຸດ ນັບຕັ້ງແຕ່ການສຶກສາກ່ອນໄວຮຽນ ຈົນໄປຮອດການສຶກສາຂຶ້ນມະຫາວິທະຍາໄລ, ວິຊາຊີບ, ອາຊີວະສຶກສາ, ແນໃສ່ການສ້າງຄຸນນະພາບຂອງການຮຽນ-ການສອນ, ປັບປຸງຫຼັກສູດໃຫ້ມີຄວາມແທດເໝາະ ໂດຍສະເພາະ ການກະກຽມຊັບພະຍາກອນມະນຸດ ໃຫ້ສາມາດແຂ່ງຂັນໄດ້ ໃນຍຸກອຸດສາຫະກຳ 4.0 ແລະ ຍຸກຂອງການພັດທະນາດິຈິຕອນ.

+ ວາງແຜນການນຳໃຊ້ທ່າແຮງຈາກຊັບພະຍາກອນໜຸ່ມນ້ອຍ ດ້ວຍການຄົ້ນຄວ້າ ແລະ ວິໄຈກ່ຽວກັບຂະແໜງທີ່ເປັນບູລິມະສິດ ເພື່ອສຸມການລົງທຶນໃສ່ຂະແໜງການນັ້ນ ເປັນຕົ້ນແມ່ນ ຫຼັກສູດທີ່ສົ່ງເສີມໃຫ້ນັກຮຽນມີທັກສະໃນການແກ້ໄຂບັນຫາສະຫຼັບສັບຊ້ອນ, ທັກສະໃນການເປັນຜູ້ນໍາ, ທັກສະໃນການບໍລິຫານເວລາ ແລະ ມີຫົວຄິດປະດິດສ້າງ ເຊິ່ງຈະເປັນທັກສະທີ່ຕ້ອງການຫຼາຍໃນອະນາຄົດ.

+ ປັບປຸງ ແລະ ຂະຫຍາຍໂຮງຮຽນສາມັນສຶກສາຢູ່ທ້ອງຖິ່ນ ໂດຍສະເພາະຢູ່ບັນດາເມືອງທຸກຍາກ, ສະໜອງອຸປະກອນການສຶກສາ, ກໍ່ສ້າງຖັນແຖວພະນັກງານ, ຄູ-ອາຈານ, ເຮັດໃຫ້ຄຸນນະພາບໄປຄຽງຄູ່ກັບການປັບປຸງ ແລະ ຂະຫຍາຍໂຮງຮຽນວິຊາຊີບ ແລະ ສູນພັດທະນາສີມືແຮງງານ ເພື່ອຮັບຮອງຈຳນວນນັກຮຽນທີ່ເພີ່ມຂຶ້ນໃນແຕ່ລະປີ ດ້ວຍການສົ່ງເສີມທຸກພາກສ່ວນເສດຖະກິດ, ສົ່ງເສີມນັກລົງທຶນພາຍໃນ ແລະ ຕ່າງປະເທດ ເຂົ້າໃສ່ວຽກງານດັ່ງກ່າວ.

+ ຕ້ອງຈັດສັນງົບປະມານຢ່າງເໝາະສົມ ພ້ອມທັງສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດ ເຂົ້າຮ່ວມລົງທຶນກໍ່ສ້າງພື້ນຖານວັດຖຸ ແລະ ກໍ່ສ້າງຄູ-ອາຈານ, ປະຕິບັດນະໂຍບາຍຍົກເວັ້ນ, ຫຼຸດຜ່ອນຄ່າຮຽນ, ມອບທຶນການສຶກສາໃຫ້ນັກຮຽນທຸກຍາກ ແລະ ຮຽນເກັ່ງ.

ສະຫຼຸບລວມແລ້ວ, ການພັດທະນາຊັບພະຍາກອນມະນຸດ ແມ່ນມີຄວາມຈຳເປັນ ແລະ ສຳຄັນເປັນພິເສດ, ພັກລັດໄດ້ລົງທຶນໃສ່ໃນການກໍ່ສ້າງພື້ນຖານໂຄງລ່າງ ໃນການພັດທະນາຕາໜ່າງການສຶກສາ ແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ທັງສະໜອງຂໍ້ມູນ-ຂ່າວສານ, ວິທະຍາສາດເຕັກໂນໂລຊີໃໝ່ໆ, ຮັກລະບອບປະຊາທິປະໄຕ ປະຊາຊົນ, ມີລະບຽບວິໄນ, ເຄົາລົບກົດໝາຍ, ຮູ້ຮັບເອົາ ແລະ ຮູ້ສົມທົບຮັບຜິດຊອບຕໍ່ໜ້າທີ່ວຽກງານ, ມີຄວາມສາມາດ, ດຸໝັ່ນ, ມີຫົວຄິດປະດິດສ້າງ ແລະ ຮູ້ປະຢັດມັດທະຍັດ ເພື່ອພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ໃຫ້ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ.