ປັດຈຸບັນນີ້, ມີຫຼາຍຄົນທີ່ມັກເປັນພະຍາດກົດໄຫຼກັບ ຫຼື ທີ່ຫຼາຍຄົນເອີ້ນວ່າ ກົດໄຫຼຢ້ອນ, ເຊິ່ງພົບໄດ້ຕັ້ງແຕ່ເດັກ ນ້ອຍ ໄປຈົນເຖິງຜູ້ໃຫຍ່ ແລະ ພະຍາດດັ່ງກ່າວນີ້ສາມາດເປັນໄດ້ໝົດທຸກຄົນ.

ພະຍາດກົດໄຫຼກັບ ເປັນພາວະທີ່ນ້ຳຍ່ອຍຈາກກະເພາະອາຫານໄຫຼຢ້ອນກັບຂຶ້ນໄປໃນຫຼອດອາຫານ, ເຊິ່ງເປັນບໍລິ ເວນທີ່ອ່ອນແອ ນ້ຳຍ່ອຍຈາກກະເພາະອາຫານຈະເຮັດໃຫ້ເກີດອາການແສບຮ້ອນບໍລິເວນໜ້າເອິກ ແລະ ອາການກົດ ໄຫຼກັບ ກໍເປັນອີກອາການໜຶ່ງທີ່ສ້າງຄວາມລຳຄານໃຫ້ການດຳລົງຊີວິດຂອງຄົນເຮົາ.

– ສາເຫດພະຍາດກົດໄຫຼກັບ

  1. ຄວາມຜິດປົກກະຕິຂອງຫູຮູດປາຍຫຼອດອາຫານ

ຫູຮູດສ່ວນປາຍຫຼອດອາຫານ ເຮັດໜ້າທີ່ໃນການປ້ອງກັນກົດໄຫຼກັບຈາກກະເພາະອາຫານຂຶ້ນໄປຫາອະໄວຍະ ວະສ່ວນເທິງ; ຄວາມຜິດປົກກະຕິເຫຼົ່ານີ້ອາດເກີດຈາກການດື່ມທາດເຫຼົ້າ, ການສູບຢາ ແລະ ການຮັບປະທານຢາ ບາງຊະນິດເຊັ່ນ: ຢາປິ່ນປົວພະຍາດຫອບຫືດບາງຊະນິດ.

  1. ຄວາມຜິດປົກກະຕິໃນການປັ້ນຂອງຫຼອດອາຫານ

ຄວາມຜິດປົກກະຕິນີ້ ຈະເຮັດໃຫ້ອາຫານທີ່ຮັບປະທານເຂົ້າໄປໄຫຼລົງໄປຊ້າ ຫຼື ເຮັດໃຫ້ອາຫານໄຫຼກັບຂຶ້ນມາຈາກ ກະເພາະອາຫານ ແລະ ຄ້າງຢູ່ໃນຫຼອດອາຫານດົນກວ່າປົກກະຕິ.

  1. ຄວາມຜິດປົກກະຕິຂອງການປັ້ນຂອງກະເພາະອາ ຫານ

ການປັ້ນຂອງກະເພາະອາຫານ ຈະເຮັດໃຫ້ອາຫານຄ້າງຢູ່ໃນກະເພາະອາຫານດົນກວ່າປົກກະຕິ ເຮັດໃຫ້ເພີ່ມໂອກາດ ການໄຫຼກັບຂອງກົດຈາກກະເພາະອາຫານສູ່ຫຼອດອາຫານຫຼາຍຂຶ້ນ ອາຫານປະເພດໄຂມັນສູງ ແລະ ຊັອກໂກແລັດ ມີຄວາມສ່ຽງທີ່ຈະເຮັດໃຫ້ກະເພາະອາຫານປັ້ນຫຼຸດລົງ.

–  ວິທີປະຕິບັດຕົນເອງເມື່ອກົດໄຫຼກັບ

  1. ດື່ມນ້ຳ 1 ຈອກ ກ່ອນກິນອາຫານ 30 ນາທີ ແນະນຳໃຫ້ດື່່ມນ້ຳປະສົມກັບນ້ຳສະກັດສະໝຸນໄພ ເພື່ອຊ່ວຍໃນລະ ບົບການຍ່ອຍຂອງອາຫານ ແຕ່ຖ້າບໍ່ສະດວກໃຫ້ນ້ຳດື່ມທຳມະດາກໍໄດ້.
  2. ກິນກ້ວຍ 1 ໜ່ວຍ ກ່ອນກິນອາຫານ ກ້ວຍຈະຊ່ວຍເຄືອບກະເພາະອາຫານເອົາໄວ້ ຫຼື ຖ້າຫາກຕ້ອງການກິນ ໝາກໄມ້ເຮົາແນະນຳໃຫ້ກິນກ່ອນກິນອາຫານຫຼັກ ເພື່ອເຮັດໃຫ້ຮ່າງກາຍ ສາມາດດູດເອົາສານອາຫານຈາກ ໝາກໄມ້ໄດ້ຫຼາຍຂຶ້ນ.
  3. ກິນອາຫານຣົດຊາດທຳມະດາ ແລະ ຍ່ອຍງ່າຍ, ໃນໄລຍະ 7-10 ວັນ ທີ່ເປັນພະຍາດກົດໄຫຼກັບໃຫ້ຫຼີກ ລ່ຽງການກິນຊີ້ນສັດ, ອາຫານເຜັດ ແລະ ອາຫານມັນ ພ້ອມທັງພະຍາຍາມຫຍ້ຳອາຫານໃຫ້ລະອຽດ ແລະ ກິນອາຫານຊ້າໆ ເພື່ອຊ່ວຍຫຼຸດການເຮັດວຽກຂອງກະເພາະອາຫານ.
  4. ຢ່າດື່ມນ້ຳຫຼາຍຈົນເກີນໄປໃນຂະນະກິນອາຫານ ລວມເຖິງຫຼັງກິນອາຫານ 1 ຊົ່ວໂມງ ຫຼາຍຄົນເຂົ້າໃຈຜິດວ່າການດື່ມນ້ຳຄວນດື່ມຫຼັງກິນອາຫານ ແຕ່ຄວາມເປັນຈິງແລ້ວ ເຮົາພຽງແຕ່ດື່ມເປັນນ້ຳອຸ່ນ ຫຼື ນ້ຳແກງໜ້ອຍໜຶ່ງກໍພໍ.
  5. ຢ່າເອນ ຫຼື ເຂົ້ານອນທັນທີ ຫຼັງຈາກການກິນອາຫານອີ່ມແລ້ວ, ຄວນພັກຜ່ອນໃຫ້ອາຫານຍ່ອຍຢ່າງໜ້ອຍ 3 ຊົ່ວໂມງກ່ອນຈະເຂົ້ານອນ, ເຊິ່ງຈະເປັນການດີທີ່ສຸດ ແລະ ຄວນນອນໝອນສູງ ເພື່ອປ້ອງກັນການໄຫຼກັບຂອງ ກົດ.