ຍ້ອນມີພີ່ນ້ອງທີ່ປະເທດເຢຍລະມັນ, ທ້າວ ຫງວຽນຕວັນແອ້ງ ຈຶ່ງເດີນທາງໄປທີ່ປະເທດດັ່ງກ່າວ ເພື່ອລົງທຶນກ່ຽວກັບການເຮັດຮ້ານບັນເທີງ ຈົນຜູ້ກ່ຽວກາຍເປັນຜູ້ຊຳນານກ່ຽວກັບການແນະນຳ ແລະ ນຳເອົານັກສິລະປິນທີ່ປະເທດຫວຽດນາມ ຂ້າມມາສະແດງຕາມສະຖານທີ່ຕ່າງໆໃນປະເທດເຢຍລະມັນ ແລະ ປະເທດອື່ນອີກ, ຜູ້ກ່ຽວກາຍເປັນທີ່ຮູ້ຈັກຂອງກຸ່ມຄົນຫວຽດນາມໃນເຢຍລະມັນເປັນຢ່າງດີ ໂດຍສະເພາະໃນນາມນັກສິລະປິນ TOMY.

ເຖິງຢ່າງນັ້ນກໍຕາມ, ເວລາຜ່ານໄປໄລຍະໜຶ່ງ TOMY ໄດ້ມີການປະສານສົມທົບຮ່ວມຫົວກັບເປົ້າໝາຍໃນປະເທດ ແລະ ຕ່າງປະເທດ ຈັດຕັ້ງເຄືອຂ່າຍຄ້າຂາຍຢາເສບຕິດຂ້າມຊາດ ກາຍເປັນນັກສົ່ງຢາເສບຕິດປະເພດຢາອີ ຈາກທະວີບເອີຣົບກັບຄືນມາຈຳໜ່າຍທີ່ປະເທດຫວຽດນາມ.

ທ້າຍປີ 2017, ຜ່ານວຽກຕິດຕາມ ແລະ ກວດກາຂອງເຈົ້າໜ້າທີ່ ໃນຂອບເຂດນະຄອນຫຼວງຮ່າໂນ້ຍ; ພະແນກຕຳຫຼວດສືບສວນ-ສອບສວນຄະດີຢາເສບຕິດ ກອງບັນຊາການຕຳຫຼວດ ນະຄອນຮ່າໂນ້ຍ ສາມາດເກັບກຳຂໍ້ມູນໄດ້ຈາກກຸ່ມຄົນທີ່ຫຼິ້ນຢາເສບຕິດ ໂດຍສະເພາະກ່ຽວກັບຢາອີຊະນິດແຮງ ເຊິ່ງມີຊື່ Trump ສີຟ້າ ແລະ ມີເອກະລັກຮູບ $ ເປັນສັນຍາລັກເທິງເມັດຢາ, ຜູ້ຂາຍຍັງອະທິບາຍຕື່ມອີກວ່າ ເປັນຢາມາແຕ່ເອີຣົບ ແລະ ຮັບປະກັນມີຄຸນນະພາບສູງ; ສະນັ້ນ, ລາຄາກໍສູງ 1 ເມັດ ຈະມີລາຄາປະມານ 400.000-500.000 ດົ່ງ.

ເມື່ອເຈົ້າໜ້າທີ່ໄດ້ຮັບຂໍ້ມູນດັ່ງກ່າວແລ້ວ, ບັນດາພະນັກງານໜ່ວຍງານທີ 3 ພະແນກສືບສວນ-ສອບສວນຄະດີຢາເສບຕິດ ສາມາດກວດພົບເຄືອຂ່າຍຄ້າຢາເສບຕິດຂ້າມຊາດ ເຊິ່ງເປັນນັກນຳຢາເສບຕິດຂ້າມມາແຕ່ປະເທດເຢຍລະມັນ ເພື່ອຈຳໜ່າຍໃນປະເທດຫວຽດນາມ.

ຜູ້ທີ່ເປັນຫົວໂປ່ໂຕການໃນເຄືອຂ່າຍນີ້ ແມ່ນທ້າວ ຫງວຽນຕວັນແອ້ງ ເກີດປີ 1982 ຢູ່ຄຸ້ມຫຼາງເທື້ອງ ເຂດດົ່ງດ້າ ຮ່າໂນ້ຍ, ມີພີ່ນ້ອງອາໄສຢູ່ປະເທດເຢຍລະມັນ; ສະນັ້ນ, ນັບແຕ່ຫຼາຍປີກ່ອນ ຜູ້ກ່ຽວຈຶ່ງໄປທີ່ປະເທດເຢຍລະມັນ ເພື່ອປະກອບອາຊີບຮ້ານບັນເທີງ, ກິນ-ດື່ມ, ເອົາເມຍ ແລະ ໄດ້ລູກນຳກັນ 3 ຄົນ; ແຕ່ຜູ້ກ່ຽວກໍບໍ່ໄດ້ສົ່ງລູກກັບມາຫວຽດນາມ ແລະ ກໍບໍ່ໄດ້ຈົດທະບຽນແຕ່ງງານທີ່ຫວຽດນາມນຳອີກ.

ທີ່ປະເທດເຢຍລະມັນ, ທ້າວ ຫງວຽນຕວັນແອ້ງ ນອກຈາກຈະປະກອບອາຊີບເຮັດຮ້ານບັນເທີງ ຜູ້ກ່ຽວຍັງປະກອບອາຊີບເປັນຜູ້ຕິດຕໍ່, ແນະນຳ ແລະ ຕິດຕໍ່ເອົາບັນດານັກສະແດງ, ນັກຮ້ອງດັງຈາກປະເທດຫວຽດນາມ ໄປສະແດງທີ່ປະເທດເຢຍລະມັນ; ສະນັ້ນຜູ້ກ່ຽວແມ່ນຮູ້ຈັກລື້ງເຄີຍກັບນັກຮ້ອງທີ່ມີຊື່ສຽງຫຼາຍຄົນ, ຜູ້ກ່ຽວໄດ້ຕັ້ງຊື່ຂອງຕົນແມ່ນ Tomy.

ນັບແຕ່ປີ 2016, ຜູ້ກ່ຽວໄດ້ກັບມາ ຫວຽດນາມ ຜູ້ກ່ຽວກັບມາຄັ້ງນີ້ ແມ່ນມີຄວາມແຕກຕ່າງຫຼາຍ ເພາະຜູ້ກ່ຽວແມ່ນກາຍເປັນຄົນມີລັກສະນະມີເງິນ ແລະ ໃນນາມຂອງນັກແນະນຳສິລະປິນຂອງຜູ້ກ່ຽວ, ການແຕ່ງໂຕ, ນຸ່ງຖື ແມ່ນຄືກັບວ່າຜູ້ກ່ຽວເປັນເສດຖີນ້ອຍ. ຜູ້ກ່ຽວແມ່ນມັກຈະປະກົດຕົວຕາມສະຖານທີ່ບັນເທີງ, ເທັກ, ບາ ແລະ ເຊົ່າຫ້ອງຫຼູໃນຄອນໂດ D2 ເຂດຊ້າງຫວໍ ຢູ່ກັບເມຍນ້ອຍອີກຄົນໜຶ່ງ.

ແຕ່ນັ້ນບໍ່ໄດ້ແມ່ນຈຸດປະສົງທີ່ແທ້ຈິງຂອງຜູ້ກ່ຽວໃນການກັບມາບ້ານເກີດ ແຕ່ໜ້າວຽກທີ່ຈຳເປັນຂອງຜູ້ກ່ຽວ ແມ່ນຊອກຫາສາຂາທີ່ຈະຮ່ວມຄ້າຂາຍ, ຈຳໜ່າຍຢາເສບຕິດທີ່ຕົນຈະເປັນຄົນນຳສົ່ງມາແຕ່ປະເທດເຢຍລະມັນ.

ຮູບແບບການນຳຢາເສບຕິດສົ່ງຜ່ານເຂົ້າມາໃນປະເທດ ຜູ້ກ່ຽວຈະເອົາຊຸກເຊື່ອງໃສ່ໃນແກັດເຄື່ອງ ແລ້ວຝາກຜ່ານສູນບໍລິການສົ່ງສິນຄ້າຜ່ານທາງອາກາດ ໂດຍເປົ້າໝາຍທີ່ປະເທດເຢຍລະມັນ ຈະຮັບຜິດຊອບວຽກສົ່ງເຄື່ອງໃຫ້ຮອດຫວຽດນາມ ສ່ວນທ້າວ ຕວັນແອ້ງ ແມ່ນຮັບຜິດຊອບມາຮັບເຄື່ອງ ແລະ ຊອກເປົ້າໝາຍຈະນຳໄປຈຳໜ່າຍຢາເສບຕິດດັ່ງກ່າວ.

ຜ່ານການຊອກຫາເຄືອຂ່າຍທີ່ຈະມາຮ່ວມໃນຂະບວນ ຜູ້ກ່ຽວສາມາດຊອກໄດ້ ນາງ ຫງວຽນ ແທ້ງຖຸຍ ອາຍຸ 35 ປີ ຢູ່ຄຸ້ມຈຸ້ງຕຶ ເຂດດົ່ງດ້າ; ນາງ ຖຸຍ ແມ່ນເຄີຍມີຜົວມາແລ້ວ 2 ຄົນ ກຳລັງລ້ຽງລູກນ້ອຍ 2 ຄົນ, ບໍ່ມີວຽກເຮັດທີ່ສຳຄັນ ຜູ້ກ່ຽວພັດຍັງຕິດຢາເສບຕິດ 2 ຊະນິດອີກ (ຢາໄອສ໌ ແລະ ຢາອີ) ການດຳລົງຊີວິດຂອງນາງແມ່ນມີຄວາມຫຍຸ້ງຍາກສົມຄວນ. ຢູ່ທີ່ເຮືອນສ່ວນຕົວຂອງຜູ້ກ່ຽວ ໄດ້ຈັດຫ້ອງໜຶ່ງເປັນຫ້ອງສ່ວນຕົວ ເພື່ອໃຊ້ເປັນບ່ອນເສບຢາເສບຕິດສະເພາະເມື່ອມີໝູ່ຄູ່ມາຫາ ຫຼື ສ່ວນຕົວຂອງຕົນ.

ຍ້ອນວ່ານາງ ຖຸຍ ເປັນຄົນເລ້ລ້ອນ ຕິດຢາເສບຕິດ ຈຶ່ງຮູ້ຈັກກັບຜູ້ຄ້າຂາຍຢາເສບຕິດຫຼາຍຄົນ; ດັ່ງນັ້ນ, ທ້າວ ຕວັນແອ້ງ ຈຶ່ງຕົກລົງໃຫ້ ນາງ ຖຸຍ ເປັນຕົວແທນຈຳໜ່າຍຢາເສບຕິດໃຫ້ໃນເຂດຮ່າໂນ້ຍ, ເຊິ່ງຢາເສບຕິດ ແມ່ນຈະຖືກນຳສົ່ງມາແຕ່ປະເທດເຢຍລະມັນ ຜ່ານເຮືອນບິນ.

ກ່ອນຈະມີການສົ່ງຢາເສບຕິດໃຫ້ແຕ່ລະຄັ້ງ, ທ້າວ ຕວັນແອ້ງ ຈະເດີນທາງມາແຕ່ປະເທດເຢຍລະມັນກ່ອນ ເພື່ອມາຮັບເອົາເຄື່ອງ ເມື່ອໄດ້ຕິດຕໍ່ຫາບໍລິສັດທີ່ຮັບຝາກເຄື່ອງວ່າ ເຄື່ອງມາຮອດສາງແລ້ວ ຜູ້ກ່ຽວຈະໂທບອກ ນາງ ຖຸຍ ອອກໄປຮັບເອົາແກັດສິນຄ້າທີ່ເອົາຢາເສບຕິດຊຸກເຊື່ອງໄວ້ທາງໃນນັ້ນ ໄປຈຳໜ່າຍໃຫ້ລູກຄ້າຕາມສາຂາຂອງເຂົາ. ແຕ່ນາງ ຖຸຍ ກໍບໍ່ເປັນຄົນໄປເອົາແກັດເຄື່ອງນັ້ນເອງ ຜູ້ກ່ຽວຈະຈ້າງອາວຂອງຜູ້ກ່ຽວ ຊື່ ທ້າວ ຫງວຽນມິ້ງຕວັນ ອາຍຸ 45 ປີ ຢູ່ຄຸ້ມດິ້ງກົ້ງ ເຂດຮວ່າງມາຍ ເປັນຄົນໄປເອົາແກັດຢາເສບຕິດທີ່ສາງບໍລິສັດບໍລິການຂົນສົ່ງທາງອາກາດ. ຫຼັງຈາກທີ່ທ້າວ ຕວັນ ຮັບເອົາເຄື່ອງມາຮອດເຮືອນ ນາງ ຖຸຍ ຈະຈັດແບ່ງສົ່ງຕາມລູກຄ້າທີ່ຜູ້ກ່ຽວຮູ້ຈັກ; ພ້ອມດຽວກັນນັ້ນ, ກໍຍັງສົ່ງໃຫ້ລູກຄ້າສະເພາະຂອງ ທ້າວ ຕວັນແອ້ງ ຖ້າຫາກຜູ້ກ່ຽວສະເໜີໃຫ້ສົ່ງ.

ການຂາຍຢາເສບຕິດທີ່ ທ້າວ ຫງວຽນມິ້ງຕວັນ ເປັນຜູ້ນຳພາ ແມ່ນເປົ້າໝາຍທີ່ມີສະຖານຄວາມຜິດ 2 ຢ່າງ, ບໍ່ມີວຽກເຮັດ. ສະນັ້ນ, ເຖິງວ່າຈະໄດ້ຄ່າຈ້າງສົ່ງເຄື່ອງໃຫ້ພຽງແຕ່ 500.000 ຫາ 2 ລ້ານດົ່ງ ຕໍ່ຄັ້ງ ທ້າວ ຫງວຽນມິ້ງຕວັນ ກໍຕ້ອງຍອມເຮັດໜ້າທີ່ໄປສົ່ງ ແລະ ໄປຮັບເອົາເຄື່ອງທີ່ຝາກມາຈາກຕ່າງປະເທດຕາມຄຳສັ່ງຂອງ ທ້າວ ຕວັນແອ້ງ ແລະ ນາງ ຖຸຍ, ເຖິງຈະຮູ້ວ່າມູນຄ່າຂອງຢາເສບຕິດທີ່ຕົນເອງເປັນຄົນນຳສົ່ງແຕ່ລະຄັ້ງປະມານ 1 ຕື້ດົ່ງກໍຕາມ.

ຫຼັງຈາກທີ່ມີການພົວພັນເປັນຜູ້ຈຳໜ່າຍໃຫ້ກັບທ້າວ ຕວັນແອ້ງ, ນາງ ຖຸຍ ແມ່ນມີສະພາບການຊີວິດຜິກຜັນຂຶ້ນແບບກະທັນຫັນ ແລະ ການເປັນທີ່ຮູ້ຈັກຂອງກຸ່ມຕິດຢາເສບຕິດໃນຂົງເຂດນະຄອນຫຼວງຮ່າໂນ້ຍ ເພາະກຸ່ມຫຼິ້ນຢາເສບຕິດແມ່ນມັກ ແລະ ນິຍົມຢາອີ ທີ່ນຳເຂົ້າຈາກເອີຣົບ ເພາະວ່າຮັບປະກັນຄຸນນະພາບ, ຮັບປະກັນຄວາມເມົາ. ດັ່ງນັ້ນ, ລາຄາຢາອີຂອງນາງ ຖຸຍ ໄດ້ວາງໄວ້ ແມ່ນ 400.000-500.000 ດົ່ງ/ເມັດ ແຕ່ພວກກ່ຽວກໍບໍ່ຕິໃນລາຄາ.

ເພື່ອສະດວກໃນວຽກຕິດຕໍ່ພົວພັນ, ທ້າວ ຕວັນແອ້ງ ໄດ້ຕົກລົງກັບນາງ ຖຸຍ ແລະ ທ້າວ ຕວັນ ຕັ້ງໜ້າເຟສບຸກ, ຊາໂລ ແລະ ແອັບພີເຄຊັນແຊັດ ICQ ເພື່ອພວກເຂົາຕິດຕໍ່ຫາກັນຜ່ານສື່ອອນລາຍໄດ້ສະດວກ. ຕົ້ນເດືອນທັນວາ 2017 ໄລຍະທີ່ໂທລະສັບໄອໂຟນ 10 ຫາກໍອອກມາ ພວກກ່ຽວໄດ້ສັ່ງຊື້ 3 ໜ່ວຍ ເພື່ອນຳໃຊ້ໃນການພົວພັນວຽກໃຫ້ສະດວກຂຶ້ນ.

ທ້າຍເດືອນທັນວາ 2017, ທ້າວ ຕວັນແອ້ງ ໄດ້ເດີນທາງຈາກເຢຍລະມັນ ມາ ຫວຽດນາມ ໂດຍຜ່ານການກວດກາຂອງເຈົ້າໜ້າທີ່ວິຊາສະເພາະ ຢືນຢັນວ່າ: ຜູ້ກ່ຽວກຳລັງກຽມນຳສົ່ງຢາເສບຕິດທີ່ມີຈຳນວນຫຼາຍຈາກປະເທດເຢຍລະມັນ ມາທີ່ປະເທດຫວຽດນາມ, ພະນັກງານຫ້ອງຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການຕຳຫຼວດ ນະຄອນຮ່າໂນ້ຍ ໄດ້ວາງແຜນການຈັດກຸມຕົວຜູ້ກ່ຽວພ້ອມພັກພວກໃນເຄືອຂ່າຍດຽວກັນທັງໝົດ.

ສ່ວນທາງທ້າວ ຕວັນແອ້ງ ຫຼັງຈາກທີ່ເກັບກຳໄດ້ຈຳນວນຜູ້ຕ້ອງການຢາເສບຕິດປະເພດຕ່າງໆ ໂດຍສະເພາະແມ່ນຢາອີ, ຢາບ້າ ໃນປະເທດ ແມ່ນຈະໄດ້ຂາຍດີໃນໄລຍະມີເທດສະການ, ງານບຸນປີໃໝ່; ສະນັ້ນ, ຫົວໂປ່ຂອງເຄືອຂ່າຍດັ່ງກ່າວນີ້ ຈຶ່ງຕັດສິນໃຈສົ່ງຢາເສບຕິດຈຳນວນຫຼາຍ ແນໃສ່ຈຳໜ່າຍໃນໄລຍະວັນຄິຼດສະ ມາດ.

ຕອນເຊົ້າວັນທີ 24 ທັນວາ 2017, ເມື່ອໄດ້ຮັບສາຍລາຍງານຂ່າວວ່າ: ແກັດເຄື່ອງທີ່ຜູ້ກ່ຽວຊຸກເຊື່ອງຢາເສບຕິດຂອງຜູ້ກ່ຽວ ໄດ້ມາຮອດສາງເຄື່ອງຂອງບໍລິສັດບໍລິການຂົນສົ່ງດ່ວນ ເຂດເຕີ້ຍໂຮ່, ທ້າວ ຕວັນແອ້ງ ຈຶ່ງໂທລະສັບບອກນາງ ຖຸຍ ໄປຮັບເອົາເຄື່ອງ, ເມື່ອນາງ ຖຸຍ ໄດ້ຮັບຂ່າວຈຶ່ງແຈ້ງໃຫ້ຕໍ່ໃຫ້ ທ້າວ ຫງວຽນມິ້ງຕວັນ ໄປຫາທ້າວ ຕວັນແອ້ງ ທີ່ຄອນໂດ D2 ເພື່ອພ້ອມກັນໄປເອົາເຄື່ອງດັ່ງກ່າວ.

ຮູ້ວ່າໄປເອົາຢາເສບຕິດຄືແຕ່ລະເທື່ອ ທ້າວ ຫງວຽນມິ້ງຕວັນ ຈຶ່ງຂີ່ລົດຈັກອອກໄປຫາທ້າວ ຕວັນແອ້ງ ທີ່ຄອນໂດດັ່ງກ່າວ, ເມື່ອໄປຮອດເຫັນ ທ້າວ ຕວັນແອ້ງ ນັ່ງຢູ່ໃນລົດຍົນຖ້າຕໍ່ໜ້າຄອນໂດ; ເມື່ອແນມເຫັນທ້າວ ມິ້ງຕວັນ ກໍເອີ້ນເອົາຜູ້ກ່ຽວຂຶ້ນເທິງລົດ; ຈາກນັ້ນ, ທ້າວ ຕວັນແອ້ງ ໄດ້ບອກສະຖານທີ່ສາງເຄື່ອງບ່ອນຈະໄປເອົານັ້ນ ແລະ ທ້າວ ຕວັນແອ້ງ ຍັງສັ່ງໃຫ້ເອົາໂທລະສັບທີ່ຜູ້ກ່ຽວກຽມເບີໄວ້ໂທຫາຜູ້ທີ່ຈະເອົາເຄື່ອງໃຫ້ ແລະ ເວົ້າອີກວ່າຈະເອົາເງິນໃຫ້ 2 ລ້ານດົ່ງ ເມື່ອແລ້ວວຽກ.

ຕາມການແນະນຳຂອງທ້າວ ຕວັນແອ້ງ, ທ້າວ ມິ້ງຕວັນ ຈຶ່ງຂີ່ລົດຈັກໄປຕາມການແນະນຳ ເມື່ອໄປເຖິງສາງເຄື່ອງຂອງບໍລິສັດທີ່ເຂດຖະໜົນອານເຢື້ອງ ກໍຮັບເອົາເຄື່ອງເຊິ່ງເປັນແກັດເຈ້ຍແຂງ ທາງນອກແກັດແມ່ນມີຕົວໜັງສືເອກະລັກຂອງກາເຟຊື່ດັງ; ເມື່ອຮັບເຄື່ອງແລ້ວ ເວລາກັບກໍໄດ້ຮັບໂທລະສັບຂອງ ທ້າວ ຕວັນແອ້ງ ວ່າໃຫ້ເອົາເຄື່ອງດັ່ງກ່າວໄປທີ່ເຮືອນແມ່ຂອງ ນາງ ຖຸຍ ທີ່ຮ່ອມ 72 ຕົ້ນເທີດຕຸ່ງ.

ເວລາ 10:30 ໂມງຂອງວັນດຽວກັນ ຂະນະທີ່ນາງ ຖຸຍ ອອກຈາກເຮືອນແມ່ຂອງຜູ້ກ່ຽວມາຮັບເອົາແກັດເຄື່ອງທີ່ທ້າວ ມິ້ງຕວັນ ເອົາມາສົ່ງນັ້ນ ກໍຖືກເຈົ້າໜ້າທີ່ຕຳຫຼວດຈັບຕົວພ້ອມຂອງກາງ ເມື່ອກວດກາແກັດດັ່ງກ່າວ ເຈົ້າໜ້າທີ່ກວດພົບກ່ອງນ້ອຍຖືກຫຸ້ມຫໍ່ດ້ວຍອາລູມີນຽມ ຈຳນວນ 15 ຫໍ່ ທາງນອກຂອງຫໍ່ແມ່ນມີໂລໂກອາຫານ ໜາ-ແມວ.

ເມື່ອເຈົ້າໜ້າທີ່ຕຳຫຼວດຄົ້ນເອົາຫໍ່ດັ່ງກ່າວອອກມາ ປະກົດວ່າ: ບໍ່ແມ່ນອາຫານສັດ ແຕ່ຫາກແມ່ນຫໍ່ຢາເສບຕິດທີ່ຖືກຫໍ່ຊຸກເຊື່ອງໄວ້ທາງໃນ ເພື່ອເປັນການປົກປິດສາຍຕາຂອງເຈົ້າໜ້າທີ່ກວດກາ ພົບເຫັນຢາເສບຕິດປະເພດຢາອີ ລວມ 9.990 ເມັດ ຊະນິດ MD MA ທີ່ເປັນຮູບສີ່ລ່ຽມມີສີເຫຼືອງ ລວມນ້ຳໜັກຫຼາຍກວ່າ 4 ກິໂລກຼາມ, ຖົງຢາງ 4 ຖົງ ທີ່ບັນຈຸຢາອີທີ່ມີສີຟ້າ ຈຳນວນ 4.000 ເມັດ ທີ່ມີໂລໂກ້ໂຕ $ ລວມນ້ຳໜັກ 1,75 ກິໂລກຼາມ ແລະ 1 ຖົງຢາເສບຕິດປະເພດ Ketamin ນ້ຳໜັກ 88,52 ກຼາມ.

ໃນຂະນະດຽວກັນ, ເມື່ອ ທ້າວ ຕວັນແອ້ງ ຂັບຂີ່ລົດຈັກກັບເມືອບ້ານແມ່ຂອງ ນາງ ຖຸຍ ເພື່ອກວດກາເຄື່ອງທີ່ ທ້າວ ມິ້ງຕວັນ ໄປຮັບມາວ່າຄົບ ຫຼື ບໍ່ ກໍຖືກເຈົ້າໜ້າທີ່ຕຳຫຼວດເຂົ້າຈັບຕົວໄປຫ້ອງການເພື່ອດຳເນີນການສອບສວນ.

ຜ່ານການສອບສວນຂອງເຈົ້າໜ້າທີ່, ທ້າວ ຕວັນແອ້ງ ຮັບສາລະພາບວ່າ: ກ່ອນໜ້ານີ້ເມື່ອວັນທີ 6 ພະຈິກ 2017 ທັງສອງເປົ້າໝາຍ ທ້າວ ຕວັນແອ້ງ ແລະ ນາງ ຖຸຍ ເຄີຍຈັດຊື້-ຂາຍຢາເສບຕິດປະເພດຢາອີ ຈຳນວນ 15.000 ເມັດ ມາແລ້ວຄັ້ງໜຶ່ງ ໂດຍຜ່ານຮູບການຝາກເຄື່ອງນຳບໍລິສັດຂົນສົ່ງດ່ວນທາງອາກາດຈາກເຢຍລະມັນ ມາປະເທດຫວຽດນາມ; ທ້າວ ຕວັນແອ້ງ ແມ່ນໄດ້ນຳຢາເສບຕິດທັງໝົດນັ້ນມອບໃຫ້ ນາງ ຖຸຍ, ໃນນັ້ນ ນາງ ຖຸຍ ໄດ້ຊື້ເອົານຳ ທ້າວ ຕວັນແອ້ງ ຈຳນວນ 5.000 ເມັດ ເປັນເງິນ 230.000 ດົ່ງ/ເມັດ ແລະ ນາງ ຖຸຍ ສາມາດຂາຍໝົດໃນອາທິດດຽວດ້ວຍລາຄາຂາຍອອກແມ່ນ 350.000 ດົງ/ເມັດ ໄດ້ເງິນກຳໄລທັງໝົດ 350 ລ້ານດົ່ງ. ສ່ວນຢາເສບຕິດທີ່ຍັງເຫຼືອ 10.000 ເມັດ ນາງ ຖຸຍ ແມ່ນນຳສົ່ງຊ່ວຍ ທ້າວ ຕວັນແອ້ງ ຕາມການຊີ້ນຳຂອງ ຕວັນແອ້ງ.

ໂດຍຕາມການຕົກລົງກັນລະຫວ່າງ ທ້າວ ຕວັນແອ້ງ ແລະ ນາງ ຖຸຍ ວ່າ: ຖ້າຫາກຂາຍຢາໄດ້ເງິນແລ້ວຈຶ່ງເອົາເງິນມອບໃຫ້ ທ້າວ ຕວັນແອ້ງ; ຮູບການເອົາເງິນໃຫ້ແມ່ນ ນາງ ຖຸຍ ຈະບໍ່ເອົາເງິນມາໃຫ້ ຫຼື ໂອນຜ່ານບັນຊີເດັດຂາດ ເພື່ອເປັນການຫຼີກລ່ຽງການຖືກສົງໄສຂອງເຈົ້າໜ້າທີ່ ນາງ ຖຸຍ ຈະເອົາເງິນສົດໃຫ້ ທ້າວ ມິ້ງຕວັນ ໄປໃຫ້ ທ້າວ ຕວັນແອ້ງ ຫຼື ຄົນໃນເຮືອນຂອງຜູ້ກ່ຽວຕາມນັດໝາຍ.

ອີງໃສ່ຂໍ້ມູນການສືບສວນ-ສອບສວນ ເຈົ້າໜ້າທີ່ຕຳຫຼວດກອງບັນຊາການຕຳຫຼວດນະຄອນຮ່າໂນ້ຍ ຢັ້ງຢືນວ່າ: ທ້າວ ຫງວຽນຕວັນແອ້ງ, ຫງວຽນ ແທ້ງຖຸຍ ແມ່ນຕ້ອງຮັບຜິດຊອບຕໍ່ການກະທຳໃນຂໍ້ຫາຊື້-ຂາຍຢາເສບຕິດ ເຊິ່ງເປັນຢາອີຊະນິດເມັດສີເຫຼືອງ ໜັກ 5,75 ກິໂລກຼາມ, ຊະນິດເມັດສີຟ້າ 15.000 ເມັດ ແລະ ສານ Ketamin ໜັກ 88,52 ກຼາມ, ສ່ວນ ທ້າວ ຫງວຽນມິ້ງຕວັນ ແມ່ນຈະຖືກຂໍ້ຫາຂົນສົ່ງ-ເຄື່ອນຍ້າຍຢາເສບຕິດທີ່ຜິດຕໍ່ລະບຽບກົດໝາຍ ເຊິ່ງຖືກຈັບໄດ້ໃນວັນທີ 24 ທັນວາ 2017.

ຕາມການໃຫ້ຮູ້ຂອງເຈົ້າໜ້າທີ່ຫ້ອງຕຳຫຼວດສືບສວນ-ສອບສວນຄະດີຢາເສບຕິດ ກອງບັນຊາການຕຳຫຼວດນະຄອນຮ່າໂນ້ຍ ວ່າ: ຍ້ອນຜົນກຳໄລຈາກການຄ້າຂາຍຢາເສບຕິດສູງ ຈຶ່ງເຮັດໃຫ້ເກີດມີສະພາບການຂົນສົ່ງ, ເຄື່ອນໄຫວຄ້າຢາເສບຕິດຜ່ານຫຼາຍຮູບແບບ ໂດຍສະເພາະການຝາກເຄື່ອງຜ່ານຊ່ອງທາງບໍລິການທາງອາກາດ ( ຜ່ານເຮືອບິນ ) ກຸ່ມເປົ້າໝາຍໄດ້ສວຍໂອກາດນຳເອົາຢາເສບຕິດປະເພດຕ່າງໆຊຸກເຊື່ອງມາຕາມແກັດສິນຄ້າ ເພື່ອປົກປິດສາຍຕາຂອງເຈົ້າໜ້າທີ່.

ດັ່ງຄະດີດັ່ງກ່າວ, ປັດຈຸບັນແມ່ນໄດ້ຮັບການສະຫຼຸບສຳນວນຄະດີກຽມສົ່ງເອກະສານທີ່ກ່ຽວຂ້ອງຂຶ້ນໄອຍະການປະຊາຊົນນະຄອນຫຼວງຮ່າໂນ້ຍ, ສະເໜີເປີດການໄຕ່ສວນຕັດສິນຄະດີຕໍ່ກັບເປົ້າໝາຍທັງ 3 ຄົນ ຕາມກົດໝາຍ.