ວັນທີ 21 ສິງຫາ 2018, ສານປະຊາຊົນ ນະຄອນໂຮ່ຈິມິນ ໄດ້ນຳເອົາຜູ້ຖືກຫາ 12 ຄົນ ໃນຄະດີເຄື່ອນໄຫວໂຄ່ນລົ້ມ ລັດຖະບານ ສສ ຫວຽດນາມ ອອກມາພິຈາລະນາຕັດສິນ.

ໃນຈຳນວນຜູ້ຖືກຫາທັງໝົດ ລວມມີ: ທ້າວ ຫງວຽນເຈມຫານ ອາຍຸ 51 ປີ ສັນຊາດອາເມລິກາ ແລະ ຫວຽດນາມ, ນາງ ຟານແອັງເຈີ ອາຍຸ 62 ປີ ສັນຊາດຫວຽດນາມ ທັງ 2 ແມ່ນຜູ້ເປັນຫົວໂປ່ໂຕການຂອງກຸ່ມປະຕິການ ໂດຍມີ ທ້າວ ດ່າວມິ້ງກວັນ ປັດຈຸບັນຢູ່ປະເທດອາເມລິກາ ແລະ ຜູ້ກ່ຽວກຳລັງຖືກເຈົ້າໜ້າທີ່ຕິດຕາມຈັບກຸມຕົວເປັນຜູ້ບັນຊາ ແລະ ສົ່ງມາທີ່ປະເທດຫວຽດນາມ ເພື່ອຊັກຊວນຂົນຂວາຍ ແລະ ຕິດຕໍ່ຫາເປົ້າໝາຍອື່ນດຳເນີນການປຸກລະດົມປະຊາຊົນລຸກຂຶ້ນຕໍ່ຕ້ານກັບລັດຖະບານ.

ຜ່ານການປະຕິບັດວຽກງານວິຊາສະເພາະຂອງເຈົ້າໜ້າທີ່, ນັບແຕ່ວັນທີ 19 ເມສາ 2017 ເຖິງ 17 ພຶດສະພາ 2017, ອົງການຕຳຫຼວດສືບສວນ-ສອບສວນ ກະຊວງຕຳຫຼວດ, ກອງບັນຊາການຕຳຫຼວດ ແຂວງລັອງອ້ານ, ນະຄອນໂຮ່ຈິມິນ ແມ່ນສາມາດຮິບໂຮມຂໍ້ມູນຫຼັກຖານໄດ້ຄົບຖ້ວນ ແລະ ມີຄຳສັ່ງຈັບຕົວແບບຮີບດ່ວນຕໍ່ກັບ ທ້າວ ຫງວຽນມິ້ງຈີ, ທ້າວ ໂດຕ່າຍເຍິນ, ນາງ ໂດທິຖຸຍຢຸງ, ທ້າວ ໂດກັວກບາວ, ນາງ ຟານແອັງເຈີ, ທ້າວ ຫງວຽນເຈມຫານ ພ້ອມດ້ວຍເປົ້າໝາຍອີກຫຼາຍຄົນໃນຂໍ້ຫາເຂົ້າຮ່ວມການເຄື່ອນໄຫວຕໍ່ຕ້ານລັດຖະບານ ໂດຍສ້າງຕັ້ງລັດປະບານຊົ່ວຄາວຂອງພວກເຂົາ ເຊິ່ງມີຊື່ເອີ້ນຫຍໍ້ວ່າ: CPQGVNLT ເຊິ່ງແມ່ນ ທ້າວ ດ່າວມິ້ງກັວນ ເປັນຜູ້ຈັດຕັ້ງບັນຊາ, ເປົ້າໝາຍຂອງຂະບວນການນີ້ ແມ່ນຫວັງໂຄ່ນລົ້ມລະບອບການປົກຄອງຂອງ ສສ ຫວຽດນາມ.

ການຈັດຕັ້ງກຸ່ມປະຕິການນີ້ ຖືກ ທ້າວ ດ່າວມິ້ງກັວນ ສ້າງຕັ້ງຂຶ້ນແຕ່ປີ 2009 ທີ່ປະເທດອາເມລິກາ, ເຊິ່ງຜູ້ກ່ຽວໄດ້ວາງແຜນການ ແລະ ເອກະສານທີ່ກ່ຽວຂ້ອງກ່ຽວກັບການເຄື່ອນໄຫວ ເຊິ່ງມີເນື້ອໃນລວມແມ່ນ ທຳລາຍບົດບາດການນຳພາຂອງລັດຖະບານ ກໍຄືຂອງ ພັກກອມມຸຍນິດ ຫວຽດນາມ ແລະ ປະເທດ.

…..

ການພົວພັນຂອງ CPQGVNLT ລວມມີ ຂັ້ນສູນກາງ (ເຂດນອກປະເທດຫວຽດນາມ) ມີ 8 ສະມາຄົມ, 3 ອົງການ, 2 ຫ້ອງ, 4 ພະແນກ ແລະ 16 ກະຊວງ; ການຈັດຕັ້ງມະຫາຊົນ ລວມມີ ສະມາຄົມແມ່ຍິງເຕິ້ນເຊິ້ນຈູ, ກະຊວງຍຸຕິທຳທົ່ວປະເທດ. ນອກນັ້ນ, ຍັງມີເຄືອຂ່າຍພື້ນຖານທົ່ວປະເທດຫວຽດນາມ, ເຊິ່ງໄດ້ແບ່ງອອກເປັນ 7 ເຂດ ແຕ່ລະເຂດແມ່ນມີຂະແໜງການຍຸຕິທຳທີ່ຂຶ້ນກັບ 4 ຄະນະຈັດຕັ້ງຂອງພວກເຂົາສ້າງຂຶ້ນ.

ນັບແຕ່ປີ 2013 ເຖິງປັດຈຸບັນ, ທ້າວ ດ່າວມິ້ງກວນ ແລະ ພະນັກງານຕົວຫຼັກຂອງຂະບວນການນີ້ ໄດ້ເຄື່ອນໄຫວສ້າງຫຼັກການປະຕິຮູບການນຳພາ ແລະ ສ້າງແຜນການໂຄ່ນລົ້ມລັດຖະບານ, ເຊິ່ງພວກເຂົາເລີ່ມຕົ້ນຈາກການໂຄສະນາ, ຊື້ຈ້າງຈອບອອຍ, ແກ່ດຶງ, ພົວພັນເພື່ອສ້າງຕັ້ງຂະບວນການຕໍ່ຕ້ານ ພ້ອມທັງພັດທະນາກຳລັງໃນທົ່ວປະ ເທດ ແລ້ວສົ່ງຄົນຢູ່ຕ່າງປະເທດເຂົ້າມາ ຫວຽດນາມ ເພື່ອຊີ້ນຳການຕໍ່ຕ້ານກັບການນຳພາຂອງລັດຖະບານຫວຽດນາມ.

ດ້ວຍຮູບການເຄື່ອນໄຫວໂດຍນຳໃຊ້ເຄືອຂ່າຍອິນເຕີເນັດ ຫຼື ບັນດາແອັບພີເຄຊັນຂອງສື່ອອນລາຍ ເພື່ອເປັນເຄື່ອງມືເຄື່ອນໄຫວເຕົ້າລວມກ້ອນກຳລັງ, ສ້າງໜ້າເພສເຟສບຸກ, ສ້າງບັອກແຊັດ ເພື່ອເປັນບ່ອນເຜີຍແພ່ຊັກຊວນມວນຊົນຊາວຫວຽດນາມ ແລະ ຄົນຫວຽດນາມ ທີ່ດຳລົງຊີວິດຢູ່ຕ່າງປະເທດເຂົ້າຮ່ວມ.

ໜຶ່ງໃນສະມາຊິກກຸ່ມເຄື່ອນໄຫວໂຄ່ນລົ້ມ ລັດຖະບານຫວຽດນາມ

ນັບແຕ່ປີ 2016 ເຖິງປັດຈຸບັນ, ເປົ້າໝາຍຫົວໂປ່ຕົວການບາງຄົນຂອງຂະບວນການດັ່ງກ່າວທີ່ປະເທດອາເມລິກາ ເຊັ່ນ: ນາງ ກິ້ມໂກລິນ (ນ້ອງສາວ ທ້າວ ດ່າວມິ້ງກັວນ), ເຮັດໜ້າທີ່ເປັນຫົວໜ້າຂະບວນການຊາວຫວຽດນາມ, ທ້າວ ເຄລີ ຫຼື ທ້າວ ຈ້ຽວແທ້ງຮວ້າ ສັນຊາດອາເມລິກາ ເຊິ່ງຖືກຕັ້ງເປັນນາຍພົນ-ກະຊວງປ້ອງກັນປະເທດ, ທ້າວ ເຈິ່ນຈຸ້ງຫງວຽດແອັງ ຖືກແຕ່ງຕັ້ງເປັນ ຊັ້ນ ພັອ, ຫົວໜ້າກົມປ້ອງກັນຄວາມສະຫງົບກອງທັບ, ນາງ ລີຊາ ຫຼື ນາງ ຟ້າມແອ້ງດ່າວ ເຮັດໜ້າທີ່ເຄື່ອນໄຫວຊັກຈູງ, ຊວນເຊື່ອເອົານັກປະຕິວັດທີ່ຍັງມີແນວຄິດບໍ່ເຊື່ອມຊຶມກັບແນວທາງນະໂຍບາຍຂອງພັກ-ລັດ ກໍຄືມະຫາຊົນທົ່ວປະເທດເຂົ້າຮ່ວມກຸ່ມ ພາຍໃຕ້ຮູບການ ຂຽນໃບສະເໜີເຂົ້າມາໃນປະເທດ ແລະ ເຄື່ອນໄຫວເຮັດແນວບໍ່ດີບໍ່ງາມກັບຮູບທ່ານຜູ້ນຳ ເຊັ່ນ: ຮູບປະທານໂຮ່ຈິມິນ ແລ້ວຖ່າຍຄຣິບນັ້ນສົ່ງກັບໄປຫາຫົວໜ້າກຸ່ມປະຕິການ.

ຫຼັງຈາກທີ່ພວກເຂົາໄດ້ເຂົ້າມາໃນປະເທດແລ້ວ ພວກເຂົາຈະເຮັດໜ້າທີ່ໂຄສະນາເຜີຍແຜ່, ຊັກຊວນ, ຊວນເຊື່ອເອົາຄົນອື່ນເຂົ້າຮ່ວມກຸ່ມ ແລະ ໃນຂະນະດຽວກັນນີ້ ພວກເຂົາກໍໄດ້ສະເໜີປະການຈຸດປະສົງເປົ້າໝາຍຂອງການຈັດຕັ້ງກຸ່ມ ແລະ ຄັດເລືອກເອົາ ທ້າວ ດ່າວມິ້ງກັວນ ເປັນປະທານາທິບໍດີຂອງປະເທດສາທາລະນະລັດ ຫວຽດນາມ (ປະເທດສ້າງຂຶ້ນເອງ).

ທ້າຍເດືອນກຸມພາ 2017, CPQGVNLT ໄດ້ຄັດເລືອກ ແລະ ສົ່ງນາງ ຟານແອັງເຈີ, ຫງວຽນເຈມຫານ ເຂົ້າມາ ຫວຽດນາມ ເພື່ອເຮັດໜ້າທີ່ຕິດຕໍ່ພົວພັນ, ຊັກຊວນ, ຊື້ຈ້າງຈອບອອຍ ພ້ອມທັງລວມຕັ້ງກຸ່ມປະຕິການດັ່ງກ່າວທີ່ປະເທດຫວຽດນາມ ເພື່ອແນໃສ່ກຽມສ້າງຄວາມປັ່ນປ່ວນຕໍ່ການນຳພາຂອງພັກ ໂດຍສະເພາະພວກເຂົາໄດ້ກະກຽມໃສ່ມື້ງານສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ 30 ເມສາ ແລະ ວັນທີ 1-5 ພຶດສະພາ 2017, ເມື່ອ ນາງ ຟານແອັງເຈີ ມາຮອດຫວຽດນາມ ຜູ້ກ່ຽວໄດ້ຕິດຕໍ່ຫາ ທ້າວ ຫງວຽນກວາງແທ້ງ ສາຍາແມ່ນ ຫງວຽນລັອງ ເຊິ່ງຜູ້ກ່ຽວຖືກກຸ່ມປະຕິການຕັ້ງໃຫ້ເປັນເຈົ້າ ແຂວງໆກວາງນາມ ເຊິ່ງເປົ້າໝາຍດັ່ງກ່າວຖືກສານຕັດສິນເມື່ອທ້າວປີ 2017, ທ້າວ ຕະເຕີນລົກ ຫຼື ສາຍາແມ່ນ ຕະຈຸ້ງເຍິນ ຖືກກຸ່ມປະຕິການຕັ້ງໃຫ້ເປັນເຈົ້ານະຄອນໄຊ່ງ່ອນ, ທ້າວ ເຈິ່່ນຕັວນຕ່າຍ ສາຍາແມ່ນ ຢຸງຈີ ຖືກແຕ່ງຕັ້ງເປັນຜູ້ບັນຊາໜ່ວຍເຄື່ອນທີ່ແຫ່ງຊາດ, ທ້າວ ຫງວຽນຮຸ່ງແອ້ງ ສາຍາແມ່ນ ຫງວຽນລັອງອານ ເຊິ່ງຖືກແຕ່ງຕັ້ງເປັນ ພັຕ ເປັນເຈົ້າແຂວງໆລັອງອານ.

ເຈົ້າໜ້າທີ່ຕຳຫຼວດ ຮວບຕົວກຸ່ມເດີນຂະບວນປະທ້ວງ

ຕົ້ນເດືອນມີນາ 2017, ນາງ ຟານແອັງເຈີ ພ້ອມດ້ວຍ ທ້າວ ຕະເຕີນລົກ, ທ້າວ ຫງວຽນຮຸ່ງແອັງ, ທ້າວ ເຈີ່ນຕວັນຕ່າຍໄດ ນັດພົບກັນ ແລະ ມີການວາງແຜນການຕິດຕາມສຳຫຼວດພື້ນທີ່ເກັບກຳສະພາບການ ເພື່ອກຳໄດ້ວ່າ ພື້ນທີ່ໃດທີ່ສາມາດຈະດຳເນີນຂະບວນການປະທ້ວງໃຫ້ໃກ້ກັບສູນກາງ ນະຄອນໂຮ່ຈິມິນ ທີ່ສຸດ ພ້ອມທັງລາຍງານໃຫ້ຫົວໜ້າກຸ່ມ, ວັນທີ 28 ເມສາ 2017 ທ້າວ ຫງວຽນເຈມຫານ ໃນບົດບາດຜູ້ປະສານງານໃຫ້ກັບກຸ່ມປະຕິການ ໄດ້ເດີນທາງຮອດປະເທດຫວຽດນາມ ຜູ້ກ່ຽວໄດ້ປະສານສົມທົບ ແລະ ຕິດຕໍ່ກັບກຸ່ມປະຕິການນຳກັນທັງໝົດທີ່ຢູ່ໃນປະເທດ.

ເພື່ອມອບໝາຍໜ້າວຽກໃຫ້ແຕ່ລະຄົນຮັບຜິດຊອບ ແລະ ຮັບຟັງການຊີ້ນຳຂອງ ທ້າວ ດ່າວມິ້ງກວັນ ພຽງຜູ້ດຽວ, ຜ່ານການມອບໝາຍວຽກງານທັງໝົດ ໃຫ້ແຕ່ລະຄົນ ທ້າວ ກວັນ ໄດ້ສັ່ງໃຫ້ກະກຽມກຳລັງ, ພາຫະນະ, ອາວຸດ, ອຸປະກອນທີ່ກ່ຽວຂ້ອງມອບໃຫ້ ທ້າວ ຫານ ເປັນຜູ້ນຳພາກໍ່ໃຫ້ມີສຽງແຕກໃນມື້ສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ 30 ເມສາ 2017 ໃຫ້ໄດ້ຈຸດປະສົງແມ່ນແນໃສ່ສ້າງຄວາມບໍ່ເຊື່ອໝັ້ນໃນວົງການການເມືອງ, ສ້າງຄວາມສັບສົນໃຫ້ກັບປະຊາຊົນ ກ່ຽວກັບ ການເຊື່ອຖືຕໍ່ການນຳພາຂອງພັກ ໃຫ້ຫຼຸດລົງ ແລະ ເປົ້າໝາຍສຸດທ້າຍ ແມ່ນໂຄ່ນລົ້ມລະບອບການປົກຄອງຂອງ ສສ ຫວຽດນາມ.

ຕາມແຜນການຂອງພວກກ່ຽວ ແມ່ນຈະມອບໃຫ້ສະມາຊິກແຊກແຊງເຂົ້າທຸກອົງການຈັດຕັ້ງຂອງສັງຄົມ ໂດຍສະເພາະແມ່ນຂະແໜງການວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງຊາດ ເພື່ອຫາວິທີທາງແນບບົດໂຄສະນາໃສ່ຮ້າຍປ້າຍສີລັດຖະບານຂອງ ທ້າວ ດ່າວມິ້ງກວັນ ລົງໃນລາຍການຂ່າວ. ນອກນັ້ນ, ຍັງນຳໃຊ້ຮູບແບບການຕໍ່ຕ້ານອື່ນນຳອີກ ເຊັ່ນ: ຕິດໂຄສະນາ, ຫວ່ານໃບປິວ, ເດີນຂະບວນປະທ້ວງ, ຕໍ່ຕ້ານ Formosa ແລະ ສະໜັບສະໜູນລະບອບຫວຽດນາມ ສາທາລະນະລັດ; ຈາກນັ້ນ, ພວກເຂົາຈະຖ່າຍຄຣິບວິດີໂອທຸກການເຄື່ອນໄຫວຂອງພວກເຂົາສ້າງຂຶ້ນ ຫຼື ຮູບພາບຂອງເຈົ້າໜ້າທີ່-ທີ່ກ່ຽວຂ້ອງ ເຂົ້າແກ້ໄຂທຸກການກະທຳຂອງພວກເຂົາ ເພື່ອນຳເອົາວິດີໂອ ຫຼື ຮູບພາບເຫຼົ່ານັ້ນ ມາກ່າວປະນາມການນຳພາຂອງພັກ-ລັດວ່າ: ຂົ່ມຂູ່, ທຳຮ້າຍປະຊາຊົນ, ເຮັດເກີນໜ້າທີ່ ແລະ ລ່ວງລໍ້າສິດທິມະນຸດ ເປັນຕົ້ນ.

ການນຳຕົວຜູ້ເຄື່ອນໄຫວຂຶ້ນສານ

ເຖິງຢ່າງໃດກໍຕາມ, ສ່ວນຫຼາຍການເຄື່ອນໄຫວຂອງກຸ່ມເປົ້າໝາຍດັ່ງກ່າວ ແມ່ນຖືກເຈົ້າໜ້າທີ່ວິຊາສະເພາະທີ່ກ່ຽວຂ້ອງຮູ້ທັນ ແລະ ຈັບໄດ້; ໃນຄະດີທີ່ພວກເຂົາສາມາດຊັກຊວນໄດ້ໝົດເຮືອນເຂົ້າຮ່ວມຂະບວນການປະຕິການ ກໍມີ ເຊັ່ນ: ທ້າວ ຫງວຽນຮຸ່ງແອັງ ໄດ້ຊັກຊວນເອົາເມຍ, ລູກອີກ 2 ຄົນ ແລະ ພີ່ນ້ອງໃກ້ຊິດທາງເມຍອີກ 4 ຄົນ ພ້ອມກັນປະກອບເອກະສານເຂົ້າຮ່ວມຂະບວນການເຄື່ອນໄຫວຕໍ່ຕ້ານລັດຖະບານ.

ພ້ອມນັ້ນ, ທ້າວ ຮຸ່ງແອັງ ຍັງໄດ້ຊັກຈູງຊວນເຊື່ອເອົາບຸກຄົນອື່ນ ເຂົ້າຮ່ວມນຳ ເຊິ່ງລວມມີຍາດພີ່ນ້ອງ, ໝູ່ເພື່ອນຮ່ວມງານ ແລະ ບຸກຄົນຮັກແພງທີ່ຮູ້ຈັກເຂົ້າໃນບັນຊີລາຍຊື່ລວມ 23 ຄົນ ແລ້ວສົ່ງໃຫ້ ທ້າວ ກວັນ ຈັດເຂົ້າໃນອົງການຈັດຕັ້ງທີ່ພວກເຂົາໄຝ່ຝັນໄວ້ນັ້ນ ແມ່ນປະເທດຫວຽດນາມ ສາທາລະນະລັດ. ເມື່ອເຫັນວ່າເຊື່ອໃຈໄດ້ແນວນັ້ນແລ້ວ ທ້າວ ຮຸ່ງ ແມ່ນຖືກ ນາງ ເຄລີ ມອບໝາຍໜ້າວຽກໃຫ້ ແມ່ນພົວພັນກັບ ທ້າວ ລົກ ເພື່ອກຽມປິຼ່ນເອກະສານທີ່ມີເນື້ອໃນໃສ່ຮ້າຍລັດຖະບານ ແລ້ວກຽມແຈກຢາຍອອກໃນແຕ່ລະຂົງເຂດ.

ນອກນັ້ນ, ທ້າວ ລົກ ໄດ້ເອົາຜ້າສີເຫຼືອງໃຫ້ ທ້າວ ຮຸ່ງແອ້ງ ພ້ອມທັງແນະນຳໃຫ້ເຮັດທຸງທີ່ມີລັກສະນະບົ່ງບອກເຖິງລະບອບຫວຽດນາມ ສາທາລະນະ ທ້າວ ຮຸ່ງ ໄດ້ຕັດຜ້າອອກເປັນ 300 ແຜ່ນນ້ອຍ ແລະ ພິມຄຳເວົ້າໃສ່ຕື່ມວ່າ ປະເທດຫວຽດນາມ ສາທາລະນະ ຈາກນັ້ນໄດ້ມອບຄືນໃຫ້ ທ້າວ ລົກ. ຈຳນວນທຸງທັງໝົດນີ້ ຖືກເຈົ້າໜ້າທີ່ຢຶດຄືນໄດ້ທັງໝົດ ຂະນະທີ່ເຈົ້າໜ້າທີ່ຕຳຫຼວດ ແຂວງບິ່ງດິ້ງ ເຂົ້າຈັບຕົວ ທ້າວ ລົກ. ຜ່ານການສອບສວນ ຜູ້ກ່ຽວໄດ້ສາລະພາບຕື່ມວ່າ: ຕົນເອງໄດ້ສັ່ງໃຫ້ ທ້າວ ຮຸ່ງແອັງ ພິມເພີ່ມໃສ່ທຸງວ່າ (ຫວຽດບໍ່ຂ້າຫວຽດ, ເອົາຄືນປະເທດ), ເມື່ອ ທ້າວ ຮຸ່ງແອັງ ເຮັດແບບຢ່າງແລ້ວຖ່າຍຮູບສົ່ງໃຫ້ ເມື່ອບໍ່ໄດ້ຮັບຄຳເຫັນຈາກຕົນເອງ ທ້າວ ຮຸ່ງແອັງ ຈຶ່ງບໍ່ເອົາໃສ່ເພີ່ມ.

ເປົ້າໝາຍບາງຄົນ ກໍເປັນຜູ້ສູງອາຍຸ

ໃນລັກສະນະຄ້າຍຄືກັນນີ້, ຫຼັງຈາກທີ່ ທ້າວ ຕວັນແອັງ ຖືກທ້າວ ລົກ ຊັກຈູງໃຫ້ເຂົ້າຮ່ວມກຸ່ມໃນກາງເດືອນມີນາ 2017, ຕາມການສະເໜີຂອງ ທ້າວ ຫງວຽນຖຸຍລ້ຽວ ຢູ່ປະເທດຝຣັ່ງ, ທ້າວ ເຈິ່ນຕວັນຕ່າຍ ກໍໄດ້ເຮັດໜັງສືເຂົ້າຮ່ວມກຸ່ມຂອງທ້າວ ຫງວຽນວັນຮວ່າງ ໂດຍ ທ້າວ ຕ່າຍ ເປັນຜູ້ດຳເນີນການຈັດເອກະສານ ລວມມີບັດເຫັນດີເປັນເອກະພາບກັບການດຳເນີນຂະບວນການຕ່າງໆ ພ້ອມດ້ວຍເອກະສານເຫັນດີໃຫ້ ທ້າວ ດ່າວມິ້ງກວັນ ເປັນປະທານາທິບໍດີປະເທດຫວຽດນາມ ສາທາລະນະ, ໃນໜັງສືນັ້ນລວມມີລາຍເຊັນຂອງ ທ້າວ ຕ່າຍ ແລະ ລູກອີກ 2 ຄົນ ແລະ ໃນບັນຊີລາຍຊື່ດັ່ງກ່າວຍັງມີຊື່ ທ້າວ ຫງວຽນວັນຮວ່າງ ແລະ ປະຊາຊົນອີກ 5 ຄົນ, ຫຼັງຈາກສຳເລັດໜັງສືສະເໜີດັ່ງກ່າວແລ້ວ ທ້າວ ຮຸ່ງແອັງ, ທ້າວ ຕ່າຍ, ທ້າວ ຫງວຽນວັນຮວ່າງ ແມ່ນໄດ້ຮັບເງິນຈາກຂະບວນການ ທີ່ໂອນມາໃຫ້ຜູ້ລະ 100 ໂດລາ ຫາ 150 ໂດລາ.

ວັນທີ 5 ມີນາ 2017, ນາງ ໂດຼຕ່າຍເຍິນ ຍັງໄດ້ນຳໃຊ້ຮູບແບບສົ່ງຂໍ້ຄວາມຜ່ານທາງເຟສບຸກ ເພື່ອເປັນການຕິດຕໍ່ພົວພັນກັບ ນາງ ຟາມລີຊາ ເພື່ອຮິບໂຮມເອົາເບີໂທລະສັບໃຫ້ ທ້າວ ຫວໍຮວ່າງຫງັອກ ( ຫົວໜ້າກຸ່ມທີ່ນະຄອນໄຊງ່ອນ ) ເພື່ອນັດກັນອອກໄປເດີນຂະບວນປະທ້ວງ.

ຕາມການສົນທະນາຂອງກຸ່ມ, ທ້າວ ຫວໍຮວ່າງຫງັອກ ແມ່ນໄດ້ເຫັນດີເປັນເອກະພາບກັນ ໂດຍມີ ນາງ ເຍິນ ເຂົ້າຮ່ວມໃນກຸ່ມ ພ້ອມກັນເດີນຂະບວນປະທ້ວງ ເມື່ອໄປຮອດສວນສາທາລະນະ ຕ້າວດ່ານ ແລ້ວປະກາດຮຽກຮ້ອງໃຫ້ເຈົ້າໜ້າທີ່-ທີ່ກັກຂັງກຸ່ມຂອງພວກຕົນໃນກ່ອນໜ້ານີ້ ອອກມາ, ໃນຂະນະດຽວກັນນີ້ ນາງ ເຍິນ ໄດ້ໃຊ້ໂທລະສັບຖ່າຍຄຣິບວິດີໂອ ແລ້ວໄດ້ສົ່ງໃຫ້ນາງ ລີຊາ ຜ່ານເຟສບຸກ ເພື່ອ ເປັນການລາຍງານສະພາບການເດີນຂະບວນປະທ້ວງ; ຈາກນັ້ນ, ກໍເອົາລົງໜ້າເຟສຂອງຕົນ ເພື່ອໃຫ້ທຸກຄົນໄດ້ເບິ່ງ, ພໍແຕ່ຄຣິບດັ່ງກ່າວໄດ້ຖືກເຜີຍແຜ່ລົງສື່ອອນລາຍ ນາງ ເຍິນ ກໍມີບຸກຄົນໜຶ່ງແຊັດສົນທະນາຜ່ານເຟສບຸກ ມາຫາ ແລະ ສະເໜີເອົານາງ ເຍິນ ເຂົ້າຮ່ວມຂະບວນການ “CPQGVNLT” ເພື່່ອຈະໄດ້ຮັບການປ້ອງກັນຕົວ.

…..

ເມື່ອນາງ ເຍິນ ເຂົ້າເວັບໄຊຂອງກຸ່ມດັ່ງກ່າວແລ້ວປ້ອນຂໍ້ມູນເພື່ອເຂົ້າຮ່ວມກຸ່ມ ກໍມີທ້າວ ເຈິ່ນຈຸ້ງຫງຽດແອັງ ໂທລະສັບມາແນະນຳການປະກອບເອກະສານ ເພື່ອເຮັດໃຫ້ຖືກ ແລະ ໄດ້ຮັບການຕອບຮັບວ່າເປັນສະມາຊິກຂອງກຸ່ມແລ້ວ. ເມື່ອສຳເລັດແລ້ວ ນາງ ເຍິນ ກໍໄດ້ຮັບການມອບໝາຍໜ້າທີ່ຈາກ ທ້າວ ເຈິ່ນຈຸ້ງຫງຽດແອັງ ໂດຍການຊອກຫາຄົນເຂົ້າຮ່ວມກຸ່ມໃຫ້ໄດ້ຫຼາຍທີ່ສຸດ ພ້ອມທັງໄດ້ຂຽນໃບຢືນຢັນການເລືອກຕັ້ງເອົາ ທ້າວ ດ່າວມິ້ງຕວັນ ເປັນປະທານາທິບໍດີປະເທດຫວຽດນາມ ສາທາລະນະ. ພ້ອມນັ້ນ. ທ້າວ ເຈິ່ນຈຸ້ງຫງຽດແອັງ ກໍໄດ້ສັນຍາວ່າ: ຈະສົ່ງເງິນໃຫ້ ນາງ ເຍິນ ເພື່ອເປັນເງິນໃຊ້ຈ່າຍໃນການປະຕິບັດວຽກງານ.

ຈາກນັ້ນ, ນາງ ເຍິນ ໄດ້ຕິດຕໍ່ນັດພົບກັບ ທ້າວ ເຈື້ອງຫງວຽນມິ້ງຈີ  ແລະ ທ້າວ ຫວໍຮວ່າງຫງັອກ ເພື່ອລາຍງານວ່າ: ຕົນແມ່ນບຸກຄົນໃນສະມາຊິກກຸ່ມ CPQGVNLT ແລະ ຊວນທັງ 2 ຄົນດັ່ງກ່າວເຂົ້າຮ່ວມກຸ່ມ. ນາງ ເຍິນ ໄດ້ສັນຍາກັບສະມາຊິກໃໝ່ໃນກຸ່ມວ່າ ທຸກຄົນຈະໄດ້ຮັບການຄວາມປອດໄພຕໍ່ຊີວິດ, ສິດຜົນປະໂຫຍດ ເມື່ອເຂົ້າຮ່ວມຂະບວນການເດີນຂະບວນປະທ້ວງ ແລະ ຈະຖືກນຳສົ່ງລາຍຊື່ຂ້າມໄປທີ່ປະເທດອາເມລິກາ. ດັ່ງນັ້ນ, ທັງສອງຄົນຈຶ່ງຕົກລົງເຂົ້າຮ່ວມຂະບວນການ. ເມື່ອໄດ້ຮັບມອບໝາຍວຽກ ທ້າວ ຈີ ແລະ ຫງັອກ ໄດ້ເລີ່ມໂຄສະນາຕົວະຍົວະເອົາເປົ້າໝາຍອື່ນເຂົ້າຮ່ວມກຸ່ມອີກ ໂດຍແນະນຳໃຫ້ປະຊາຊົນຜູ້ຮູ້ເທົ່າບໍ່ເຖິງການຫຼົງເຊື່ອ ແລະ ຂຽນຄຳຮ້ອງຂໍເຂົ້າຮ່ວມເປັນສະມາຊິກຂອງກຸ່ມປະຕິການ. ຈາກນັ້ນ, ໄດ້ເຮັດແນວບໍ່ດີຕໍ່ແນວທາງການນຳພາຂອງພັກ, ໃສ່ຮ້າຍປ້າຍສີພັກ-ລັດ, ຖ່າຍຄຣິບວິດີໂອ, ຈູດເງິນທີ່ມີຮູບຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນທັງຊາດ (ປະທານໂຮ່ຈິມິນ), ຈຸດປະສົງແມ່ນ ສະແດງໃຫ້ຄົນອື່ນຮູ້ວ່າບໍ່ມັກໃນລະບອບການ    ປົກຄອງໃນປັດຈຸບັນຂອງຫວຽດນາມ.

ເມື່ອເຫັນໂອກາດຄືແນວນັ້ນ, ນາງ ເຍິນ ຈຶ່ງໄດ້ສ້າງກຸ່ມສົນທະນາໃນເຟສບຸກ ເພື່ອລວມກຸ່ມຂອງຕົນທີ່ສາມາດຊອກໄດ້ ມາລວມຕົວກັນເພື່ອລົມ ແລະ ຕົກລົງກັນທາງເຟສ ແລະ ພະຍາຍາມໃຫ້ມີຂ່າວກ່ຽວກັບການໃສ່ຮ້າຍປ້າຍສີພັກ-ລັດ ໄດ້ອອກເຜີຍແຜ່ໃນງານຊຸມນຸມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ທີ 30 ເມສາ 2017, ນອກນັ້ນພວກເຂົາຍັງສ້າງບັນຊີລາຍຊື່ ເຊິ່ງລວມມີ 700 ກວ່າຄົນທີ່ເຂົ້າຮ່ວມ ແລະ ເຫັນດີຍົກໃຫ້ ທ້າວ ດ່າວມິ້ງຕັວນ ເປັນປະທານາທິບໍດີປະເທດຫວຽດນາມ ສາທາລະນະ ໃນຝັນຂອງພວກເຂົາ; ພ້ອມນັ້ນ, ກໍໄດ້ຕົກລົງກັນນຸ່ງເສື້ອສີເຫຼືອງແຂບແດງເດີນຂະບວນປະທ້ວງ ໃນວັນທີ 16 ເມສາ 2017; ຈາກນັ້ນ, ທ້າວ ຈີ ແມ່ນຈະເຮັດໜ້າທີ່ຖ່າຍຄຣິບວິດີໂອແບບຖ່າຍສົດລົງອິນເຕີເນັດ ເພື່ອເຮັດໃຫ້ຫຼາຍຄົນໃນສັງຄົມສົນໃຈ.

ການຈຸມເປົ້າໝາຍເຄື່ອນໄຫວໂຄ່ນລົ້ມລັດຖະບານ

ນາງ ເຍິນ ຍັງໄດ້ຮັບການລາຍງານຈາກ ທ້າວ ຫງັອກ ວ່າ: ກຳລັງຈັດຕັ້ງໃຫ້ກຸ່ມ (ກອບກູ້ໄຊງ່ອນ) ຊອກຫາສະຖານທີ່ເພື່ອເຕົ້າລວມສະມາຊິກເດີນຂະບວນຮ້ອງໂຮ ພ້ອມທັງປະກາດຕົນເອງວ່າເປັນປະເທດຫວຽດນາມ ສາທາລະນະ, ໃນຕອນເຊົ້າວັນທີ 16 ເມສາ 2017 ກຸ່ມດັ່ງກ່າວຍັງມີແຜນການຈະກະຈາຍໃບປິວທີ່ມີເນື້ອໃນກ່ຽວກັບ ການໃສ່ຮ້າຍປ້າຍສີພັກ-ລັດ ປະມານ 1.000 ໃບ ໃນວັນທີ 30 ເມສາ 2017. ພ້ອມນັ້ນ, ນາງ ເຍິນ ກໍເຫັນດີຈະເຂົ້າຮ່ວມການແຕ້ມປ້າຍສັນຍາລັກການຕໍ່ຕ້ານດັ່ງກ່າວ.

ຜົນຂອງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕຳຫຼວດ ໃຫ້ຮູ້ວ່າ:

ບັນດາເປົ້າໝາຍທີ່ກ່າວມາຂ້າງເທິງ ແມ່ນໄດ້ມີການຕິດຕໍ່-ພົວພັນ ແລະ ສາມາດດຶງດູດເອົາເປົ້າໝາຍອື່ນເຂົ້າຮ່ວມຂະບວນການໄດ້ 100 ກວ່າຄົນ ແລະ ເຈົ້າໜ້າທີ່ສາມາດຈັບກຸມຕົວພວກກ່ຽວໄດ້ເກືອບໝົດ ແລະ ບາງຄົນເຈົ້າໜ້າທີ່ກໍບໍ່ສາມາດສອບສວນໄດ້ ເນື່ອງຈາກວ່າເປັນຜູ້ອາຍຸສູງ ແລະ ເດັກນ້ອຍ; ນອກນັ້ນ, ຍັງມີກໍລະນີທີ່ໄດ້ຂຽນໃບຄຳຮ້ອງເຂົ້າຮ່ວມຂະບວນການແລ້ວ ແຕ່ຍັງບໍ່ທັນໄດ້ຮັບການຕອບຮັບເອົາເປັນສະມາຊິກ. ດັ່ງນັ້ນ, ເຈົ້າໜ້າທີ່ຖືວ່າ ຍັງບໍ່ທັນໄດ້ເປັນຜູ້ຈະຖືກດຳເນີນຄະດີອາຍາ.

ເຈົ້າໜ້າທີ່ຕຳຫຼວດຫວຽດນາມ

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ

ຄະດີຕ່າງແດນ – ນສພ ຄວາມສະຫງົບ