ການນໍາ ກະຊວງ ປກສ ໄດ້ຈັດການແຂ່ງຂັນກິລາຍິງປືນຊີງຂັນຮອງປະທານປະເທດ ໃນວັນທີ 2 ກຸມພາ 2019, ທີ່ສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ, ເຂົ້າຮ່ວມໂດຍ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ, ມີຄະນະລັດຖະມົນຕີກະຊວງ ປກສ, ຫົວໜ້າ-ຮອງຫົວໜ້າກົມ, ວິທະຍາຄານ, ລັດວິສາຫະກິດ ອ້ອມ ຂ້າງກະຊວງ ແລະ ກອງບັນຊາການ ປກສ ນວ, ແຂກຮັບເຊີນ ເຂົ້າຮ່ວມ.
ການແຂ່ງຂັນກິລາຍິງປືນດັ່ງກ່າວ ແມ່ນແຂ່ງຂັນຍິງປືນ MP5 ແລະ CZ scorpion ໂດຍໃຊ້ເປົ້າປ໋ອກເປີ, ເຊິ່ງຜູ້ເຂົ້າຮ່ວມແຂ່ງຂັນ ແມ່ນເນັ້ນທັກສະຄວາມ ຖືກຕ້ອງ ແລະ ຄວາມໄວໃນການຍິງເປົ້າດັ່ງກ່າວ.
ຜ່ານການແຂ່ງຂັນ ຜົນປະກົດວ່າ:
ຊະນະເລີດແມ່ນ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ ໃຫ້ກຽດມອບຂັນລາງວັນໂດຍ ທ່ານ ບົວລານ ສີລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ອັນດັບທີ 2 ແມ່ນ ພັອ ບຸນພາ ນັນທະວົງ ຫົວໜ້າກົມຄຸ້ມຄອງ ການຜະລິດ-ທຸລະກິດ ກົມໃຫຍ່ພະລາທິການ ປກສ ໃຫ້ກຽດມອບຂັນລາງວັນໂດຍ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງ ປກສ; ທ່ານ ພັນຄໍາ ວິພາວັນ ແມ່ນໄດ້ຮັບຂັນລາງວັນກິຕິມະສັກ ໃຫ້ກຽດມອບໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ.
ການແຂ່ງຂັນກິລາຍິງປືນຄັ້ງນີ້ ເພື່ອເປັນການຮັດແໜ້ນຄວາມ ສາມັກຄີພາຍໃນກໍາລັງປ້ອງກັນຄວາມສະຫງົບ ກໍຄືຄະນະພັກ-ຄະນະນໍາກະຊວງ, ກົມກອງອ້ອມຂ້າງກະຊວງ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.