ເມື່ອບໍ່ດົນມານີ້, ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຫ້ອງການ ກອງບັນຊາການ ຜູ້ເກົ່າ ແລະ ຜູ້ໃໝ່ ເຂົ້າຮ່ວມໂດຍ ພັອ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີ ບັນດາຫົວໜ້າ-ຄະນະຫ້ອງ, ຫົວໜ້າ-ຮອງພະແນກ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ໃນພິທີ, ພັທ ພຸດທະສອນ ວົງແຝງຄຳ ຫົວໜ້າຫ້ອງການກອງບັນຊາການ ຜູ້ເກົ່າ ໄດ້ສະຫຼຸບລາຍງານຫຍໍ້ກ່ຽວກັບ ການຊີ້ນຳ-ນຳພາ ໃນໄລຍະຜ່ານມາ ແລະ ບັນດາແຜນວຽກສືບຕໍ່ເພື່ອມອບໃຫ້ຜູ້ມາຮັບໜ້າທີ່ໃໝ່ສືບຕໍ່ຊີ້ນຳໆພາ.
ຈາກນັ້ນ, ກໍໄດ້ລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ ໂດຍ ພັທ ພຸດທະສອນ ວົງແຝງຄໍາ ຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ ໂຍກຍ້າຍໄປຮັບໜ້າທີ່ໃໝ່ຢູ່ ກອງບັນຊາການ ປກສ ເມືອງສິງ ແລະ ແຕ່ງຕັ້ງ ພັທ ສົມສັກ ສີປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງ ສິງ ມາຮັບໜ້າທີ່ໃໝ່ເປັນ ຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 12 ມີນາ 2019, ພັທ ສົມມີ ຄິດທະໄຊ ຫົວໜ້າຫ້ອງສັນຕິບານ ຜູ້ເກົ່າ ກັບ ພັທ ພອນແກ້ວ ພົງແສນຫຼວງ ຫົວໜ້າຜູ້ໃໝ່ ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ໃໝ່ ເຂົ້າຮ່ວມໂດຍ ພັທ ອິນສົມ ທຳລະສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ບັນດາຄະນະຫ້ອງ, ຫົວໜ້າ-ຮອງພະແນກ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.