ກໍ່ຄວາມຜິດຫຼາຍປະການ ເຊັ່ນ: ຂັບຂີ່ປະໝາດ, ດື່ມສິ່ງມຶນເມົາ, ບໍ່ໃສ່ມວກ, ບໍ່ມີໃບອະນຸຍາດ, ໃຊ້ຄວາມໄວເກີນ ຈົນເປັນເຫດໃຫ້ຄົນອື່ນ ເສຍຊີວິດ
ກໍ່ຄວາມຜິດຫຼາຍປະການ ເຊັ່ນ: ຂັບຂີ່ປະໝາດ, ດື່ມສິ່ງມຶນເມົາ, ບໍ່ໃສ່ມວກ, ບໍ່ມີໃບອະນຸຍາດ, ໃຊ້ຄວາມໄວເກີນ ຈົນເປັນເຫດໃຫ້ຄົນອື່ນ ເສຍຊີວິດ

ໃນວັນທີ 20 ສິງຫາ 2019, ທ້າວ ໂອເລ້ ( ຈຳເລີຍ ) ອາຍຸ 25 ປີ ຢູ່ບ້ານໄຮຄໍາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຖືກ ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນຈຳຄຸກ 2 ປີ 6 ເດືອນ ປັບໃໝ 400.000 ກີບ ໃນສະຖານ ລະເມີດກົດຈະລາຈອນ ທີ່ພາໃຫ້ເກີດອຸບັດຕິເຫດ ( ຄູ່ກໍລະນີ ເສຍຊີວິດ ) ແຕ່ສານໃຫ້ຈຳເລີຍປະຕິບັດໂທດຕົວຈິງ 11 ເດືອນ ໂທດທີ່ເຫຼືອແມ່ນ ຝາກໄວ້ ແລະ ໃຊ້ແທນເງິນໃຫ້ ໂຈດທາງເເພ່ງ ຈຳນວນ 20.000.000 ກີບ.

ອີງຕາມຄຳຖະແຫຼງຂອງ ອົງການໄອຍະການ ປະຊາຊົນ ເລກທີ 27/ອຍກ.ນວ ແລະ ອີງຕາມ ສໍານວນຄະດີອາຍາຂັ້ນຕົ້ນ ເລກທີ 127/ອຍກ,ນວ ທີ່ຈົດບັດທຶກເຫດ ແລະ ຄຳຮັບສາລະພາບຂອງຈຳເລີຍ ໃນຂັ້ນເຈົ້າໜ້າທີ່ ນັບແຕ່ວັນທີ 5 ຕຸລາ 2018 ເປັນເວາລາ 10 ເດືອນ, ອົງການໄອຍະການ ຈຶ່ງສະຫຼຸບສຳນວນຄະດີດັ່ງກ່າວ ສົ່ງຟ້ອງຕໍ່ ຄະນະສານ ໂດຍຜ່ານການຄົ້ນຄວ້າບັນດາຂໍ້ມູນ, ຫຼັກຖານ, ເອກະສານຕ່າງໆ ທີ່ປະກອບເຂົ້າໃນສຳນວນຄະດີ ຢ່າງຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສ ແລ້ວເຫັນວ່າ:

ໃນວັນທີ 3 ຕຸລາ 2018 ເວລາປະມານ 23:00 ໂມງ, ທ້າວ ໂອເລ້ ( ຈຳເລີຍ ) ໄດ້ຂັບຂີ່ລົດຈັກຮອນດ້າ ເວບຮ້ອຍ ບໍ່ຕິດປ້າຍທະບຽນ ມາແຕ່ເສັ້ນທາງບ້ານຄໍາສະຫວາດ ເມືອງໄຊເສດຖາ ດ້ວຍຄວາມໄວ 70 – 80 ກິໂລແມັດ/ຊົ່ວໂມງ, ໂດຍຈຸດປະສົງແມ່ນ ມຸ່ງໜ້າໄປທາງບ້ານໄຮຄໍາ ( ກັບເຮືອນ ).

ພໍຂີ່ມາຮອດ ເຂດບ້ານນາສ້າງໃຜ່ ຈຶ່ງເກີດອຸບັດຕິເຫດຕໍາ ທ້າວ ເອັມຟ້າຊີ້ ອາຍຸປະມານ 30 ປີ ທີ່ຍ່າງຢູ່ແຄມທາງກໍ້າຂວາມື ເຊິ່ງຜູ້ກ່ຽວໄດ້ຍ່າງອອກມາຈາກຮ່ອມ 3 ບ້ານນາສ້າງໃຜ່ ຈຸດປະສົງເພື່ອຈະຍ່າງກັບເຮືອນ, ພາຍຫຼັງເກີດອຸບັດຕິເຫດ ຈຳເລີຍໄດ້ຮັບບາດເຈັບພໍສົມຄວນ; ສ່ວນ ທ້າວ ເອັມຟ້າຊີ້ ແມ່ນບາດເຈັບສາຫັດ ແລະ ໄດ້ເສຍຊີວິດ ໃນວັນທີ 11 ຕຸລາ 2018.

ຜ່ານການສອບສວນ ເເລະ ໄດ້ເກັບກໍາບັນດາຫຼັກຖານ ທີ່ເປັນຮ່ອງຮອຍການເກີດອຸບັດຕິເຫດແລ້ວ, ເຈົ້າໜ້າທີ່ ພະແນກຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ລົງຄໍາເຫັນ ຄວາມຮັບຜິດຊອບ ລະບຽບຈະລາຈອນ ຄືດັ່ງນີ້:

  1. ມາດຕາ 42: ບໍ່ມີປະກັນໄພລົດ ຕາມກົດໝາຍ ວ່າດ້ວຍ ການສັນຈອນທາງບົກ;
  2. ມາດຕາ 28.1: ເຈົ້າຂອງພາຫະນະ ຕ້ອງໄດ້ຂຶ້ນທະບຽນນໍາ ພະແນກຄຸ້ມຄອງລົດຂອງຕົນ ຫຼັງຈາກທີ່ໄດ້ຮັບລົດມາບໍ່ເກີນ 5 ມື້ ຕາມລະບຽບການສັນຈອນຕາມເສັ້ນທາງຫຼວງ;
  3. ມາດຕາ 18 ວັກ 2: ບໍ່ໃສ່ໝວກກັນກະທົບ ໃນເວລາຂັບຂີ່ລົດຈັກ ຕາມກົດໝາຍ ວ່າດ້ວຍ ການສັນຈອນທາງບົກ;
  4. ມາດຕາ 2.1: ບໍ່ມີໃບອະນຸຍາດຂັບຂີ່ຍານພາຫະນະ ຕາມລະບຽບການສັນຈອນຕາມເສັ້ນທາງຫຼວງ;
  5. ມາດຕາ 2.3: ດື່ມສິ່ງມຶນເມົາ ແລ້ວຂັບຂີ່ຍານພາຫະນະ ຕາມລະບຽບການສັນຈອນຕາມເສັ້ນທາງຫຼວງ;
  6. ມາດຕາ 9.6: ຜູ້ຂັບຂີ່ ໃຊ້ຄວາມໄວເກີນກໍານົດ ໂດຍອີງໃສ່ເງື່ອນໄຂ ແລະ ຂໍ້ຫຍຸ້ງຍາກຂອງເສັ້ນທາງ, ດິນ – ຟ້າອາກາດ ຕາມລະບຽບການສັນຈອນຕາມເສັ້ນທາງຫຼວງ;
  7. ມາດຕາ 86: ລະເມີດກົດຈະລາຈອນ ທີ່ພາໃຫ້ເກີດອຸບັດຕິເຫດ ເຊິ່ງຜິດຕໍ່ ກົດໝາຍອາຍາ ແຫ່ງ ສປປ ລາວ.

ການກະທຳຂອງຈຳເລີຍ ໃນຄັ້ງນີ້ ແມ່ນມີຂໍ້ມູນຫຼັກຖານໜັກແໜ້ນ ແລະ ພຽງພໍ ທີ່ຢັ້ງຢືນວ່າ:

ຈຳເລີຍ ຊື່ ທ້າວ ໂອເລ້ ອາຍຸ 25 ປີ ບໍ່ພຽງແຕ່ ລະເມີດກົດຈະລາຈອນ ແຕ່ຍັງເຮັດໃຫ້ຄົນອື່ນເສຍຊີວິດອີກ
ຈຳເລີຍ ຊື່ ທ້າວ ໂອເລ້ ອາຍຸ 25 ປີ ບໍ່ພຽງແຕ່ ລະເມີດກົດຈະລາຈອນ ແຕ່ຍັງເຮັດໃຫ້ຄົນອື່ນເສຍຊີວິດອີກ

ຈໍາເລີຍ ແມ່ນມີຄວາມຜິດ ໃນສະຖານ ລະເມີດກົດຈະລາຈອນ ທີ່ພາໃຫ້ເກີດອຸບັດຕິເຫດ ທີ່ແຕະຕ້ອງເຖິງຊີວິດ ແລະ ສຸຂະພາບຂອງບຸກຄົນອື່ນ, ເຮັດໃຫ້ສັງຄົມ ບໍ່ມີຄວາມສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ດ້ວຍຄວາມປະໝາດ – ເລີນເລີ່; ເຊິ່ງຖວືວ່າເປັນ ການລະເມີດກົດລະບຽບການສັນຈອນ ພາໃຫ້ເກີດອຸບັດຕິເຫດ ດ້ວຍການດື່ມສິ່ງມຶນເມົາ ແລ້ວຂັບຂີ່ຍານພາຫະນະ ແລະ ການໃຊ້ຄວາມໄວເກີນກໍານົດ ຕາມແຜນວາດ ການຊັນນະສູດ ແລະ ວັດແທກ ສະຖານທີ່ເກີດເຫດ.

ພາຍຫຼັງເກີດອຸບັດຕິເຫດ ເຮັດໃຫ້ ທ້າວ ເອັມຟ້າຊີ້ ເສຍຊີວິດ ເຊິ່ງການກະທໍາດັ່ງກ່າວ ຈໍາເລີຍ ກໍໄດ້ໃຫ້ການຮັບສາລະພາບ ຕາມບົດບັນທຶກຄໍາໃຫ້ການ, ເຊິ່ງເຫັນວ່າ: ການກະທໍາຂອງ ຈຳເລີຍ ເປັນການກະທຳຜິດ ດ້ວຍຄວາມບໍ່ລະມັດລະວັງ ເນື່ອງດ້ວຍວ່າ ຈໍາເລີຍ ຂັບຂີ່ຍານພາຫະນະ ດ້ວຍຄວາມປະໝາດ ແລະ ຂາດສະຕິ ໃນການຂັບຂີ່ ຈຶ່ງພາໃຫ້ເກີດອຸບັດຕິເຫດ ແລະ ເຮັດໃຫ້ ທ້າວ ເອັມຟ້າຊີ້ ເສຍຊີວິດ.

ນອກຈາກນີ້, ຜົນເສຍຫາຍທີ່ເກີດຂຶ້ນ ໃນຄັ້ງນີ້, ຄູ່ກໍລະນີ ໄດ້ໄກ່ເກ່ຍກັນຢູ່ຂັ້ນບ້ານ ຈໍານວນ 2 ຄັ້ງ ຕາມບົດບັນທຶກ ສະບັບລົງວັນທີ 12 ຕຸລາ 2018 ແລະ 18 ຕຸລາ 2018 ແຕ່ບໍ່ສາມາດຕົກລົງກັນໄດ້; ສະນັ້ນ, ຄະນະສານ ຈຶ່ງລົງໂທດຕັດອິດສະຫຼະພາບ ຈຳເລີຍ 2 ປີ 6 ເດືອນ ແລະ ປັບໃໝ 400.000 ກີບ, ແຕ່ດ້ວຍການກະທຳ ຂອງ ຈຳເລີຍ ເປັນການກະທຳຄັ້ງທຳອິດ ຄະນະສານ ຈຶ່ງໃຫ້ ຈຳເລີຍ ປະຕິບັດໂທດ 11 ເດືອນ ແລະ ໃຊ້ແທນໃຫ້ ໂຈດທາງແພ່ງ ຈຳນວນ 20.000.000 ກີບ.