ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງສະຫະພັນແມ່ຍິງຮາກຖານ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ຈັດຂຶ້ນທ້າຍອາທິດຜ່ານມາ, ເຂົ້າຮ່ວມໂດຍສະຫາຍ ນາງ ຫຼຽນຄໍາ ວິລະພັນ ຮອງປະທານສະຫະພັນແມ່ຍິງ ນະ ຄອນຫຼວງວຽງຈັນ; ສະຫາຍ ດຣ ບຸນທະວີ ເດດບັນດິດ ຮອງ ເລຂາພັກຮາກຖານ ຮອງຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ, ມີບັນດາຄະນະສະຫະພັນແມ່ຍິງ, ພ້ອມດ້ວຍສະມາຊິກ ແລະ ແຂກຮັບເຊີນເຂົ້າຮ່ວມ.

ກອງປະຊຸມໃຫຍ່ ຄັ້ງທີ III ຂອງແມ່ຍິງຮາກຖານພະແນກສາທາລະນະສຸກ
ກອງປະຊຸມໃຫຍ່ ຄັ້ງທີ III ຂອງແມ່ຍິງຮາກຖານພະແນກສາທາລະນະສຸກ

ສະຫາຍ ດຣ ນາງ ວົງຈັນ ພານຸວົງ ຄະນະບໍລິຫານງານ ສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ປະທານສະຫະ ພັນແມ່ຍິງພະແນກສາທາລະນະສຸກ ໄດ້ຜ່ານບົດສະຫຼຸບຕີລາຄາໄລຍະຜ່ານມາວ່າ:

ຄະນະສະພັນແມ່ຍິງຮາກຖານໄດ້ຕັ້ງໜ້າປັບປຸງການຈັດຕັ້ງ ຕິດພັນກັບວຽກງານການສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ, ວຽກງານຂໍ້ແຂ່ງ ຂັນຮັກຊາດ ແລະ ພັດທະນາ ແລະ ຂໍ້ແຂ່ງຂັນ 3 ດີຂອງ ສະຫະພັນແມ່ຍິງລາວຢ່າງເຂັ້ມງວດ, ເອົາໃຈໃສ່ປຸກລະດົມ ສະມາຊິກແມ່ຍິງ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວແມ່ຍິງ; ຄອບຄົວ ແລະ ສັງຄົມ. ຈາກການ ຈັດຕັ້ງປະຕິວຽກງານທີ່ກ່າວມາຂ້າງເທິງນັ້ນ ຍັງໄດ້ຮັບການຍ້ອງຍໍບຸກຄົນດີເດັ່ນຂັ້ນສູນກາງສະຫະພັນແມ່ຍິງ ຈໍານວນ 50 ສະຫາຍ, ຂັ້ນສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ 2 ສະຫາຍ. ຄຽງຄູ່ກັນນັ້ນ, ຍັງໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນວຽກງານສໍາຄັນ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະເຮັດໃຫ້ສະມາຊິກແມ່ຍິງມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄຸນສົມບັດສິນທໍາປະຕິວັດ.

ກອງປະຊຸມໃຫຍ່ ຄັ້ງທີ III ຂອງແມ່ຍິງຮາກຖານພະແນກສາທາລະນະສຸກ
ກອງປະຊຸມໃຫຍ່ ຄັ້ງທີ III ຂອງແມ່ຍິງຮາກຖານພະແນກສາທາລະນະສຸກ

ໃນກອງປະຊຸມໄດ້ມີການມອບໃບຍ້ອງຍໍຂັ້ນສະຫະ ພັນແມ່ຍິງ ນະຄອນຫຼວງວຽງຈັນ ຈໍານວນ 33 ສະຫາຍ, ໃບຊົມເຊີຍ 21 ສະຫາຍ ໃຫ້ກຽດມອບໂດຍ ສະຫາຍ ດຣ ບຸນທະວີ ເດດບັນດິດ ຮອງເລຂາພັກຮາກຖານ ຮອງຫົວ ໜ້າພະແນກສາທາລະນະສຸກ ແລະ ປ່ອນບັດເລືອກເອົາ ຄະນະສະຫະພັນແມ່ຍິງຮາກຖານຊຸດໃໝ່ມີຜູ້ລົງສະໝັກ 7 ສະຫາຍ; ເລືອກເອົາ 5 ສະຫາຍ ຜ່ານການປ່ອນບັດສາມາດເລືອກໄດ້ ສະຫາຍພະຍາບານຕີ ນາງ ວານຄໍາ ທໍາທອງ ເປັນປະທານສະຫະພັນແມ່ຍິງ, ສະຫາຍ ດຣ ນາງ ຄໍາຫຼ້າ ເພົ້າດາວັນ ເປັນຮອງປະທານ ທັງເປັນຜູ້ກວດກາ ແລະ ອີກ 3 ສະຫາຍ ເປັນຮອງປະທານ.