ວັນທີ 7 ມັງກອນ 2020, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຈີ ກໍາມະການສູນກາງພັກຄອມມູນິດ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໃນລະຫວ່າງວັນທີ 7-9 ມັງກອນ 2020.

ສະຫາຍ ເລ ມິງ ຈີ ໄດ້ລາຍງານຈຸດປະສົງຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ວ່າ:

ໂດຍຈະໄດ້ພົບປະ, ຮ່ວມເຮັດວຽກກັບ ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ເຊິ່ງນຳໂດຍ ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ຈະໄດ້ລົງນາມສົນທິສັນຍາ ວ່າດ້ວຍ ການຊ່ວຍເຫຼືອເຊິ່ງກັນແລະກັນ ທາງດ້ານກົດໝາຍ ໃນບັນຫາອາຍາ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ແລະ ເປັນກຽດເຂົ້າຮ່ວມ ພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ຄົບຮອບ 30 ປີ (9 ມັງກອນ 1990-9 ມັງກອນ 2020).

ສະຫາຍ ບຸນຍັງ ວໍລະຈິດ ໄດ້ຕີລາຄາສູງ ແລະ ເຊື່ອໝັ້ນວ່າ: ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຂອງ ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ຢູ່ ສປປ ລາວ ໃນຄັ້ງນີ້ ຈະປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ຮ່ວມມືຮອບດ້ານຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນ ການພົວພັນຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນ ແຫ່ງ ສສ ຫວຽດນາມ ໃຫ້ໄດ້ຮັບການເສີມຂະຫຍາຍ, ມີຄວາມແໜ້ນແຟ້ນ ແລະ ເຂົ້າສູ່ລວງເລີກ ຢ່າງບໍ່ຢຸດຢັ້ງ.

ໂອກາດດຽວກັນ, ຄະນະຜູ້ແທນ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ເພື່ອລາຍງານຈຸດປະສົງຂອງ ຄະນະຜູ້ແທນ ທີ່ເດີນທາງມາຢ້ຽມຢາມ ແລະ ຮ່ວມເຮັດວຽກກັບ ອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນຮ່ວມມືຂອງສອງປະເທດ ໃຫ້ມີຄວາມຈະເລີນງອກງາມຍິ່ງໆຂຶ້ນ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນຕອນເຊົ້າຂອງວັນດຽວກັນ, ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມຄະນະ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າວາງຢູ່ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ວັນສ້າງຕັ້ງ ອົງການໄອຍະການປະຊາຊົນສູງສຸດ ຄົບຮອບ 30 ປີ (9 ມັງກອນ 1990-9 ມັງກອນ 2020) ເພື່ອລະນຶກເຖິງຄຸນງາມຄວາມດີທີ່ ປະທານ ໄກສອນ ພົມວິຫານ ໄດ້ສຸມທຸກສະຕິປັນຍາ ແລະ ຄວາມຮູ້-ຄວາມສາມາດຂອງຕົນ ເຂົ້າໃນພາລະກິດປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.