ການຄ້າ ຢືນຢັນ ສາມາດສະໜອງສິນຄ້າພຽງພໍ ໄລຍະໂຄວິດ-19

0
1632

ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຢືນຢັນວ່າ: ໃນໄລຍະພະຍາດໂຄວິດ-19 ລະບາດ ການນຳເຂົ້າສິນຄ້າ ຢູ່ ນວ ແມ່ນຍັງສາມາດສະໜອງພຽງພໍກັບຄວາມຕ້ອງການຂອງພົນລະເມືອງ ຍ້ອນດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ຍັງເປີດໃຫ້ນຳສິນຄ້າເຂົ້າ-ອອກໄດ້.

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ກ່າວຕໍ່ທີມງານຂ່າວ ປກສ ໃນວັນທີ 23 ມີນາ 2020 ວ່າ:

ໃນໄລຍະພະຍາດໂຄວິດ 19 ລະບາດ ການຂົນສົ່ງສິນຄ້າເຂົ້າມາ ນະຄອນຫຼວງວຽງຈັນ ແມ່ນຍັງສາມາດຂົນສົ່ງເຂົ້າມາເປັນປົກກະຕິ ແລະ ຍັງພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມຢູ່ ແລະ ເຊື່ອວ່າ ຢູ່ນະຄອນຫຼວງຈະບໍ່ຂາດດຸ່ນສິນຄ້າອຸປະໂພກ-ບໍລິໂພກ ເພາະດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ຍັງສາມາດເປີດໃຫ້ນຳສິນຄ້າດັ່ງກ່າວ ເຂົ້າມານະຄອນຫຼວງວຽງຈັນໄດ້ ພຽງແຕ່ຜູ້ນຳເຂົ້າຕ້ອງປະຕິບັດຕາມມາດຕະການຕ່າງໆ ຢ່າງເຂັ້ມງວດ ຕາມທີ່ລັດຖະບານທັງ 2 ຝ່າຍ ວາງອອກ.

ທ່ານ ນາງ ວັນມະນີ ກ່າວຕື່ມອີກວ່າ:

ໃນປັດຈຸບັນ ຢູ່ນະຄອນຫຼວງວຽງຈັນ ຍັງບໍ່ພົບການກັກຕຸນສິນຄ້າ ພາຍຫຼັງລັດຖະບານອອກແຈ້ງການສະບັບເລກທີ 0553/ອຄ.ນວ.ຄພນ, ລົງວັນທີ 18 ມີນາ 2020 ເລື່ອງຮ່ວມໃຈເພື່ອຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ 19 ໂດຍແຈ້ງການລະບຸໄວ້ບາງຕອນວ່າ:

ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການຕາມລໍາພັງໃຈ, ກັກຕຸນສິນຄ້າ ທີ່ເປັນການກະທຳເອົາປຽບຜູ້ບໍລິໂພກ ໂດຍບໍ່ຊອບທຳ ແລະ ຈໍາ ໜ່າຍສິນຄ້າທີ່ບໍ່ມີຄວາມປອດໄພທາງດ້ານຄຸນນະພາບ ຢ່າງເດັດຂາດ ພ້ອມທັງນຳສິນຄ້າຂອງຕົນອອກມາຈໍາໜ່າຍສູ່ສັງຄົມເປັນປົກກະຕິ.

ໃນໄລຍະນີ້, ພະນັກງານອຸດສາຫະກຳ ແລະ ການຄ້າ ທົ່ວ ນວ ໄດ້ຄຸມເຂັ້ມກວດກາ ບັນດາຮ້ານຄ້າ ທີ່ສວຍໂກາດກັກຕຸນສິນຄ້າ, ຂຶ້ນລາຄາສິນຄ້າ, ເອົາປຽບຜູ້ອຸປະໂພກ-ບໍລິໂພກ, ຖ້າມີການພົບເຫັນຈະໃຊ້ມາດຕະການເດັດຂາດ ຕາມທີ່ກຳນົດໄວ້ ເຊິ່ງຄັ້ງທຳອິດ ຈະຖືກສຶກສາອົບຮົມກ່າວເຕືອນ, ຖ້າຍັງຝືນກະທຳອີກ ຈະຖືກຢຶດສິນຄ້າ, ເມື່ອຖືກຢຶດສິນຄ້າແລ້ວ ຍັງມີການປະພຶດອີກ ຈະເຮັດສຳເນົາສົ່ງໃຫ້ເຈົ້າໜ້າທີ່ດຳເນີນຄະດີຕາມລະບຽບການ.

ພ້ອມດຽວກັນນີ້, ທ່ານຍັງຮຽກຮ້ອງໃຫ້ປະຊາຊົນພາຍໃນນະຄອນຫຼວງວຽງຈັນ ບໍ່ຕ້ອງແຕກຕື່ນກັບຂ່າວລືທີ່ສິນຄ້າຈະຂາດຕະຫຼາດ ເພາະພວກເຮົາເຂັ້ມງວດກວດກາບໍ່ໃຫ້ມີການກັກຕຸນສິນຄ້າ ແລະ ຄວນຮັບຂໍ້ມູນຂ່າວຢ່າງມີສະຕິ; ສະເພາະໃນໄລຍະນີ້ ຖ້າຫາກວ່າທ່ານໃດພົບເຫັນຜູ້ປະກອບການມີການກັກຕຸນ ແລະ ສວຍໂອກາດຂຶ້ນລາຄາສິນຄ້າ ໂດຍບໍ່ຊອບທຳ ໃຫ້ແຈ້ງຜ່ານສາຍດ່ວນ 1510 ໃນໂມງລັດຖະການ.