ຫຼັງຈາກຄະນະສະເພາະກິດ ກວດພົບກໍລະນີທີ 16 ຕິດເຊື້ອພະຍາດໂຄວິດ-19 ໃນວັນທີ 9 ເມສາ 2020 ກໍໄດ້ສອບຖາມຫາຜູ້ທີ່ໃກ້ຊິດ ແລ້ວສົ່ງລົດອຳບູລັງໄປຮັບເອົາຜູ້ໃກ້ຊິດມາກວດຫາເຊື້ອ; ໃນວັນທີ 11 ເມສາ 2020 ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 2 ຄົນ ລວມທັງໝົດເປັນ 18 ຄົນ, ເຊິ່ງ ສາເຫດຫຼັກ ທີ່ເຮັດໃຫ້ກໍລະນີທີ 17 ຕິດເຊື້ອ ແມ່ນເກີດມາຈາກການຕັ້ງວົງກິນເຂົ້າຊຸມແຊວກັບກໍລະນີທີ 16; ຈາກນັ້ນ, ກໍລະນີທີ 17 ກໍແຜ່ເຊື້ອໃຫ້ກໍລະນີທີ 18 ຍ້ອນພັກຢູ່ຫ້ອງດຽວກັນ.
ທ່ານ ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການ ຄະນະສະເພາະກິດ ໄດ້ຖະແຫຼງຂ່າວໃນວັນທີ 11 ເມສາ 2020 ວ່າ: ໃນວັນທີ 10 ເມສາ 2020 ຄະນະສະເພາະກິດໄດ້ເກັບຕົວຢ່າງມາກວດໃນທົ່ວປະເທດທັງໝົດ 62 ຄົນ; ໃນນີ້, ມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຈໍານວນ 21 ຄົນ, ກໍລະນີສົງໄສໃໝ່ 40 ຄົນ ແລະ ແຮງງານລາວທີ່ກັບມາແຕ່ໄທ 1 ຄົນ; ໃນຈຳນວນ 62 ຄົນທີ່ມາກວດນັ້ນ, ມີນະຄອນຫຼວງວຽງຈັນ 40 ຄົນ ແລະ ຕ່າງແຂວງ 22 ຄົນ (ຫຼວງພະບາງ 3 ຄົນ, ໄຊສົມບູນ 2 ຄົນ, ຄຳມ່ວນ 2 ຄົນ, ໄຊຍະບູລີ 3 ຄົນ, ບໍລິຄຳໄຊ 3 ຄົນ, ວຽງຈັນ 4 ຄົນ, ສະຫວັນນະເຂດ 2 ຄົນ ແລະ ສາລະວັນ 1 ຄົນ) ເຊິ່ງຜົນກວດທັງໝົດ ແມ່ນພົບເຊື້ອ 2 ຄົນ; ເຊິ່ງທັັງ 2 ຄົນທີ່ຕິດເຊື້ອແມ່ນຜູ້ສຳຜັດໃກ້ຊິດກັບ ກໍລະນີທີ 16 ລາຍລະອຽດຄື:
ກໍລະນີ ທີ 17 ເປັນເພດຍິງ ອາຍຸ 32 ປີ, ຫວ່າງງານ ພັກເຊົາຢູ່ຫ້ອງແຖວເບີ 7 ຂຶ້ນກັບບ້ານໜອງດ້ວງທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜູ້ກ່ຽວໄດ້ສໍາຜັດໃກ້ຊິດກັບກໍລະນີທີ 16 (ເພດຍິງ ອາຍຸ 23 ປີ ຢູ່ຫ້ອງແຖວດຽວກັນ ຫ້ອງແຖວເບີ 8); ວັນທີ 4 ເມສາ, 2020 ຜູ້ກ່ຽວໄດ້ກິນເຂົ້າຮ່ວມກັບກໍລະນີທີ 16 ຢູ່ຫ້ອງແຖວດຽວກັນ ທີ່ຫ້ອງເບີ 8, ກິນນຳກັນທັງໝົດ 4 ຄົນ ມີເພດຊາຍ 2 ຄົນ ແລະ ຜູ້ຕິດເຊື້ອກໍລະນີທີ 16; ວັນທີ 5-6 ເມສາ ເຂົາເຈົ້າຍັງໄດ້ມີການພົວພັນໄປມາຫາສູ່ກັນເປັນປົກກະຕິ, ວັນທີ 7 ເມສາ ຜູ້ກ່ຽວເລີ່ມຮູ້ສຶກຄີງຮ້ອນ, ໄອແຫ້ງ ແລະ ປວດຕົນໂຕ ແລ້ວໄດ້ໄປຊື້ຢາຢູ່ຮ້ານຂາຍຢາມາກິນເອງ ແລະ ຍັງໄດ້ກິນເຂົ້າກັບເພື່ອນຢູ່ຫ້ອງແຖວດຽວກັນຈໍານວນ 4 ຄົນ; ວັນທີ 8-9 ເມສາ ອາການຍັງບໍ່ດີຂຶ້ນ ແຕ່ຜູ້ກ່ຽວໄດ້ພັກຜ່ອນຢູ່ຫ້ອງແຖວ ແລະ ວັນທີ 10 ເມສາ ພາຍຫຼັງທີ່ກໍລະນີທີ 16 ຖືກຢັ້ງຢືນວ່າຕິດເຊື້ອໃນວັນທີ 9 ເມສາ ທີມງານແພດໄດ້ໂທຕິດຕໍ່ຫາຜູ້ກ່ຽວ ແລະ ສົ່ງລົດອໍາບູລັງ ໄປຮັບເອົາຜູ້ກ່ຽວມາກວດຫາເຊື້ອຈິ່ງຢັ້ງຢືນວ່າຜູ້ກ່ຽວຕິດເຊື້ອພະຍາດດັ່ງກ່າວ ແລະ ນຳຕົວເຂົ້ານອນຕິດຕາມ, ປິ່ນປົວຢູ່ໂຮງໝໍມິດຕະພາບ.
ກໍລະນີ ທີ 18 ເພດຍິງ ອາຍຸ 32 ປີ, ຫວ່າງງານ ເປັນໝູ່ໃກ້ຊິດໃຊ້ຊິວິດຮ່ວມກັນຢູ່ຫ້ອງດຽວກັນ ກັບກໍລະນີຢັ້ງຢືນຜູ້ທີ 17 ການເຄື່ອນໄຫວທັງໝົດ ແມ່ນຄືກັນ; ປັດຈຸບັນ, ແມ່ນເຂົ້າມາປິ່ນປົວຢູ່ໂຮງໝໍມິດຕະພາບແລ້ວ. ສັງລວມຜູ້ສໍາຜັດໃກ້ຊິດກັບກໍລະນີີທີ 17 ແລະ 18 ມີທັງໝົດ 6 ຄົນທີ່ເປັນໝູ່ຢູ່ຫ້ອງແຖວດຽວກັນ ທີ່ກິນເຂົ້າຮ່ວມກັນ ແລະ ໝູ່ທີ່ກິນເຂົ້ານຳກັນຢູ່ບ້ານສາລາຄຳ.
ທັງສອງ ກໍລະນີ ຕິດເຊື້ອແມ່ນຍ້ອນພວກເຂົາບໍ່ປະຕິບັດຕາມແຈ້ງການ, ບໍ່ກັກຕົວ ໂດຍພວກເຂົາຍັງມີການຕັ້ງວົງຊຸມແຊວກິນເຂົ້າຮ່ວມກັນເປັນກຸ່ມ; ເຖິງແມ່ນວ່າຈະໜ້ອຍຄົນ ກໍສາມາດຕິດພະຍາດດັ່ງກ່າວໄດ້ຍ້ອນມີການໄກ້ຊິດກັນ ຈຶ່ງເຮັດໃຫ້ເຊື້ອພະຍາດແຜ່ລາມໄດ້.