ວັນທີ 15 ກໍລະກົດ 2020, ຫ້ອງວ່າການປົກຄອງແຂວງ ຫົວພັນ ໄດ້ຈັດກອງປະຊຸມເປີດບັ້ນດຳເນີນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂຶ້ນ; ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພັນທອງ ເພັດໄຊສົມພັນ ຮອງເຈົ້າແຂວງ ແຂວງຫົວພັນ ແລະ ທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ, ມີບັນດາພະແນກການອ້ອມຂ້າງແຂວງ ພ້ອມດ້ວຍ ຄະນະກວດສອບເຂົ້າຮ່ວມ.

ທີ່ຫ້ອງວ່າການປົກຄອງແຂວງ ຫົວພັນ
ທີ່ຫ້ອງວ່າການປົກຄອງແຂວງຫົວພັນ

ກອງປະຊຸມໄດ້ຮັບຟັງ ແລະ ເຊື່ອມຊຶມທິດຊີ້ນຳທີ່ຈະໄດ້ພ້ອມກັນຈັດຕັ້ງປະຕິບັດໃນການເຄື່ອນໄຫວກວດສອບຄັ້ງນີ້ ເປັນຕົ້ນ: ເອົາໃຈໃສ່ປະຕິບັດໜ້າວຽກງານຕາມພາລະບົດບາດດ້ວຍຄວາມ ຮັບຜິດຊອບສູງ, ປັບປຸງກົນໄກການປະສານງານເຮັດວຽກຮ່ວມກັນ, ມີການແລກປ່ຽນຄຳຄິດເຫັນ, ວິເຄາະ, ວິໄຈ, ຕີລາຄາຮູ້ໄດ້ເຖິງສາເຫດ, ເຫດຜົນໃນການຈັດຕັ້ງປະຕິບັດໃຫ້ມີຄວາມຮອບຄອບຊັດເຈນບົນພື້ນຖານລະບຽບ-ກົດໝາຍ; ເພື່ອຮັບປະກັນໃນການຄຸ້ມຄອງ, ນຳໃຊ້ງົບປະມານ ແລະ ຊັບສິນຂອງລັດໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນສູງ.

ສຳລັບຜົນການກວດສອບໃນໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນ ວ່າປະກົດການຫຍໍ້ທໍ້ຕ່າງໆ, ການຮົ່ວໄຫຼງົບປະມານແຫ່ງລັດແມ່ນ ໄດ້ຮັບການແກ້ໄຂດີຂຶ້ນ; ການ ຄຸ້ມຄອງການເງິນ ແລະ ງົບປະມານ ແຫ່ງລັດມີຄວາມປະຢັດ, ໂປ່ງໃສ, ຄົບຖ້ວນ, ລະອຽດ, ຊັດເຈນ, ການປະຕິບັດວິໄນແຜນການ-ການເງິນ ມີຄວາມເຂັ້ມງວດຂຶ້ນ, ການຈັດຕັ້ງມີຄວາມເຂັ້ມແຂງ-ໜັກແໜ້ນ, ຮັກສາໄດ້ມູນເຊື້ອ ຄວາມສາມັກຄີ, ການພັດທະນາ ເສດຖະກິດ-ສັງຄົມ ມີການຂະ ຫຍາຍຕົວຕາມທິດຍືນຍົງຢ່າງໝັ້ນທ່ຽງ.

ນອກຈາກນີ້, ຄະນະນຳ ພ້ອມດ້ວຍຄະນະກວດສອບອົງການກວດສອບແຫ່ງລັດ ຍັງໄດ້ເຂົ້າປຶກສາຫາລືວຽກງານ ກັບສະພາປະຊາຊົນ, ອົງການກວດກາລັດປະຈຳແຂວງ, ໄປຢ້ຽມຢາມ ແລະ ຮັບຟັງການລາຍງານການຈັດຕັ້ງ ປະຕິບັດໂຄງການກໍ່ສ້າງສະໜາມບິນໜອງຄ້າງ ແຂວງຫົວພັນ.