ວັນທີ 6 ສິງຫາ 2020 ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມຄະນະໄດ້ຕ້ອນຮັບ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ເພື່ອລາຍງານສະພາບຜົນກະທົບທີ່ແຂວງໄຊຍະບູລີ ປະເຊີນຈາກໄພນ້ຳຖ້ວມປີນີ້ເຊິ່ງມີບ້ານເຮືອນ, ໄຮ່ນາຂອງປະຊາຊົນຈໍານວນຫຼາຍເສຍຫາຍເກືອບ 30 ຕື້ກີບ.

ທ່ານເຈົ້າແຂວງໆໄຊຍະບູລີ ໄດ້ລາຍງານສະພາບຄວາມເສຍຫາຍເບື້ອງຕົ້ນຈາກໄພພິບັດນໍ້າຖ້ວມ ໃນລະຫວ່າງວັນທີ 2-3 ສິງຫາ ທີ່ຜ່ານມາ, ເຊິ່ງລວມມີ 8 ເມືອງ, 64 ບ້ານ, 2.629 ຄອບຄົວ, ຈໍານວນພົນ 8.761 ຄົນ ທີ່ໄດ້ຮັບຜົນກະທົບ, ລວມມູນຄ່າເສຍຫາຍເບື້ອງຕົ້ນທັງໝົດ 26,5 ຕື້ກວ່າກີບ, ເຊັ່ນ: ເມືອງແກ່ນທ້າວ ຂົວຂາດ 2 ຈຸດ, ເມືອງໄຊຊະຖານ ດິນເຈື່ອນຖົມທາງ, ທາງເຈື່ອນ 17 ຈຸດ, ນໍ້າຖ້ວມນາ 2 ບ້ານ, ມີ 20 ຄອບຄົວ, ເມືອງຄອບ: ນໍ້າຖ້ວມເນື້ອທີ່ທໍາການຜະລິດເສຍຫາຍ 34,40 ເຮັກຕາ, ມີ 10 ບ້ານ, ມີ 141 ຄອບຄົວ, ເມືອງພຽງ: ນໍ້າຖ້ວມນາ 325, 41 ເຮັກຕາ, ໃນນີ້ເສຍຫາຍ 186,14 ເຮັກຕາ, ມີ 18 ບ້ານ, 581 ຄອບຄົວ, ເມືອງທົ່ງມີໄຊ: ນໍ້າຖ້ວມເຮືອນ ແລະ ທີ່ທໍາການຜະລິດ ມີ 10 ບ້ານ, 189 ຄອບຄົວ, ມີ 931 ຄົນ, ເມືອງເງິນ: ນໍ້າຖ້ວມເຮືອນ ແລະ ທີ່ທໍາການຜະລິດ 3 ບ້ານ, ມີ 52 ຄອບຄົວ, ມີ 260 ຄົນ, ເມືອງບໍ່ແຕນ: ນໍ້າຖ້ວມບ້ານ ແລະ ເນື້ອທີ່ທໍາການຜະລິດ ມີ 11 ບ້ານ, 757 ຄອບຄົວ, ມີ 3.785 ຄົນ ແລະ ເມືອງໄຊຍະບູລີ: ນໍ້າຖ້ວມບ້ານເຮືອນ ແລະ ເນື້ອທີ່ທໍາການຜະລິດ ເສຍຫາຍ 187,34 ເຮັກຕາ, ມີ 30 ບ້ານ, ມີ 889 ຄອບຄົວ, ມີເຮືອນໄດ້ຮັບຄວາມ ເສຍຫາຍໜັກ 11 ຫຼັງ, ມີໜອງປາ ແລະ ໜອງລ້ຽງກົບຖືກນໍ້າຖ້ວມ 42 ໜອງ, ໃນນັ້ນມີປາຖືກເສຍຫາຍ ຈໍານວນ 92 ລ້ານໂຕ, ກົບ 7.650 ໂຕ, ມີງົວ ແລະ ໝູຕາຍ ໄຫຼນໍ້າ 4 ໂຕ ແລະ ສັດປີກ 4 ແສນ ກວ່າໂຕ, ຊົນລະປະທານ 3 ແຫ່ງ, ເສັ້ນທາງ 6 ເສັ້ນ, ຕ້ານເຈື່ອນ 1 ແຫ່ງ, ຈາກນັ້ນທັງສອງທ່ານພ້ອມດ້ວຍຄະນະກໍໄດ້ປຶກສາຫາລືກັນກ່ຽວກັບການຟື້ນຟູ ແລະ ປົວແປງຈິດໃຈຂອງປະຊາຊົນທີ່ໄດ້ຮັບຜົນ ກະທົບຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ໃຫ້ກັບສູ່ສະພາບປົກກະຕິ.

ໂອກາດດັ່ງກ່າວ ທ່ານ ປອ ຄໍາ ແພງ ໄຊສົມແພງ ພ້ອມດ້ວຍຄະນະ ກໍໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງໃຊ້ທີ່ຈໍາເປັນຈໍານວນໜຶ່ງມອບໃຫ້ແຂວງ ເພື່ອມອບຕໍ່ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນເສຍຫາຍຈາກໄພພິບັດນໍ້າຖ້ວມ.