ກອງພັນ 205 ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ສຳເລັດບັ້ນດຳເນີນຊີວິດການເມືອງ ປະຈຳປີ 2020 ເມື່ອບໍ່ດົນມານີ້, ໂດຍມີ ພັອ ປອ ທອງ ແດງ ຄຳພິທູນ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີບັນດາພະນັກງານ-ນັກຮົບອ້ອມຂ້າງກອງພັນ ເຂົ້າຮ່ວມ.

ພັທ ນິພົນ ແກ້ວແສງສີ ຮັກສາການຫົວໜ້າກອງພັນ 205 ໄດ້ຜ່ານບົດສະຫຼຸບບັ້ນດຳເນີນຊີວິດການເມືອງປະຈຳປີ 2020 ວ່າ: ບັ້ນດຳເນີນຊີວິດການເມືອງ ແມ່ນໄດ້ເຊື່ອມຊຶມເອກະສານຕ່າງໆໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກ ຮົບ ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ເຊື່ອມຊຶມເອກະສານປົກກະຕິ, ສາມາດຂຽນບົດສຳຫຼວດຂອງຕົນເອງ ແລະ ຕີລາຄາປະເພດຕົນຢ່າງຖືກຕ້ອງໃນເວລາຜ່ານບົດສຳຫຼວດສະມາຊິກພັກ, ພະນັກງານ-ນັກຮົບ ແຕ່ລະສະຫາຍກໍໄດ້ມີການປະກອບສ່ວນຕຳນິຊ່ວຍເຫຼືອເຊິ່ງກັນແລະກັນຢ່າງກົງໄປກົງມາດ້ວຍຄວາມຈິງໃຈ.

ຜ່ານບັ້ນດຳເນີນຊີວິດການເມືອງ ປະຈຳປີ 2020 ກອງພັນ 205 ສາມາດ ຕີລາຄາແບ່ງປະເພດໄດ້ດັ່ງນີ້: ປະເພດສະມາຊິກພັກປະເພດແຂງມີ 91 ສະຫາຍ ຍິງ 4 ສະຫາຍ ເທົ່າກັບ 96,8%; ປະເພດກາງມີ 3 ສະຫາຍ ເທົ່າກັບ 3,19%; ສັງລວມປະເພດມະຫາຊົນ ມີດັ່ງນີ້: ປະເພດແຂງມີ 154 ສະຫາຍ, ຍິງ 6 ສະຫາຍ ເທົ່າກັບ 98,7%; ປະ ເພດກາງມີ 1 ສະຫາຍ ເທົ່າກັບ 0,64%; ປະເພດອ່ອນມີ 1 ສະຫາຍ ເທົ່າກັບ 0,64%.

ໃນ 1 ປີ ຜ່ານມາຄະນະພັກ-ຄະນະບັນຊາກອງພັນ 205 ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບແຕ່ລະສະຫາຍເຂົ້າໃຈຕໍ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ລະບຽບກຳລັງປ້ອງກັນຄວາມສະຫງົບ ກໍຄືກົມກອງວາງອອກ.