ກອງບັນຊາການ ປກສ ເມືອງສິງ ລົງຕິດຕາມຊຸກຍູ້ວຽກງານຕ້ານການຄ້າມະນຸດ

0
1029

ວັນ​ທີ 13 ຕຸ​ລາ ຜ່ານມາ, ກອງ​ບັນ​ຊາ​ການ ປ​ກ​ສ ເມືອງ​ສິງ ແຂວງຫຼວງນ້ຳທາ ​ໄດ້ຈັດກອງປະຊຸມ​ລົງ​ຕິດ​ຕາມ​ຊຸກ​ຍູ້​ການ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ວຽກ​ງານ​ຕ້ານ​ການ​ຄ້າ​ມະ​ນຸດ ຂອງ​ຄ​ະ​ນະ​ກຳ​ມະ​ການ​ຕ້ານ​ການ​ຄ້າ​ມະ​ນຸດ​ຂັ້ນ​ແຂວງ, ໂດຍມີ ທ່ານ ປອ ຈັນພິພັກ ກອງຈຳປາ ເຈົ້າເມືອງສີງ, ມີ​ ພັທ ນາງ ມະ​ລິ​ຈັນ ແກ້ວ​ມະ​ນີ​ວົງ ​ ຮອງ​ຫົວ​ໜ້າ​ຫ້ອງ​ຕຳ​ຫຼວດ ປກສ ແຂວງ, ຫົວ​ໜ້າ​ກອງ​ເລ​ຂາ​ຄະ​ນະ​ກຳ​ມະ​ການ ຕ້ານ​ການ​ຄ້າ​ມະ​ນຸດ​ຂັ້ນ​ແຂວງ, ພ້ອມດ້ວຍ​ກຳ​ມະ​ການ​ພັກ​ເມືອງ, ຫົວ​ໜ້າ​ກອງ​ບັນ​ຊາ​ການ ປກ​ສ ເມືອງ​ສີງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ​ຮ່ວມ.

ພັຕ ເນັ່ງ ສຸກວົງ​ສັກ ຫົວໜ້າພະ​ແນກ​ຕຳ​ຫຼວດກອງ​ບັນ​ຊາ​ການ ປກ​ສ ເມືອງສິງ ໄດ້ຂຶ້ນລາຍ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຕ້ານ​ການ​ຄ້າ​ມະ​ນຸດ​ 1 ປີ ​ຜ່ານ​ມາ​,ເມືອງສິງ ມີ​ພົນ​ລະ​ເມືອງ ສ້າງ​ຄອບ​ຄົວ​ນຳ​ຄົນ​ຕ່າງ​ປະ​ເທດ 165 ຄົນ, ອາ​ໄສ​ຢູ່​ເມືອງ​ສິງ 71 ຄົນ.ໃນ​ນີ້, ບຸກ​ຄົນ​ທີ່​ປະ​ກອບ​ເອ​ກະ​ສານຖືກ​ຕ້ອງ 5 ຄົນ, ກຳ​ລັງ​ປະ​ກອບ​ເອ​ກະ​ສານ 6 ຄົນ, ມີ​ຄະ​ດິ​ເກີດ​ຂຶ້ນ 7 ເລື່ອງ,ມີຜູ້ຖືກ​ຫາ 17 ຄົນ,ຍິງ 7 ຄົນ.ໃນ​ນີ້, ​ມີ​ຄະ​ດີ​ຂົ່ມ​ຂືນ​ທຳ​ສຳ​ເນົາ 1ເລື່ອງ, ຜູ້​ຖືກ​ຫາ 1ຄົນ.

ຄະ​ດີ​ທຳ​ມິດ​ສະຈານ 4 ເລື່ອງ,ມີຜູ້​ຖືກ​ຫາ 8ຄົນ,ຍິງ 4 ຄົນ, ຄະ​ດິີຄ້າ​ມະ​ນຸດ 1ລາຍ, ຜູ້ຖືກ​ຫາ 7 ຄົນ, ຍິງ 3ຄົນ ແລະຄະ​ດີ​ອື່ນ​ໆ. ສາເຫດທີ່ມີພົນລະເມືອງສິງ ລັກລອບແຕ່ງງານກັບຄົນຕ່າງປະເທດຫຼາຍ ກໍເນື່ອງຈາກວ່າເມືອງສິງ ມີຊາຍເເດນຕິດກັບ ສປ ຈີນ, ມີນັກລົງທືນເຂົ້າມາປະກອບທຸລະກິດຫຼາຍ ເຮັດໃຫ້ການຄົບຄ້າສະມາຄົມ ແລະ ເຮັດທຸລະກິດມີຫຼາຍຮູບແບບ.

ໃນໂອກາດນີ້, ທ່ານ ປອ ຈັນພິພັກ ກອງຈຳປາ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມທັງຮຽກຮ້ອງໃຫ້ຄະນະອະນຸກຳມະການຕ້ານການຄ້າມະນຸດຂັ້ນແຂວງ, ຂັ້ນເມືອງ ສືບຕໍ່ເຄື່ອນໄຫວຕ້ານ ແລະ ສະກັດກັ້ນບັນຫາດັ່ງກ່າວໃຫ້ດີຂຶ້ນກວ່າເກົ່າ.