ກະກຽມຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ

0
994

ກອງປະຊຸມຄະນະຮັບຜິດຊອບກະກຽມ ແລະ ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ ( 5 ເມສາ 1961-5 ເມສາ 2021 ) ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2020, ເປັນປະທານໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ, ມີຄະນະຮັບຜິດຊອບຊີ້ນໍາລວມ, ບັນດາອະນຸກໍາມະການທີ່ຖືກແຕ່ງຕັ້ງຈາກບັນດາກົມກອງອ້ອມຂ້າງກະຊວງ ປກສ ເຂົ້າຮ່ວມ.

ໃນກອງປະຊຸມ, ຄະນະຮັບຜິດຊອບຊີ້ນໍາລວມໄດ້ເຜີຍແຜ່ເອກະສານກ່ຽວກັບການຮັບໃຊ້, ການກະກຽມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60ໃຫ້ບັນດາອະນຸກຳມະການແຕ່ລະດ້ານຮັບຮູ້ເພື່ອນໍາໄປຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ມີຜົນສໍາເລັດ. ສໍາລັບເອກກະສານທີ່ນໍາມາເຜີຍແຜ່ ມີຄື: ຄໍາສັ່ງແນະນໍາຂອງຄະນະຊີ້ນໍາລະດັບຊາດ ກ່ຽວກັບການສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບ ຮອບ 60; ຂໍ້ຕົກລົງຂອງຄະນະຮັບຜິດຊອບຂັ້ນກະຊວງ ແລະ ແຜນການກະກຽມ ແລະຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ;ຄໍາ ສັ່ງຂອງລັດຖະມົນຕີກ່ຽວກັບການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ແລະ ແຈ້ງການຂອງກົມໃຫຍ່ການເມືອງ ປກສ.

ກອງປະຊຸມ, ຍັງໄດ້ລາຍງານກ່ຽວກັບຄວາມຄືບໜ້າການເຄື່ອນໄຫວກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງ ປກສ ຂອງບັນດາອະນຸກຳມະ ການດ້ານເນື້ອໃນ,ໂຄສະນາປາຖະກະຖາ,ຂະບວນການ,ພິທີການ-ຮັບແຂກ, ປ້ອງກັນ ແລະອະນຸກຳມະການດ້ານເສດຖະກິດ ພ້ອມທັງວາງທິດ ທາງແຜນການເຄື່ອນໄຫວໃນຕໍ່ໜ້າຂອງອະນຸກຳ ມະການຢ່າງຮັດກຸມ.

ໂອກາດດັ່ງກ່າວ, ພົທ ວິໄລ ຫຼ້າຄໍາຟອງ ໄດ້ມີຄໍາເຫັນຊີ້ນໍາບັນດາອະນຸກຳມະການ ກ່ຽວກັບການເຄື່ອນໄຫວກະ ກຽມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ແລະ ທັນກັບສະພາບການ.