ວັນທີ 27 ຕຸລາ 2020 ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຈັດພິທີມອບໝາຍວຽກງານວິຊາສະເພາະໃຫ້ບັນດາ ປກສ 7 ເມືອງ ໂດຍການເປັນປະທານຂອງ ສະຫາຍ ພັອ ຄຳແຮ ກັນທະນີ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ; ມີຫົວໜ້າພະແນກ, ຮອງພະແນກ ແລະ ຄະນະບັນຊາ ວຽກງານ ປກສ 7 ເມືອງ ເຂົ້າຮ່ວມ.

ພັທ ບຸນທັນ ຈັນພາວົງ ຮອງຫົວໜ້າຫ້ອງ 509 ໄດ້ຜ່ານບົດມອບໝາຍໜ້າທີ່ວຽກງານປ້ອງກັນຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ ບັນດາເມືອງໄປຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ ແລະ ງານສຳຄັນຕ່າງໆຂອງພັກ, ຂອງຊາດ ປະຈໍາປີ 2020-2021 ມີບັນຍາກາດອັນຟົດຟື້ນ, ອຸດົມສົມບູນທາງດ້ານເນື້ອໃນ, ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້, ໃຫ້ຖືເອົາມາດຕະການສະກັດກັ້ນ, ທັບມ້າງບັນດາກົນອຸບາຍຂອງສັດຕູເປັນມາດຕະການຫຼັກ, ກະກຽມຄວາມ ພ້ອມ ດ້ານວຽກງານ ປກສ ລົງສູ່ຮາກຖານ, ລົງ ເລິກ ແລະ ຊີ້ນຳ-ບັນຊາຢ່າງໃກ້ຊິດຕໍ່ ອຳນາດການປົກຄອງຂັ້ນຮາກຖານ, ສ້າງ ກຸ່ມບ້ານມີ ຄວາມສະຫງົບ-ປອດໄພ ຮອບດ້ານ,ໂດຍສົມທົບກັບອໍານາດການ ປົກຄອງບ້ານໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ກຳແໜ້ນການເຄື່ອນໄຫວ ຂອງພົນລະເມືອງລາວ, ຊາວຕ່າງດ້າວ, ຄົນຕ່າງປະເທດ ລວມທັງການເຄື່ອນ ໄຫວປະກອບອາຊີບ ແລະ ດໍາເນີນທຸລະກິດດ້ານຕ່າງໆໃຫ້ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍທີ່ໄດ້ກຳນົດ.

ໃນຕອນທ້າຍຂອງພິທີ, ພັອ ຄຳແຮ ກັນທະນີ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບ ແຕ່ລະພາກສ່ວນໃຫ້ເພີ່ມທະວີເຮັດວຽກງານວິຊາສະເພາະດ້ວຍຄວາມເປັນເຈົ້າ ການ ເປັນຕົ້ນແມ່ນກຳລັງ ປກສ ບໍລິການປະຊາຊົນ ໃຫ້ເອົາໃຈໃສ່ການກວດກາຄຸ້ມຄອງການເໜັງຕີງຂອງພົນລະເມືອງ,ຄົນຫຼຸດ, ຄົນເພີ່ມ; ຄົນຍົກຍ້າຍເຂົ້າ-ອອກ, ກຳແໜ້ນສະພາບການເຄື່ອນໄຫວຂອງຄົນບໍ່ດີ ແລະ ໜໍ່ແໜງປະກົດການຫຍໍ້ທໍ້ຕ່າງໆຢູ່ໃນຄວາມຮັບຜິດຊອບຂອງແຕ່ລະເມືອງໃຫ້ລະອຽດເລິກເຊິ່ງ ແລະ ແກ້ໄຂບັນດາສະພາບທີ່ເກີດຂຶ້ນໃຫ້ທັນເວລາ ແນໃສ່ທົ່ວສັງຄົມມີຄວາມສະ ຫງົບປອດໄພໂດຍພື້ນຖານ.