ເມື່ອບໍ່ດົນມານີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ຊີ້ນໍາວຽກງານຮອບດ້ານຢູ່ເມືອງບໍ່ແຕນ ແຂວງໄຊຍະບູລີ, ໃຫ້ການຕ້ອນຮັບໂດຍ ທ່ານ ສົມສະໜຸກ ໄຊອຸດົມ ເຈົ້າເມືອງໆບໍ່ແຕນ ພ້ອມດ້ວຍການນໍາ ແລະ ພະນັກງານຫຼັກແຫຼ່ງຂອງເມືອງໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ທ່ານເຈົ້າແຂວງໄດ້ຮັບຟັງການລາຍ ງານສະພາບການພັດທະນາຮອບດ້ານ ຂອງເມືອງບໍ່ແຕນ ຈາກທ່ານເຈົ້າເມືອງ ວ່າ: ຫຼັງກອງປະຊຸມໃຫຍ່ອົງຄະນະພັກ ເມືອງຮອດປັດຈຸບັນປະຊາ ຊົນແມ່ນມີ ແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ ການນໍາພາຂອງພັກ-ລັດ, ດໍາລົງຊີວິດແບບ ລຽບງ່າຍ ແລະ ພໍພຽງ, ປັດຈຸບັນແມ່ນ ສຸມໃສ່ເກັບກູ້ຜົນຜະລິດລະດູປີ; ໂດຍສະເພາະແມ່ນເຂົ້ານາດໍ ສໍາເລັດແລ້ວ 80%, ເຂົ້ານາກາງ 20%, ເຂົ້າໄຮ່ 100%, ການເກັບກູ້ສາລີ ສໍາເລັດ 40%; ພ້ອມດຽວກັນກໍໄດ້ເລັ່ງບົວລະບັດເຂົ້ານາປີ, ພືດອຸດສາຫະກໍາເປັນຕົ້ນແມ່ນ: ມັນຕົ້ນ, ພືດຕະກຸນຖົ່ວ ແລະ ໄດ້ສຸມໃສ່ ເບິ່ງແຍງສຸຂະພາບຂອງສັດລ້ຽງຢ່າງໃກ້ຊິດ, ນອກນີ້ປະຊາຊົນຍັງໄດ້ກະກຽມ ເຂົ້າສູ່ການຜະລິດລະດູແລ້ງ ເຊັ່ນ: ກະກຽມພື້ນທີ່ປູກພືດໄລຍະສັ້ນຕາມຄວາມເໝະ ສົມຂອງແຕ່ລະທ້ອງຖິ່ນ; ສ່ວນການເກັບລາຍຮັບຮອດປັດຈຸບັນສາມາດປະຕິບັດ ໄດ້ 2,12 ຕື້ກວ່າກີບ, ເທົ່າກັບ 102,08% ຂອງແຜນການປີ, ວຽກງານວັດທະນະທໍາ-ສັງຄົມ ກໍໄດ້ຊຸກຍູ້ໃຫ້ມີການເຄື່ອນໄຫວຕາມພາລະບົດບາດ ຮັບປະກັນການມີສ່ວນຮ່ວມຂອງທົ່ງສັງຄົມ.

ຈາກນັ້ນ, ທ່ານ ພົງສະຫວັນ ສິດທະວົງ ໄດ້ຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນ ຂອງເມືອງ ແລະ ໄດ້ເນັ້ນໃຫ້ອົງການປົກ ຄອງເມືອງແຕ່ລະຂັ້ນເອົາໃຈໃສ່ໃນການ ຂຸດຄົ້ນແຫຼ່ງລາຍລັບໃຫ້ໄດ້ຕາມແຜນ ການ, ຊຸກຍູ້-ສົ່ງເສີມ ແລະ ໃຫ້ການຊ່ວຍເຫຼືອປະຊາຊົນໃນການເກັບກູ້ຜົນຜະລິດ
ລະດູປີໃຫ້ທ່ວງທັນລະດູການ ແລະ ຊຸກຍູ້ສົ່ງເສີມປະຊາຊົນປູກພືດລະດູແລ້ງ, ລ້ຽງສັດ ຕິດພັນກັນການປູກຫຍ້າ ໂດຍນໍາໃຊ້ເຕັກນິກວິທະຍາສາດແບບໃໝ່ເຂົ້າຊ່ວຍ ເພື່ອຮັບປະກັນດ້ານສະບຽງອາ ຫານໃຫ້ພຽງພໍ ແລະ ຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ, ເອົາໃຈໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງ, ຮັກສາໃຫ້ໄດ້ຄວາມສະຫງົບ ຕາມຊາຍແດນ, ກໍາໃຫ້ໄດ້ເປົ້າໝາຍຂອງ ກຸ່ມຄົນບໍ່ດີ, ກຸ່ມຄ້າ-ຂາຍຢາເສບຕິດ, ປັບປຸງກົງຈັກການຈັດຕັ້ງຂອງເມືອງ ແລະ ຫັນເອົາພະນັກງານທີ່ມີຄວາມຮູ້, ມີປະສົບການລົງກໍ່ສ້າງຮາກຖານແບບມີຈຸດສຸມ.