ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ສຳເລັດອົບຮົມຫັດແອບ, ປັບປຸງລະບຽບແບບແຜນ ແລະ ຝຶກຝົນກຳລັງແຮງກາຍ ປະຈຳປີ 2020 ໃນວັນທີ 15 ທັນວາ 2020, ໂດຍມີ ພັອ ບຸນວານ ພົມມະວົງ ຫົວໜ້າການທະຫານ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າກົມອົບຮົມ, ກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ, ຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ພະນັກງານຫຼັກແຫຼ່ງ ຕະຫຼອດຮອດບັນດາຄະນະຮັບຊອບທີ່ກ່ຽວຂ້ອງ ແລະ ກ້ອນກຳລັງສວນສະໜາມທີ່ຕາງໜ້າໃຫ້ແຕ່ລະກົມກອງ ທີ່ຂຶ້ນກັບ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ພັທ ຄຳສິງ ພົນປະເສີດ ຮອງຫົວໜ້າຫ້ອງເສນາທິການທະຫານ ນະຄອນຫຼວງວຽງຈັນ ກ່າວວ່າ:

ການຈັດຕັ້ງປະຕິບັດອົບຮົມ-ຫັດແອບປັບປຸງລະບຽບແບບແຜນ ແລະ ຝຶກຝົນກຳລັງແຮງກາຍ ປະຈຳປີ 2020, ຄະນະພັກ-ຄະນະບັນຊາທຸກຂັ້ນ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການລົງເຄື່ອນໄຫວຊີ້ນຳໃກ້ຊິດຕິດແທດ ຢູ່ບັນດາກົມກອງທີ່ຂຶ້ນກັບ ໃຫ້ເຂົາເຈົ້າຈັດຕັ້ງອົບຮົມຫັດແອບປະຈຳປີ ຢ່າງເປັນປົກກະຕິ ແລະ ເຂັ້ມງວດ, ເຮັດໃຫ້ນາຍ ແລະ ພົນທະຫານມີຄວາມຮູ້, ຄວາມສາມາດ  ແລະ ກໍາໄດ້ທິດສະດີຫຼັກການທາງດ້ານສິນລະປະຍຸດ-ຍຸດທະວິທີ, ມີຄວາມຊຳນານຮັບປະກັນໃນການກຽມພ້ອມສູ້ຮົບໃນສະເພາະໜ້າ ແລະ ຍາວນານ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມຕື່ນຕົວຕໍ່ການປະຕິບັດລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ, ຖືເອົາວຽກງານດັ່ງກ່າວກາຍເປັນຊີວິດປະຈຳວັນ ແລະ ທັງເປັນການຝຶກຝົນຫຼ່ໍຫຼອມແຮງກາຍ ພະນັກງານ-ນັກຮົບທຸກສະຫາຍ ໃຫ້ມີສຸຂະພາບແຂງແຮງດີ, ຫ້າວຫັນຕໍ່ໜ້າທີ່ວຽກງານ, ເຮັດສຳເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍ ແລະ ເຮັດໃຫ້ກົມກອງມີຜົນງານໃບໜ້າໃໝ່ຂຶ້ນເປັນກ້າວໆ.

ທັ້ງນີ້, ຜ່ານການຈັດຕັ້ງປະຕິບັດວຽກງານອົບຮົມ-ຫັດແອບປັບປຸງລະບຽບແບບແຜນ ແລະ ຝຶກຝົນກຳລັງແຮງກາຍ ປະຈຳປີ 2020 ທົ່ວ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ເຫັນວ່າສາມາດຕີລາຄາໄດ້ຄື: ພາກການທະຫານ ປະຕິບັດໄດ້ 85,36%, ພາກການເມືອງ 91,65 %, ພາກພະລາທິການ 84,35% ແລະ ພາກເຕັກນິກ 82,65%; ຈາກຜົນໄດ້ຮັບຂອງການຝຶກອົບຮົມ-ຫັດແອບ ປະຈຳປີ 2020 ທົ່ວກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ທຽບໃສ່ແຜນການ ແມ່ນບັນລຸໄດ້ 81,46%.

ພັອ ບຸນວານ ພົມມະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານມາ ຢ່າງສຸດອົກສຸດໃຈ ແລະ ໄດ້ມີຄຳເຫັນຊີ້ນຳບາງບັນຫາຢ່າງກົງໄປ-ກົງມາ ເພື່ອແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມໃນຄັ້ງນີ້ ນຳໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານ
ກົມກອງຂອງຕົນ ໃຫ້ເປັນຮູບປະທຳຕົວຈິງ ແລະ ເກີດດອກອອກຜົນເປັນກ້າວໆ.