ຫາລືແບ່ງຄວາມຮັບຜິດຊອບສ້າງຂະບວນການຂໍ່ານັບຮັບຕ້ອນວັນຊຽ່ວຊານ ປ້ອງກັນຄວາມສະຫງົບຫວຽດນາມ ຄົບຮອບ 60 ປີ

0
862

ວັນທີ 17 ມີນາ 2021, ຄະນະຊີ້ນໍາລວມ ແລະ ບັນດາອະນຸກໍາມະການຮັບຜິດຊອບການສ້າງຂະບວນການຂໍ່ານັບຮັບຕ້ອນວັນຊຽ່ວຊານ ປ້ອງກັນຄວາມສະຫງົບຫວຽດນາມ ປະຈຳລາວ ຄົບຮອບ 60 ປີ ( 22 ມີນາ 1961-22 ມີນາ 2021) ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອແບ່ງຄວາມຮັບ ຜິດຊອບດ້ານວຽກງານຕ່າງໆໃຫ້ມີຜົນ ສຳ ເລັດ ແລະ ເຮັດໃຫ້ວັນດັ່ງກ່າວ ມີບັນຍາກາດຟົດຟື້ນ, ເປັນປະທານໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ,ມີຄະນະຮັບຜິດຊອບຊີ້ນໍາລວມ, ພ້ອມດ້ວຍອະນຸກຳມະການຮັບຜິດຊອບຈາກກົມໃຫຍ່ ແລະ ກົມ, ກອງອ້ອມຂ້າງກະຊວງ ປກສ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ບັນດາອະນຸກໍາມະການດ້ານຕ່າງໆ ໄດ້ຮັບຟັງແຜນການກະກຽມ, ການຈັດຕັ້ງເຄື່ອນໄຫວກິດຈະ ກຳຕ່າງໆ ເປັນຕົ້ນແມ່ນ: ດ້ານເນື້ອໃນ,ຈັດວາງສະແດງຮູບພາບປະຫວັດສາດ,ໂຄສະນາປາຖະກະຖາ ແລະ ສື່ມວນຊົນ, ວຽກງານປ້ອງກັນ, ຂະບວນການກິລາ-ສິລະປະ ແລະ ຍ້ອງຍໍ, ພິທີ ການຮັບແຂກ, ກະກຽມສະຖານທີ່ ແລະ ສາທາລະນະສຸກພາຫະນະຮັບໃຊ້ ແລະ ວຽກງານເສດຖະກິດ. ຈາກນັ້ນ ບັນດາອະນຸກຳມະການກໍໄດ້ລາຍງານວຽກງານກຽ່ວກັບດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ ທີ່ຕົນຮັບຜິດຊອບໃຫ້ປະທານໄດ້ຮັບຊາບ.

ໃນໂອກາດດັ່ງກ່າວ, ພົຕ ກົງທອງ ພົງວິຈິດ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ, ກ່ອນອື່ນ ໄດ້ສະແດງຍ້ອງຍໍຊົມຕໍ່ອະນຸກຳມະການດ້ານຕ່າງໆ ທີ່ໄດ້ເອົາໃຈໃສ່ໃນການກະກຽມບັນດາວຽກງານທີ່ຕົນເອງຮັບຜິດຊອບສຳເລັດຕາມລະ ດັບຄາດໝາຍ; ພ້ອມທັງເໜັ້ນໃຫ້ແຕ່ລະອະນຸກຳມະການເອົາໃຈໃສ່ໃນການແບ່ງງານກັນໃຫ້ລະອຽດຈະແຈ້ງ, ແຕ່ງ ຕັ້ງໜ່ວຍງານຊ່ວຍວຽກຂອງຕົນຕາມຄວາມເໜາະສົມ, ປະຕິບັດລະບອບລາຍງານ, ປະສານສົມ ທົບກັບພາກສ່ວນກຽ່ວຂ້ອງ ແລະ ຂໍຄຳຄິດຄຳເຫັນຊີ້ນຳຈາກອະນຸກຳມະການຮັບຜິດຊອບຊີ້ນຳລວມເປັນປົກກະຕິ ພາຍຫຼັງສຳເລັດໃຫ້ສະຫຼຸບລາຍງານ ໃຫ້ຄະນະນຳກະຊວງໄດ້ຮັບຊາບຈຸດປະສົງ ກໍເພື່ອເຮັດໃຫ້ການຂໍ່ານັບຮັບຕ້ອນ ແລະ ສະເຫຼີມ ສະຫຼອງວັນກຳລັງຊຽ່ວຊານ ປ້ອງກັນຄວາມສະຫງົບຫວຽດນາມ ປະຈຳລາວ ຄົບຮອບ 60 ປີ ມີເນື້ອໃນຄວາມ  ໝາຍເລິກເຊິ່ງ, ມີຜົນສຳເລັດ ແລະ ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ.