ເສດຖະກິດສະເພາະບໍ່ເຕ່ນ ແຂວງຫຼວງນໍ້າທາ ຍັງພົບຄວາມຫຍຸ້ງຍາກໃນການຄຸ້ມຄອງຄົນເຂົ້າ-ອອກ ເພາະບໍ່ມີການຈັດຕັ້ງຂັ້ນບ້ານ, ການປະຕິບັດໜ້າທີ່ ຍັງຖືກຈໍາກັດຈາກຜູ້ລົງທຶນ ແລະ ບັນຫາອື່ນໆ.

ພັທ ສົມມີ ຄິດທະໄຊ ຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດສະເພາະບໍ່ເຕ່ນ ແຂວງຫຼວງນໍ້າທາ ເປີດເຜີຍວ່າ:

ກອງບັນຊາການ ປກສ ເຂດເສດຖະກິດສະເພາະບໍ່ເຕ່ນ ຕັ້ງຢູ່ເຂດພັດທະນາເສດຖະກິດສະເພາະບໍ່ເຕ່ນແດນງາມໂດຍກົງ, ມີຈໍານວນພົນທັງໝົດ 34 ສະຫາຍ ຍິງ 3 ສະຫາຍ, ມີ 1 ໜ່ວຍພັກ ທີ່ຂຶ້ນກັບ ຄະນະພັກຮາກຖານ ຄະນະຄຸ້ມຄອງເສດຖະກິດແຂວງ, ປະກອບມີ 4 ພະແນກວິຊາສະເພາະ ແລະ 1 ກອງຮ້ອຍປ້ອງກັນເຄື່ອນທີ່ ເຊິ່ງເຮັດໜ້າທີ່ເຄື່ອນໄຫວວຽກງານວິຊາສະເພາະ ແລະ ເຮັດວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມພາລະບົດບາດ, ຂອບເຂດສິດ-ໜ້າທີ່ທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ.

ຜ່ານການຈັດຕັ້ງປະຕິບັດໜ້າທີ່ ເຂດເສດຖະກິດສະເພາະບໍ່ເຕ່ນ ຍັງພົບຄວາມຫຍຸ້ງຍາກ ເປັນຕົ້ນແມ່ນ ການຄຸ້ມຄອງຄົນໃນສັງຄົມແມ່ນບໍ່ທັນໄດ້ດີ ເນື່ອງຈາກວ່າພື້ນທີ່ແມ່ນເຂດເສດຖະກິດສະເພາະ, ການເຄື່ອນໄຫວ, ເໜັງຕີງຂອງຄົນບໍ່ເປັນປົກກະຕິ ເຮັດໃຫ້ການຕິດຕາມ, ກວດກາຄົນມີໜ້າ, ບໍ່ມີໜ້າ ແມ່ນພົບຄວາມຫຍຸ້ງຍາກຫຼາຍ ເພາະວ່າເຂດດັ່ງກ່າວບໍ່ມີການຈັດຕັ້ງຂັ້ນບ້ານ, ຂັ້ນກຸ່ມບ້ານ, ການປະຕິບັດໜ້າທີ່ວິຊາສະເພາະຍັງຖືກຈຳກັດຈາກຜູ້ລົງທຶນ, ຜູ້ພັດທະນາ ເປັນຕົ້ນແມ່ນ ການອອກບັດພັກເຊົາຊົ່ວຄາວໃຫ້ກັບຄົນຕ່າງປະເທດ ແລະ ການບໍລິການຂອງສັງຄົມບາງອັນກໍບໍ່ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ.

ສ່ວນລະບົບພື້ນຖານໂຄງລ່າງ, ຫ້ອງການເຮັດວຽກ ແລະ ບ່ອນພັກອາໄສຂອງພະນັກງານ ຍັງບໍ່ແທດເໜາະກັບລະບົບຄ້າຍຄູ່ຂອງກຳລັງປະກອບອາວຸດ. ຕໍ່ກັບຂໍ້ຫຍຸ້ງຍາກດັ່ງກ່າວ, ໄລຍະຜ່ານມາ ກໍໄດ້ປະສານສົມທົບ, ປຶກສາຫາລືແລກປ່ຽນກັບ ດ່ານ ຕມ ສາກົນບໍ່ເຕ່ນ ແລະ ດ່ານສາກົນບໍ່ຫານ ສປ ຈີນ ເພື່ອຕິດຕາມ, ກວດກາຄົນເຂົ້າ-ອອກເມືອງຢ່າງເປັນປົກກະຕິ.

ຜ່ານການເຄື່ອນໄຫວເຮັດວຽກປ້ອງກັນຄວາມສະຫງົບ ໄດ້ມີຂໍ້ສະດວກ ຄື: ກອງບັນຊາການ ປກສ ເຂດ ມີນິຕິກໍາເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວສະເພາະຂອງກໍາລັງ. ນອກນີ້, ກໍຍັງມີບັນດານິຕິກໍາ, ລະບຽບກົດໝາຍເປັນບ່ອນອີງໃຫ້ແກ່ການປະຕິບັດໜ້າທີ່ມີຄວາມສະດວກ, ມີຂັ້ນເທິງຈາກສາຍຕັ້ງ-ສາຍຂວາງໃຫ້ທິດຊີ້ນໍາໃກ້ສິດຕິດແທດ, ຕິດຕາມ, ກວດກາ ແລະ ຊຸກຍູ້ຢ່າງຕໍ່ເນື່ອງ ແລະ ເປັນປະຈໍາ ເຮັດໃຫ້ພະນັກງານ-ນັກຮົບມີຄວາມຮັບຮູ້, ເຂົ້າໃຈ ແລະ ມີຄວາມຕື່ນຕົວປະຕິບັດໜ້າທີ່ວິຊາສະເພາະ, ປະຕິບັດລະບຽບ, ກົດໝາຍຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ທີ່ໄດ້ຮັບມອບໝາຍ.

ພັທ ສົມມີ ຄິດທະໄຊ ຍັງໄດ້ກ່າວຕື່ມອີກ ວ່າ:

ເພື່ອຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສ້າງຄວາມເຊື່ອໝັ້ນໃຫ້ຫົວໜ່ວຍທຸລະກິດ, ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດມາລົງທຶນ ແລະ ພັດທະນາແຂວງຫຼວງນໍ້າທາເພີ່ມຂຶ້ນ, ກອງບັນຊາການ ກໍມີແຜນການໃນຕໍ່ໜ້າຈະສືບຕໍ່ເຄື່ອນໄຫວຕິດຕາມ, ເກັບກຳສະພາບການເໜັງຕີງ ແລະ ເປົ້າໝາຍການເຄື່ອນໄຫວຂອງກຸ່ມຄົນບໍ່ດີໃຫ້ເປັນປົກກະຕິ ແລະ ຮັດກຸມກວ່າເກົ່າ, ສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ໃນການປຶກສາຫາລື, ແລກປ່ຽນຂໍ້ມູນຂ່າວສານ ເພື່ອເອກະພາບໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ໄປລວງດຽວກັນ, ສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ທີ່ລັດຖະບານວາງອອກໃຫ້ປະກົດຜົນເປັນຈິງ. ພ້ອມກັນນີ້, ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ ຈົ່ງພ້ອມກັນຮ່ວມມືໃນວຽກງານ ປກຊ-ປກສ ແລະ ຕື່ນຕົວເປັນເຈົ້າການປະຕິບັດລະບຽບ-ກົດໝາຍຢ່າງເຂັ້ມງວດ.