ຄະນະສານອາຍາ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຄົ້ນຄວ້າພິຈາລະນາສໍານວນຄະດີໃນສະຖານການຄ້າຂາຍຢາເສບຕິດ (ປະເພດຢາບ້າ ແລະ ຢາໄອສ໌) ໂດຍມີຈໍາເລີຍຊື່ ທ້າວ ວິໄລສັກ ຫຼື ເລ້ (ຈໍາເລີຍ1) ອາຍຸ 38 ປີ ແລະ ນາງ ອໍລະຍາ ຫຼື ມ໋ອດດີ້ (ຈໍາເລີຍ2) ອາຍຸ 24 ປີ ທັງສອງເປັນຜົວ-ເມຍກັນ ພັກເຊົາຢູ່ບ້ານໂນນສະຫວັນ ເມືອງໄຊເສດຖາ ຖືກສານຕັດສິນລົງໂທດຕັດອິດສະລະພາບຈຳຄຸກ ຜູ້ລະ 8 ປີ ແລະ ປັບໃໝຜູ້ລະ 60.000 ກວ່າລ້ານກີບ.

ຕາງໜ້າອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງສໍານວນຄະດີໃນວັນທີ 11 ພຶດສະພາ ຜ່ານມາວ່າ: ທ້າວ ວິໄລສັກ ຫຼື ເລ້ ໄດ້ເລີ່ມເສບຢາບ້າມາແຕ່ເດືອນສິງຫາ 2019, ເສບຄັ້ງລະ 1-2 ເມັດ ສ່ວນຢາບ້າທີ່ນໍາມາເສບແຕ່ລະຄັ້ງແມ່ນຊື້ນຳ ທ້າວ ເປົ້າ ຢູ່ບ້ານ ທາດຫຼວງເໜືອ ເມືອງໄຊເສດຖາ. ຮອດເດືອນພະຈິກ 2019, ຈຶ່ງໄດ້ຮູ້ຈັກກັບນາງ ອໍລະຍາ ຫຼື ອ໋ອດດີ້. ຫຼັງຈາກນັ້ນ, ທັງສອງກໍມັກຮັກກັນແບບບ່າວສາວ ແລະ ໄດ້ໄປເຊົ່າຫ້ອງແຖວຢູ່ບ້ານໂນນສະຫວັນ ແລະ ເດືອນມັງກອນ 2020 ພວກກ່ຽວ ຈຶ່ງໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາບ້າ, ເຊິ່ງຢາບ້າທີ່ ນໍາມາຂາຍແມ່ນຊື້ນໍາ ທ້າວ ທອງ ບ້ານຊຳເຄ້ ເມືອງໄຊເຊດຖາ ຈຳນວນ 2 ຄັ້ງ, ຄັ້ງລະ 200 ເມັດ ແລະ ເມື່ອໄດ້ຢາບ້າແລ້ວກໍໄດ້ເອົາໄປຂາຍໃຫ້ ກັບໄວລຸ້ນພາຍໃນບ້ານທາດຫຼວງກາງ ແລະ ບ້ານ ໃກ້ຄຽງ. ນອກນັ້ນ, ພວກກ່ຽວຍັງໄດ້ນໍາຢາບ້າໄປ ຂາຍໃຫ້ ທ້າວ ເຈ້ ອາຍຸ 24 ປີ ຢູ່ບ້ານຮ່ອງສຸພາບ ເມືອງໄຊເຊດຖາ.
ວັນທີ 18 ກຸມພາ 2020, ນາງ ອໍລະຍາ ໄດ້ ຕິດຕໍ່ຊື້ຢາບ້ານຳ ທ້າວ ປ້າ ຢູ່ບ້ານວັດໄຕ ເມືອງສີ ໂຄດຕະບອງ ຈຳນວນ 800 ເມັດ ແລະ ຢາໄອສ໌ 1 ຖົງນ້ອຍ, ພາຍຫຼັງຕົກລົງກັນໄດ້ແລ້ວ ນາງ ອໍ ລະຍາ ຈຶ່ງບອກໃຫ້ ທ້າວ ວິໄລສັກ ໄປເອົາຢາບ້າ ແລະ ຈ່າຍເງິນໃຫ້ ທ້າວ ປ້າ; ວັນທີ 19 ກຸມພາ 2020 ໄດ້ມີ ທ້າວ ຄິດ ອາຍຸ 24 ປີ ຢູ່ບ້ານນາໄຫ ເມືອງຫາດຊາຍຟອງ ໂທລະສັບມາສັ່ງຊື້ຢາບ້ານໍາ ນາງ ອໍລະຍາ ຈໍານວນ 200 ເມັດ ແລະ ພວກ ກ່ຽວກໍໄດ້ພາກັນຂັບຂີ່ລົດຈັກເວບຮ້ອຍ ສີໝາກ ຄໍ້ ໝາຍເລກທະບຽນ ຈກ 9289 ອອກໄປເຮືອນຂອງ ທ້າວ ຄິດ ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມ ຂອງກາງຢາບ້າ 367 ເມັດ ແລະ ຢາໄອສ໌ 1 ຖົງ ນ້ອຍ ຈາກນັ້ນຈຶ່ງໄດ້ໄປກວດຄົ້ນຫ້ອງແຖວທີ່ ພວກກ່ຽວເຊົາພົບຂອງກາງຢາບ້າອີກ 401 ເມັດ ລວມຂອງກາງຢາບ້າທັງໝົດ 768 ເມັດ ແລະ ຢາໄອສ໌ ຈຳນວນ 1 ຖົງນ້ອຍ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສເຫັນວ່າມີຫຼັກຖານຮັດກຸມໜັກແໜ້ນ ແລະ ພຽງພໍຢັ້ງ ຢືນວ່າ ການກະທໍາຂອງພວກຈໍາເລີຍເປັນການກະ ທໍາຜິດທາງອາຍາໃນຂໍ້ຫາການຄ້າຂາຍຢາເສບຕິດ (ຢາບ້າ ແລະ ຢາໄອສ໌) ເຊິ່ງເປັນການກະທໍາຜິດທີ່ແຕະຕ້ອງເຖິງສະເຖຍລະພາບທາງດ້ານເສດ ຖະກິດຂອງຊາດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕາມທີ່ໄດ້ກຳນົດໄວ້ໃນປະມວນກົດໝາຍອາຍາ ມາດຕາ 315 ວັກ 1; ນອກນັ້ນ, ເຖິງວ່າໃນເວ ລາຈັບຕົວຈໍາເລີຍ1 ມີຂອງກາງຢາບ້າຈຳນວນ 401 ເມັດກໍຕາມ ແຕ່ຈຳເລີຍ 1 ກໍໃຫ້ການຮັບ ສາລະພາບວ່າໄດ້ເອົາເງິນນໍາຈໍາເລີຍ 2 ຈໍານວນ 1.800.000 ກີບ ໄປຊື້ຢາບ້າ ແລະ ຢາໄອສ໌ແທ້ ຈຶ່ງ ຖືວ່າຂອງກາງຢາບ້າ 367 ເມັດ ແລະ ຢາໄອສ໌ 1 ຖົງນ້ອຍທີ່ຢຶດໄດ້ນໍາຈໍາເລີຍ 2 ເປັນຂອງຈຳເລີຍ 1 ເຊັ່ນດຽວກັນ ແລະ ຢາບ້າທີ່ຢຶດໄດ້ຈາກຈຳ ເລີຍ 1 ຈຳນວນ 401 ເມັດ ກໍເປັນຂອງຈໍາເລີຍ 2 ເຊັ່ນດຽວກັນ.

ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະ ນະສານອາຍາ ຈຶ່ງເຫັນຄວນພິຈາລະນາຕັດສິນ ລົງໂທດພວກຈໍາເລີຍຕາມປະມວນກົດໝາຍ ອາຍາມາດຕາ 315 ວັກ 1 ຄື: ລົງໂທດຕັດອິດ ສະລະພາບຈໍາຄຸກທ້າວ ທ້າວ ວິໄລສັກ ຫຼື ເລ້ 8 ປີ 6 ເດືອນ ແລະ ນາງ ອໍລະຍາ ຫຼື ອ໋ອດດີ້ 6 ປີ ພ້ອມທັງປັບໃໝພວກຈໍາເລີຍຜູ້ລະ 64.000. 000 ກີບ.