ວັນທີ 7 ມິຖຸນາ ທີ່ຜ່ານມາ, ທ່ານ ຣານິນ ວິກຣາມາສິງຫະ ນາຍົກລັດຖະມົນຕີ ສີລັງກາ ໃຫ້ຮູ້ວ່າ: ສີລັງກາ ປະເຊີນກັບໄລຍະເວລາທີ່ຍາກລຳບາກມາຕະຫຼອດ 3 ອາທິດ ທີ່ຜ່ານມາ ເນື່ອງຈາກສະພາບເສດຖະກິດທີ່ຕົກຕ່ຳ ພ້ອມທັງຮຽກຮ້ອງ ແລະ ເຕືອນໃຫ້ປະຊາຊົນນຳໃຊ້ເຊື້ອໄຟ ແລະ ກ໊າສຢ່າງປະຢັດ.

ທ່ານນາຍົກລັດຖະມົນ ຕີສີງລັງກາ ກ່າວວ່າ:

ພາລະກິດຫຼັກຂອງລັດຖະບານ ແມ່ນສະຖຽນລະພາບທາງເສດຖະກິດ ເຊິ່ງຈະເກີດຂຶ້ນໄດ້ດ້ວຍການດຳເນີນໂຄງການທີ່ຖືກກວດກາຢ່າງລະອຽດ ແລະ ເຮັດວຽກຢ່າງໜັກ, ໃນຂະນະທີ່ປັດຈຸບັນ ສີລັງກາ ໃຊ້ເງິນໃນການຊື້ເຊື້ອໄຟ 500 ລ້ານໂດລາສະຫະລັດຕໍ່ເດືອນ ແລະ ຍັງຕ້ອງການເງິນ 40 ລ້ານໂດລາສະຫະລັດຕໍ່ເດືອນ ເພື່ອນຳເຂົ້າກ໊າສ.

ທ່ານນາຍົກລັດຖະມົນຕີ ສີງລັງກາ ໄດ້ຮຽກຮ້ອງໃຫ້ປະຊາຊົນຈຳກັດການເດີນທາງທີ່ບໍ່ຈຳເປັນໃຫ້ຫຼາຍທີ່ສຸດ, ຫຼີກລ່ຽງການກັກຕຸນເຊື້ອໄຟ ແລະ ກ໊າສ ໃນໄລຍະ 3 ອາທິດຕໍ່ໜ້ານີ້; ຫຼັງຈາກນັ້ນ, ລັດຖະບານຈະພະຍາຍາມຈັດຫາເຊື້ອໄຟ ແລະ ອາຫານໃຫ້ມີຄວາມຄ່ອງຕົວ ໂດຍປັດຈຸບັນກຳລັງເຈລະຈາກັບຫຼາຍພາກສ່ວນ ເພື່ອດຳເນີນງານຕາມເປົ້າໝາຍດັ່ງກ່າວ.

ທ່ານ ຣານິນ ວິກຣາມາສິງຫະ ຍັງກ່າວຕື່ມວ່າ: ສີລັງກາ ຕ້ອງໃຫ້ຄວາມສຳຄັນໃນດ້ານຄວາມສຳພັນລະຫວ່າງປະເທດຢ່າງໃກ້ຊິດ ເພື່ອລະດົມການສະໜັບສະໜູນລະຫວ່າງປະເທດໃຫ້ຫຼາຍຂຶ້ນ ເພາະປະເທດກຳລັງຖືກຫຼຸດຄວາມສຳຄັນໃນລະດັບໂລກ ຍ້ອນນະໂຍບາຍລະຫວ່າງປະເທດດ້ອຍປະສິດທິພາບ.

ປັດຈຸບັນ, ສີລັງກາ ກຳລັງປະເຊີນວິກິດທາງເສດຖະກິດທີ່ຮ້າຍແຮງທີ່ສຸດໃນປະຫວັດສາດ ເພາະຂາດເຂີນເງິນຕາຕ່າງປະເທດ, ເຊິ່ງສົ່ງຜົນເຮັດໃຫ້ຂາດເຂີນສິ່ງທີ່ຈຳເປັນເຊັ່ນ: ຢາ, ເຊື້ອໄຟ ແລະ ອາຫານ.