ເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງ ລະຫວ່າງ ເມືອງຫ້ວຍຊາຍ ຫາ ເມືອງຕົ້າເຜິ້ງ ແຂວງບໍ່ແກ້ວ ເຂັ້ມງວດໃນການກວດກາພາຫະນະ ແລະ ຄົນເດີນທາງເຂົ້າ-ອອກເມືອງ ເພື່ອສະກັດກັ້ນທຸກບັນຫາປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນ ບັນຫາການຊື້-ຂາຍ-ຂົນສົ່ງຢາເສບຕິດ ແລະ ການລັກລອບຂົນສົ່ງຄົນຕ່າງປະເທດເຂົ້າເມືອງແບບຜິດກົດໝາຍ.

+ ພັທ ສົມພັນ ເພັງວົງສອນ ຄະນະຮັບຜິດຊອບຈຸດກວດການໍ້າເກິ່ງ ໃຫ້ສໍາພາດຕໍ່ນັກຂ່າວ ປກສ ໃນວັນທີ 7 ພະຈິກ 2022 ວ່າ:

ຈຸດກວດການໍ້າເກິ່ງ ເປັນຈຸດໜຶ່ງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ເມືອງຫ້ວຍຊາຍ ຫາ ເມືອງຕົ້ນເຜິ້ງ ເຊິ່ງມີພາຫະນະ, ບຸກຄົນ ແລະ ນິຕິບຸກຄົນເດີນທາງເຂົ້າ-ອອກເມືອງເປັນຈໍານວນຫຼວງຫຼາຍ.

ຜ່ານການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 2 ເດືອນຜ່ານມາ ໂດຍຫັນເອົາກໍາລັງວິຊາສະເພາະເຂົ້າປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ເພື່ອຕິດຕາມ ແລະ ກວດກາບັນດາພາຫະນະ ແລະ ກຸ່ມຄົນບໍ່ດີທີ່ເຄື່ອນໄຫວກະທໍາຜິດທຸກຮູບແບບ ຈົນສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນ ສະແດງອອກຄື:

ໄດ້ກວດກາປະເພດລົດໃຫຍ່ເຂົ້າ-ອອກເມືອງ ທັງໝົດ 2.701 ຄັນ, ກັກລົດທີ່ມີເອກະສານບໍ່ຖືກຕ້ອງ ໄດ້ 7 ຄັນ, ກວດກາຄົນຕ່າງປະເທດເຂົ້າ-ອອກເມືອງ ຈໍານວນ 2.899 ຄົນ ຍິງ 918 ຄົນ, ກັກຄົນຕ່າງປະເທດທີ່ບໍ່ມີເອກະສານເຂົ້າ-ອອກ ໄດ້ 19 ຄົນ ຍິງ 1 ຄົນ. ພ້ອມນີ້, ຍັງສາມາດກັກຕົວຄົນລາວທີ່ລັກລອບຂົນສົ່ງຄົນຕ່າງປະເທດເຂົ້າເມືອງແບບຜິດກົດໝາຍ ໄດ້ອີກຈໍານວນ 11 ຄົນ.

+ ພັທ ສົມພັນ ເພັດວົງສອນ ໃຫ້ຮູ້ຕື່ມວ່າ:

ໃນການຕັ້ງຈຸດກວດກາດັ່ງກ່າວ, ເຈົ້າໜ້າທີ່ວິຊາສະເພາະ ຍັງສາມາດສະກັດກັ້ນ ແລະ ຕ້ານພາຫະນະ ພ້ອມທັງເປົ້າໝາຍຄ້າຂາຍ-ຂົນສົ່ງຢາເສບຕິດໄດ້ ຄື: ໃນວັນທີ 23 ກັນຍາ 2022, ໄດ້ກັກລົດລີໂວ້ສີຂາວ ບໍ່ມີປ້າຍທະບຽນ. ໃນນັ້ນ, ກວດພົບຢາບ້າ 150 ມັດ ເທົ່າກັບ 300.000 ເມັດ ແລະ ຂະຫຍາຍຜົນຫາກຸ່ມແກ້ງເຄື່ອຂາຍ ກວດພົບຢາບ້າອີກຈໍານວນ 165 ເປົາ ນໍ້າໜັກ 3.630 ກິໂລກຼາມ, ຢາໄອສ໌ 25 ເປົາ ນໍ້າໜັກ 500 ກິໂລກຼາມ ແລະ ກັກຕົວຜູ້ຕ້ອງສົງໄສເພດຍິງ ໄດ້ອີກ 1 ຄົນ.

ວັນທີ 15 ຕຸລາ 2022, ໄດ້ສົມທົບກັບ ພະແນກທີ່ກ່ຽວຂ້ອງ ແລະ ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ກວດກາລົດວີໂກ້ສີຂາວ ບໍ່ມີປ້າຍທະບຽນ ທີ່ຈອດຢູ່ແຄມທາງ ເຊິ່ງຜ່ານການກວດກາພົບຢາບ້າ 14 ເປົາ ນໍ້າໜັກ 385 ກິໂລກຼາມ.

ຫຼ້າສຸດກໍຄື ໃນວັນທີ 2 ພະຈິກ 2022, ເຈົ້າໜ້າທີ່ປະຈຳຈຸດກວດການໍ້າເກິ່ງ ໄດ້ສົມທົບກັບ ພະແນກ 303 ປກສ ແຂວງບໍ່ແກ້ວ ແລະ ປກສ ເມືອງຕົ້ນເຜິ້ງ ເຂົ້າກວດຄົ້ນລົດກະບະວີໂກ້ສີປອນເງິນ ເຊິ່ງຈອດຢູ່ປະໄວ້ແຄມຂອງ. ໃນນັ້ນ, ຜ່ານການກວດກາເບື້ອງຕົ້ນ ພົບເຫັນຂອງກາງຢາບ້າ ຈໍານວນ 20 ເປົາ ນໍ້າໜັກ 480 ກິໂລກຼາມ, ສ່ວນເຈົ້າຂອງລົດແມ່ນໄດ້ເອົາຕົວຫຼົບໜີ.